Wuhan ເຕືອນປະຊາຊົນ ຄວນກັກຕຸນເຄື່ອງໃຊ້ຈຳເປັນ ເພື່ອຮັບມືໂຣກລະບາດໃນອະນາຄົດ


ໃນວັນທີ 3 ມັງກອນ 2021 ທີ່ຜ່ານມາ ເວັບໄຊ Global Times ສື່ພາສາອັງກິດຂອງຈີນລາຍງານວ່າ ທາງການທ້ອງຖິ່ນໃນເມືອງອູ່ຮັ່ນ ມົນທົນຫູເປີ່ຍຂອງຈີນ ເຜີຍແຜ່ລາຍຊື່ຂອງສິ່ງຈຳເປັນທີ່ປະຊາຊົນຄວນກັກຕຸນໄວ້ສຳລັບກໍລະນີສຸກເສີນ ເພື່ອກຽມຄວາມພ້ອມຖ້າຫາກມີໂຣກລະບາດເກີດຂຶ້ນໃນອະນາຄົດ ເຊິ່ງອາດຈະບໍ່ໄດ້ໝາຍເຖິງໂຣກໂຄວິດ-19 ພຽງຢ່າງດຽວ ແຕ່ອາດຈະລວມເຖິງໂຣກລະບາດອື່ນໆ ຫຼື ໄພພິບັດທີ່ອາດຈະເກີດຂຶ້ນໄດ້.

ໂດຍໜ່ວຍງານດ້ານການຈັດການໃນພາວະສຸກເສີນຂອງເມືອງອູ່ຮັ່ນ ໄດ້ແບ່ງໃຊ້ຂອງຈຳເປັນອອກເປັນ 3 ໝວດໄດ້ແກ່: ໝວດຂອງໃຊ້ປະຈຳວັນ, ໝວດປະຖົມພະຍາບານ ແລະ ອຸປະກອນທາງການແພດສຸກເສີນ ເຊິ່ງໃນຈຳນວນນີ້ມີໜ້າກາກອະນາໄມ ແລະ ຢາແກ້ຢາລວມຢູ່ດ້ວຍ.

ລາຍງານລະບຸວ່າ ລາຍຊື່ສິ່ງຂອງຈຳເປັນເຫຼົ່ານີ້ເປັນການຖອດບົດຮຽນມາຈາກສະຖານະການລະບາດຂອງໂຣກໂຄວິດ-19 ເລີ່ມຕົ້ນຈາກເມືອງອູ່ຮັ່ນຂອງຈີນເມື່ອຕົ້ນປີກ່ອນ ເຊິ່ງການລະບາດໃນຕອນນັ້ນເຮັດໃຫ້ໄດ້ເຫັນຈຸດອ່ອນກ່ຽວກັບການຜະລິດ ແລະ ການຈັດເກັບສິ່ງຂອງຈຳເປັນໃນກໍລະນີສຸກເສີນ ໂດຍຜູ້ຊ່ຽວຊານລະບຸວ່າ ຈາກບົດຮຽນທີ່ເຄີຍເກີດຂຶ້ນ ການສ້າງລະບົບຈັດເກັບຂອງໃຊ້ຈຳເປັນທັງໃນລະດັບປະເທດ ລົງມາເຖິງລະດັບຄົວເຮືອນຈຶ່ງມີຄວາມສຳຄັນ.

ປັດຈຸບັນເມືອງອູ່ຮັ່ນ ຖືກລະບຸວ່າເປັນຈຸດເລີ່ມຕົ້ນຂອງການລະບາດຂອງໂຣກໂຄວິດ-19 ຕອນນີ້ຢູ່ໃນສະຖານະປອດໂຣກໂຄວິດ-19 ຫຼັງຈາກບໍ່ພົບຜູ້ຕິດເຊືອໃນເມືອງມາດົນຫຼາຍເດືອນແລ້ວ ແຕ່ທາງການທ້ອງຖິ່ນຍັງບັງຄັບໃຊ້ມາດຕະການຄວບຄຸມໂຣກ ເຊັ່ນການໃສ່ໜ້າກາກອະນາໄມຢ່າງເຄັ່ງຄັດ ເນື່ອງຈາກມີຄວາມກັງວົນວ່າ ການລະບາດທີ່ເລີ່ມເກີດຂຶ້ນອີກຄັ້ງໃນເມືອງອື່ນໆຂອງຈີນ ອາດຈະລຸກລາມເຂົ້າມາຍັງເມືອງອູ່ຮັ່ນໄດ້.

ທີ່ມາ: https://workpointtoday.com/wuhan-stockpile-pandemic/