ສີຈິ້ນຜິງ ໂທຫາ ຜູ້ນຳຢູເຄຣນ ຄັ້ງທຳອິດ ນັບແຕ່ສົງຄາມເລີ່ມຂຶ້ນ ພ້ອມສະເໜີເປັນຕົວກາງໃນການຢຸດຂໍ້ຂັດແຍ້ງຄັ້ງນີ້


ໃນທີ່ສຸດສາຍດ່ວນທີ່ ໂວໂລດິເມຍ ເຊເລັນສະກີ້ ລໍຖ້າກໍດັງຂຶ້ນ ຫຼັງ ສີຈິ້ນຜິງ ຜູ້ນຳສູງສຸດຂອງ ສປ ຈີນ ໄດ້ໂທໄປຫາ ຜູ້ນຳຢູເຄຣນ ປຶກສາຫາລືພ້ອມກຽມສົ່ງທູດຜູ້ແທນໄປເມືອງຫຼວງຂອງ ຢູເຄຣນ ແລະ ຣັດເຊຍ ພ້ອມອາສາເປັນຕົວກາງໃນການເຈລະນາເພື່ອຢຸດຄວາມຂັດແຍ້ງໃນຄັ້ງນີ້.

ໃນວັນທີ 26 ເມສາ ທີ່ຜ່ານມາ ສີຈິ້ນຜິງ ແລະ ເຊເລັນສະກີ້ໄດ້ສົນທະນາກັນຜ່ານທາງໂທລະສັບ ໂດຍເຊເລັນສະກີ້ ເຜີຍວ່າ ເປັນການໂອ້ລົມກັນທີ່ດົນນານ ແລະ ມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ.

ໂດຍ ເຊເລັນສະກີ້ ລະບຸວ່າ: ຂ້ອຍໄດ້ມີການໂອ້ລົມທີ່ຍາວນານ ແລະ ມີຄວາມໝາຍຢ່າງຍິ່ງກັບ ປະທານ ສີ ຈິ້ນຜິງ. ຂ້ອຍເຊື່ອວ່າການໂອ້ລົມກັນຄັ້ງນີ້ ຕະຫຼອດຈົນຮອດການແຕ່ງຕັ້ງເອກອັກຄະລັດຖະທູດຢູເຄຣນ ປະຈຳປະເທດ ຈີນ ຈະເປັນແຮງສະໜັບສະໜູນໃນການພັດທະນາຄວາມສຳພັນ ລະດັບທະວິພາຄີ ຂອງເຮົາທັງ 2 ປະເທດ.

ການໂອ້ລົມຂອງ ສີຈິ້ນຜິງ ແລະ ເຊເລັນສະກີ້ ເກີດຂຶ້ນຫຼັງຈາກທີ່ຜູ້ນຳທັງ 2 ປະເທດກ່າວວ່າພວກເຂົາຍິນດີທີ່ຈະປຶກສາຫາລືຮ່ວມກັນເຖິງປະເດັນທີ່ເກີດຂຶ້ນ ຫຼັງຈາກທີ່ ສີຈິ້ນຜິງ ໄດ້ເດີນທາງໄປຢາາມ ຣັດເຊຍ ໃນໄລຍະເດືອນ ມີນາ ທີ່ຜ່ານມາ. ທ່າມກາງຄວາມພະຍາຍາມ ແລະ ຄວາມຕັ້ງໃຈໃນການຫຼິ້ນບົດຜູ້ສະແຫວງຫາສັນຕິພາບຂອງ ຈີນ.

ທາງດ້ານຂອງກະຊວງການຕ່າງປະເທດຂອງຈີນ ກໍລະບຸຫຼັງການໂອ້ລົມຄັ້ງນີ້ວ່າ: ຈຸດຢືນຫຼັກຂອງລັດຖະບານປັກກິ່ງ ກໍຄືການອຳນວຍຄວາມສະດວກໃນການເຈລະຈາຫາລືກັນເພື່ອສັນຕິພາບ. ພ້ອມລະບຸອີກວ່າ ຈີນກຽມສົ່ງ ທູດຜູ້ແທນ ເຊິ່ງເປັນອະດີດເອກອັກຄະລັດຖະທູດຈີນປະຈຳປະເທດ ຣັດເຊຍ ໃຫ້ໄປຢູເຄຣນ ເພື່ອຮ່ວມຫາທາງອອກ ແລະ ຢຸດຄວາມຂັດແຍ້ງທີ່ເກີດຂຶ້ນໃຫ້ໄດ້.

ນອກນີ້ ຈີນ ຍັງໄດ້ລະບຸໃນຖະແຫຼງການອີກວ່າ: “ຈີນນັ້ນບໍ່ໄດ້ແມ່ນຄົນທີ່ສ້າງວິກິດການຄັ້ງນີ້ ແລະ ຈີນບໍ່ໄດ້ມີສ່ວນໄດ້ສ່ວນເສຍກັບຄວາມຂັດແຍ້ງຄັ້ງນີ້ ແຕ່ ຈີນເປັນໜຶ່ງໃນສະມາຊິກຖາວອນຂອງຄະນະມົນຕີສະພາຄວາມໝັ້ນຄົງຂອງ ສະຫະປະຊາຊາດ ແລະ ເປັນປະເທດໃຫຍ່ທີ່ມີຄວາມຮັບຜິດຊອບ. ດັ່ງນັ້ນຈີນຈະບໍ່ນັ່ງເບິ່ງຢູ່ລ້າໆ ໃນຂະນະດຽວກັນ ຈີນກໍຈະບໍ່ເທນໍ້າມັນລົງໄປໃນກອງໄຟ ແລະ ຈະບໍ່ມີທາງສວຍໂອກາດນີ້ ຫາຜົນປະໂຫຍດໃຫ້ກັບຕົນເອງ”.

ໃນຂະນະທີ່ ອີກຝາກໜຶ່ງ ຢ່າງສະຫະລັດ ອາເມຣິກາ ກໍໄດ້ສະແດງຄວາມຍິນດີກັບການໂອ້ລົມກັນຄັ້ງນີ້ຂອງຜູ້ນຳທັງ 2 ປະເທດ ແຕ່ຍັງເບິ່ງວ່າ ມັນໄວເກີນໄປທີ່ຈະບອກວ່າການໂອ້ລົມຄັ້ງນີ້ຈະນຳໄປສູ່ຂໍ້ຕົກລົງເພື່ອສັນຕິພາບໄດ້ແທ້ຫຼືບໍ່.

ໂດຍ ຈອຍ ເຄີບີ້ ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ສະຫະລັດ ອາເມຣິກາ ລະບຸວ່າ: “ນັ້ນເປັນສິ່ງທີ່ດີ ສິ່ງນີ້ ອາດນຳໄປສູ່ການເຄື່ອນໄຫວເພື່ອສັນຕິພາບ ແຜນການ ຫຼື ຂໍ້ສະເໜີບາງຢ່າງທີ່ມີຄວາມໝາຍ ແຕ່ຂ້ອຍຄິດວ່າໃນຕອນນີ້ ເຮົາອາດຈະຍັງບໍ່ສາມາດຮູ້ໄດ້ຢ່າງຊັດເຈນວ່າສິ່ງເຫຼົ່ານີ້ຈະເກີດຂຶ້ນແທ້ຫຼືບໍ່”.

ທີ່ໜ້າສົນໃຈກໍຄື ຖ້າຈີນຕ້ອງການຈະຫຼິ້ນບົດບາດຂອງຜູ້ສະແຫວງຫາສັນຕິພາບໂລກ ຫຼາຍຝ່າຍກໍເບິ່ງວ່າຈີນກໍຈຳເປັນຕ້ອງລົດບົດບາດຂອງຄວາມສຳພັນກັບ ຣັດເຊຍລົງພໍສົມຄວນ ເພື່ອຫາເງື່ອນໄຂທີ່ທັງ 2 ປະເທດ ຣັດເຊຍ-ຢູເຄຣນ ຈະສາມາດຍອມຮັບໄດ້ ແລະ ມານັ່ງເຈລະຈາກັນ ໃຫ້ໄວທີີ່ສຸດ. ເຊິ່ງຮອດຕອນນີ້ ເຮົາຍັງບໍ່ເຫັນທ່າທີ່ແບບນັ້ນອອກມາຈາກທັງ ຈີນ ຣັດເຊຍ ແລະ ຢູເຄຣນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/