ສິງກະໂປ ກຽມແຈກເງິນແກ້ໄຂບັນຫາເງິນເຟີ້ ໃຫ້ທຸກຄົນທີ່ອາຍຸ 21 ປີຂຶ້ນໄປ


ສິງກະໂປ ໜຶ່ງໃນຊາດຂອງສະມາຊິກອາຊຽນເປັນປະເທດທີ່ມີ ໂຄງການແຈກເງິນສົດ ຊ່ວຍເຫຼືອປະຊາກອນເພື່ອຊ່ວຍບັນເທົາພາລະຄ່າຄອງຊີບ ແລະ ເງິນເຟີ້ທີ່ສູງຂຶ້ນ ໂດຍໂຄງການດັ່ງກ່າວຄາດວ່າຈະຊ່ວຍເຫຼືອຊາວສິງກະໂປໄດ້ຫຼາຍກວ່າ 5 ລ້ານຄົນ.

ເພື່ອຊ່ວຍບັນເທົາພາລະເງິນເຟີ້ ແລະ ເງິນເຟີ້ທີ່ສູງຂຶ້ນ ລັດຖະບານສິງກະໂປມີແຜນແຈກເງິນໃຫ້ປະຊາຊົນທຸກຄົນທີ່ມີອາຍຸ 21 ປີຂຶ້ນໄປ ມູນຄ່າຕັ້ງແຕ່ 200-800 ໂດລາສິງກະໂປ ພາຍໃຕ້ໂຄງການ Assurance Package ໂດຍຈະເລີ່ມແຈກໃນເດືອນທັນວາ 2023 ນີ້.

ຜູ້ທີ່ມີລາຍໄດ້ຕໍ່ປີບໍ່ເກີນ 34,000 ໂດລາສິງກະໂປ ຈະໄດ້ເງິນຊ່ວຍເຫຼືອລວມ 800 ໂດລາສິງກະໂປ.

ຜູ້ມີລາຍໄດ້ຕໍ່ປີເກີນ 34,000 ແຕ່ບໍ່ເກີນ 100,000 ໂດລາສິງກະໂປ ຈະໄດ້ເງິນຊ່ວຍເຫຼືອລວມ 500 ໂດລາສິງກະໂປ.

ຜູ້ມີລາຍໄດ້ຕໍ່ປີເກີນ 100,000 ໂດລາສິງກະໂປ ຈະໄດ້ເງິນຊ່ວຍເຫຼືອລວມ 200 ໂດລາສິງກະໂປ.

ຜູ້ທີ່ຖືຄອງອະສັງຫາລິມະຊັບຫຼາຍກວ່າ 1 ຢູນິດ ຂຶ້ນໄປ ຈະໄດ້ເງິນຊ່ວຍເຫຼືອ 200 ໂດລາສິງກະໂປ.

ຂໍ້ມູນຈາກ: Thansettak

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/