ສາວຍີ່ປຸ່ນຖືກເຈົ້າໜ້າທີ່ກວດຄົ້ນເຮືອນ ເພາະເຂົ້າໃຈຜິດວ່າລັກລ້ຽງໝີ ແຕ່ຄວາມຈິງນ້ອງເປັນໝາ


ຜູ້ໃຊ້ X ທີ່ຊື່ວ່າ naosyan09 ເປັນເຈົ້າຂອງນ້ອງໝາ “ນາໂອະ” ທີ່ຖືກເຂົ້າໃຈຜິດວ່າເປັນໝີ ບອກວ່າຕົນເອງມັກຈະຖືກເຈົ້າໜ້າທີ່ຈາກສູນຄຸ້ມຄອງສັດມາຢ້ຽມຢາມຢູ່ເລື້ອຍໆ ເນື່ອງຈາກຖືກເພື່ອນບ້ານ ແລະ ຄົນອື່ນໆເຂົ້າໃຈຜິດວ່າລາວລັກລ້ຽງໝີ ເລີຍແຈ້ງເຈົ້າໜ້າທີ່ເຂົ້າມາກວດສອບ

ລາວໄດ້ພະຍາຍາມອະທິບາຍໃຫ້ເຈົ້າໜ້າທີ່ ແລະ ເພື່ອນບ້ານເຂົ້າໃຈວ່າວ່ານ້ອງເປັນໝາແທ້ໆ ຈົນທຸກຄົນຫາຍສົງໄສ.

ນ້ອງໝາ ນາໂອະ ເປັນໝາພັນພື້ນເມືອງຂອງຍີ່ປຸ່ນ ທີ່ມີຄວາມຄ້າຍຄືກັບໝີດຳຢູ່ໜ້ອຍໜຶ່ງ ເນື່ອງຈາກສີ ແລະ ຂົນທີ່ໜາ, ນາໂອະ ເປັນໝາໃຈດີ ແລະ ເປັນມິດກັບຜູ້ຄົນ ແຕ່ວ່າຄົນອື່ນບໍ່ກ້າເຂົ້າໃກ້ນ້ອງປານໃດ ເນື່ອງຈາກພາຍນອກທີ່ເບິ່ງຄືກັບໝີນັ້ນເອງ

ຂໍ້ມູນຈາກ: https://twitter.com/naosyan09

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/