ສາລະວັນ ເກັບລາຍຮັບ ເຂົ້າງົບປະມານ ບັນລຸ 227 ຕື້ກວ່າກີບ ເກີນແຜນ 125%


ປີ 2023 ແຂວງ ສາລະວັນ ສາມາດເກັບລາຍຮັບ ເຂົ້າງົບປະມານ ບັນລຸ 227 ຕື້ກວ່າກີບ ເກີນແຜນ 125%.

ຕາມການລາຍງານຈາກ ທ່ານ ພອນປະເສີດ ລາຊາໂພ ວ່າການຫົວໜ້າພະແນກການເງິນ ແຂວງສາລະວັນ ໃນກອງປະຊຸມອົງການປົກຄອງແຂວງ ເມື່ອບໍ່ດົນນີ້ວ່າ: ໃນປີ 2023 ຜ່ານມາ, ແຂວງສາລະວັນມີແຜນຈັດເກັບລາຍຮັບ 181 ຕື້ກວ່າກີບ. ໃນນັ້ນ, ພູດສູນກາງ 60 ຕື້ກີບ, ພູດທ້ອງຖິ່ນ 121 ຕື້ກວ່າກີບ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ສາມາດປະຕິບັດໄດ້ 227.745 ລ້ານກວ່າກີບ ເທົ່າກັບ 125,78%. ໃນນັ້ນພູດສູນກາງ ປະຕິບັດໄດ້ 70 ຕື້ກວ່າກີບ ເທົ່າກັບ 117,18%, ພູດທ້ອງຖິ່ນ ປະຕິບັດໄດ້ 130%, ການຈັດເກັບລາຍຮັບຂອງບັນດາເມືອງ ໃນທົ່ວແຂວງ ສາມາດປະຕິບັດໄດ້ 50 ຕື້ກວ່າກີບ, ພະແນກການ-ອົງການທຽບເທົ່າອ້ອມຂ້າງແຂວງ 14 ຕື້ກວ່າກີບ.

ພ້ອມນັ້ນ, ກໍໄດ້ເອົາໃຈໃສ່ໃນການຄຸ້ມຄອງດ້ານລາຍຈ່າຍ ຕາມແຜນ 500 ຕື້ກວ່າກີບ ສາມາດປະຕິບັດ 489 ຕື້ກວ່າກີບ ເປັນຕົ້ນ ເງິນເດືອນ, ເງິນນະໂຍບາຍຕ່າງໆ, ເງິນບໍລິຫານ, ດັດສົມສົ່ງເສີມ, ເງິນແຮ, ເງິນຊື້ຊັບສົມບັດຄົງທີ່ ແລະ ເງິນລົງທຶນ ໂດຍໄດ້ວາງມາດຕະການຈັດຕັ້ງປະຕິບັດ ເປັນຕົ້ນ ການນໍາໃຊ້ລະບົບເຄື່ອງທັນສະໄໝ ໃນການເບິກຈ່າຍງົບປະມານ, ສາມາດຮັບປະກັນການຮົ່ວໄຫຼໄດ້ເປັນຢ່າງດີ, ທັງປະຢັດເວລາ, ປະຢັດງົບປະມານ ແລະ ຂອດການບໍລິການຕ່າງໆໄດ້ດີ.

ປັດຈຸບັນ, ດ້ານຖານຂໍ້ມູນຕ່າງໆທີ່ສໍາຄັນ ແມ່ນມີຄວາມລະອຽດ, ຊັດເຈນ ກວມເປັນສ່ວນຫຼາຍ ແລະ ສາມາດຫັນຫົວໜ່ວຍວິສາຫະກິດ ເຂົ້າສູ່ລະບົບທັນສະໄໝ (Taxris) ໃນທົ່ວແຂວງໄດ້ 100%, ເຊື່ອມໂຍງລະບົບຄັງເງິນແຫ່ງຊາດ ແລະ ທະນາຄານ ໃນການແຈ້ງ-ມອບ ພັນທະເຂົ້າງົບປະມານ ມີທັງໝົດ 3.355 ຫົວໜ່ວຍ ທຽບໃສ່ປີ 2022 ເພີ່ມຂຶ້ນ 412 ຫົວໜ່ວຍ. ໃນນັ້ນ, ຂັ້ນແຂວງ ຄຸ້ມຄອງ 744 ຫົວໜ່ວຍ, ຂະແໜງຊີບການຄ້າ 368 ຫົວໜ່ວຍ, ຂະແໜງຊີບການຜະລິດ 174 ຫົວໜ່ວຍ ແລະ ຂະແໜງຊີບບໍລິການ 203 ຫົວໜ່ວຍ ແລະ ຂັ້ນເມືອງຄຸ້ມຄອງ 2.611 ຫົວໜ່ວຍ. ໃນນັ້ນ, ຂະແໜງຊີບການຄ້າ ກວມເອົາ 1.398, ການບໍລິການ 1.057 ແລະ ການຜະລິດ 156 ຫົວໜ່ວຍ.

https://www.facebook.com/permalink.php?story_fbid=pfbid024JjQXvjgbnUtMTQXVNGMzJmgwkURohbjTfEJnEGDaUGZaHihGHSmzQNjAm3wQ2L8l&id=100064329476403

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/