ສະມາຊິກ ສະພາໃນອັງກິດຮຽກຮ້ອງໃຫ້ຍຶດຊັບ ເຈົ້າຂອງທີມ Chelsea ຍ້ອນຄວາມກັງວົນກັບການມີສ່ວນກ່ຽວຂ້ອງກັບລັດຖະບານຣັດເຊຍ


ດັ່ງທີ່ທຸກຄົນຮູ້ກັນໄລຍະນີ້ ສະຖານະການລະຫວ່າງ ຣັດເຊຍ ແລະ ຢູເຄຣນ ບໍ່ຄ່ອຍດີປານໃດ ແຖມຍັງເບິ່ງຄືວ່ານັບມື້ນັບທະວີຄວາມຮຸນແຮງຂຶ້ນ. ຈາກບັນຫາເຫຼົ່ານີ້ ມັນໄດ້ສົ່ງຜົນກະທົບເປັນວົງກວ້າງ ຕໍ່ໂລກເຮົາ ເຊັ່ນດຽວກັບວົງການບານເຕະ ໂດຍສະເພາະ ລີກຢູໂຣບ ທີ່ມີຄວາມສຳພັນໂດຍກົງຕໍ່ສະຖານະການດັ່ງກ່າວ.

ປັດຈຸບັນສະໂມສອນບານເຕະຕ່າງໆ ໃນຢູໂຣບໄດ້ມີການອອກມາເຄື່ອນໄຫວ ແລະ ສະແດງທ່າທີ່ເຖິງຄວາມກັງວົນກ່ຽວກັບສະຖານະການດັ່ງກ່າວ ເຊັ່ນ ສະໂມສອນ Manchester United ໄດ້ຍົກເລີກສັນຍາກັບ ສາຍການບິນ AEROFLOTຂອງຣັດເຊຍ ຫຼັງຮ່ວມງານກັນພຽງ 18 ເດືອນ. ສ່ວນທາງສະໂມສອນ Schalke 04 ສະໂມສອນດັງໃນລີກ ເຢຍລະມັນ ກໍໄດ້ປະກາດຕັດຄວາມສຳພັນກັບ Gazprom ບໍລິສັດພະລັງງານຂະໜາດໃຫຍ່ຈາກຣັດເຊຍ ອອກຈາກສະປອນເຊີຫຼັກຂອງສະໂມສອນ.

ຫຼ້າສຸດ, ທ່ານ Chris Bryant, ສະມາຊິກລັດຖະສະພາຈາກພັກແຮງງານຂອງອັງກິດ ໄດ້ຮຽກຮ້ອງໃຫ້ຍຶດຊັບສິນ Roman Abramovich ເຈົ້າຂອງສະໂມສອນ Chelsea ທີມດັງໃນອັງກິດ. ທ່ານ Chris Bryant ກ່າວວ່າລາວບໍ່ຄວນເປັນເຈົ້າຂອງ Chelsea ອີກຕໍ່ໄປ, ເນື່ອງຈາກວ່າ Abramovich ເຄີຍຈ່າຍເງິນກ້ອງໂຕະລະຫວ່າງການພິຈາລະນາຄະດີ ເພື່ອອິດທິພົນທາງການເມືອງ ມັນຈຶ່ງສະແດງໃຫ້ເຫັນວ່າ Roman Abramovich ມີຄວາມສຳພັນຢ່າງເລິກເຊິ່ງກັບລັດຖະບານ ຣັດເຊຍ.

ຜູ້ນໍາສະພາສູງສຸດ Mark Spencer ກ່າວວ່າ: “ລາວຈະຮູ້ວ່າພາຍໃຕ້ການລົງໂທດໂດຍສະພາສູງສຸດໃນອາທິດນີ້ ມີໂອກາດທີ່ລັດຖະບານຈະດໍາເນີນການຢ່າງຈິງຈັງຕໍ່ບຸກຄົນສັນຊາດຣັດເຊຍທີ່ມີຊື່ສຽງໃນທາງລົບ.”

ໃນ​ຕົ້ນ​ອາທິດ​ນີ້, ທ່ານ​ນາຍົກລັດຖະມົນຕີອັງກິດ Boris Johnson ​ໄດ້​ປະກາດ​ວ່າ ຈະ​ວາງ​ມາດ​ຕະການ​ລົງ​ໂທດ​ບັນດາ​ມະຫາ​ເສດຖີ ທີ່ເຮັດທຸລະກິດຢູ່ອັງກິດ ແລະ ​ມີ​ສາຍ​ພົວພັນ​ໃກ້ຊິດ​ກັບ​ປະທານາທິບໍດີ Vladimir Putin ​ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ຕອບໂຕ້ ຕໍ່​ການ​ກະທຳ​ຂອງ​ຣັດ​ເຊຍ ທີ່ມີຕໍ່ຢູເຄຣນ.

Roman Abramovich ເປັນນັກທຸລະກິດ ມະຫາເສດຖີ ຊາວຣັດເຊຍ ທີ່ເຂົ້າມາຊື້ສະໂມສອນ Chelsea ໃນປີ 2003 ແລະ ໄດ້ລົງເງິນຢ່າງມະຫາສານເພື່ອເຮັດໃຫ້ Chelsea ກາຍເປັນທີມຊັ້ນນຳໃນຢູໂຣບ ຈົນຮອດທຸກມື້ນີ້. Roman Abramovich ຍັງເປັນອີກບຸກຄົນໜຶ່ງທີ່ມີອິດທິພົນສູງໃນໂລກຂອງວົງການບານເຕະ ເນື່ອງຈາກເປັນຄົນທຳອິດທີ່ເຂົ້າມາປ່ຽນແປງສະຖານະການທາງການເງິນຂອງວົງການບານເຕະ ດ້ວຍການລົງທຶນໄປນຳສະໂມສອນບານເຕະຢ່າງຫຼວງຫຼາຍ ໂດຍບໍ່ເຄີຍມີເຈົ້າຂອງທີມໃດເຄີຍເຮັດມາກ່ອນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/