ປະເທດນໍເວມຸ່ງໜ້າສູ່ຫົນທາງສີຂຽວ ນຳໃຊ້ລົດໄຟຟ້າແຊງໜ້າລົດກິນນ້ຳມັນແລ້ວ! ປີ 2022 ລົດໄຟຟ້າຈະກວມ 80% ທົ່ວປະເທດ


ໃນຍຸກທີ່ໂລກມຸ່ງໜ້າສູ່ພະລັງງານສະອາດ ເປັນມິດກັບສິ່ງແວດລ້ອມ ລັດຖະບານຫຼາຍປະເທດກໍໄດ້ອອກນະໂຍບາຍເພື່ອຮອງຮັບເປົ້າໝາຍດັ່ງກ່າວຫຼາຍຂຶ້ນ ເຮັດໃຫ້ປະຊາຊົນສາມາດເຂົ້າເຖິງໄດ້ ເຊັ່ນດຽວກັບປະເທດນໍເວ ທີ່ລັດຖະບານຕັ້ງເປົ້າວ່າຈະກຳຈັດລົດທີ່ກິນນ້ຳມັນ ຫຼື ກ໊າສທຳມະຊາດໃຫ້ໝົດໄປພາຍໃນປີ 2025 ໂດຍການໃຊ້ມາດຕະການຫຼາຍຢ່າງໃນການຈູງໃຈ ບໍ່ວ່າຈະເປັນການຍົກເວັ້ນພາສີການນຳເຂົ້າລົດໄຟຟ້າ ແລະ ການສະໜັບສະໜູນຈາກລັດແກ່ບໍລິສັດຜະລິດລົດໄຟຟ້າ.

ຫຼ້າສຸດ ສະຖິຕິຍອດຂາຍລົດໄຟຟ້າຂອງປະເທດນໍເວສູງກວ່າລົດກິນນ້ຳມັນແລ້ວ ຄິດເປັນ 65% ຫຼືທຽບເປັນ 2/3 ຂອງຍອດຂາຍໃໝ່ທັງໝົດ ໂດຍຄາດການວ່າພາຍໃນສິ້ນປີ 2022 ນີ້ ຍອດຂາຍລົດໄຟຟ້າຈະສູງເຖິງ 80% ຍິ່ງເຮັດໃຫ້ເຂົ້າໃກ້ເປົ້າໝາຍກຳຈັດລົດກິນນ້ຳມັນໃນປີ 2025.

ແບຣນລົດໄຟຟ້າທີ່ມີຍອດຂາຍສູງສຸດໄດ້ແກ່ Tesla 11.6% ແຊງໜ້າ Volkswagen 9.6% ທີ່ຍອດຮິດໃນໂຊນຢູໂຣບ. ປະຊາກອນນໍເວມີ 5.4 ລ້ານຄົນ ຖືວ່າມີອັດຕາສ່ວນຂອງການໃຊ້ລົດໄຟຟ້າຫຼາຍທີ່ສຸດໃນໂລກອີກດ້ວຍ.

ສຳລັບປະເທດລາວເອງລັດຖະບານກໍສົ່ງເສີມທຸລະກິດລົດໄຟຟ້າ ບໍ່ຈຳກັດໂກຕ້ານຳເຂົ້າ ແລະ ເສຍພາສີ 0% ແຕ່ໃນປະເທດກໍຖືວ່າຍັງມີການນຳເຂົ້າໜ້ອຍ ແລະລາຄາຍັງແພງຢູ່. ໃນອະນາຄົດໄວໆນີ້ ຫວັງວ່າຈະມີການນຳເຂົ້າລົດໄຟຟ້າຫຼາຍຂຶ້ນ ເພື່ອລົດມົນລະພິດທາງສິ່ງແວດລ້ອມ, ລົດການປ່ອຍຄາບອນ ແລະ ປະຢັດລາຍຈ່າຍໃນການໃຊ້ພະລັງງານຫຼາຍກວ່າລົດກິນນ້ຳມັນຫຼາຍເທົ່າຕົວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/