ເດັກ ມ.2 ປະດິດກ້ອນດິນຈີ່ທີ່ເຮັດຈາກຂີ້ໝາແຫ້ງ ລົດມົນລະພິດທາງສິ່ງແວດລ້ອມ ແຖມຍັງໃຊ້ຂອງເສຍໃຫ້ເປັນປະໂຫຍດ!!!


ອ່ານຫົວຂໍ້ຫຼາຍຄົນອາດຈະຕົກໃຈໜ້ອຍໜຶ່ງ ວ່າມັນສາມາດເອົາມາເຮັດເປັນວັດສະດຸໄດ້ແທ້ຫວາ! ອ່ານບໍ່ຜິດແນ່ນອນ ເພາະມັນຄືຂີ້ໝາແຫ້ງທີ່ເອົາມາປະສົມກັບປູນ ປະດິດເປັນກ້ອນດິນຈີ່ທີ່ສາມາດເອົາມາເປັນວັດສະດຸກໍ່ສ້າງໄດ້.

ດັ່ງທີ່ເຮົາເຄີຍໄດ້ຍິນກ່ຽວກັບພູມປັນຍາຊາວບ້ານ ທີ່ເອົາມູນສັດມາໃຊ້ໃຫ້ເປັນປະໂຫຍດ ບໍ່ວ່າຈະເປັນມູນທີ່ໄດ້ຈາກຄວາຍ, ງົວ, ເປັດໄກ່… ແຕ່ຈາກໝາ ແມ່ນຖືວ່າຍັງເປັນເລື່ອງແປກໃໝ່ຢູ່, ເຊິ່ງຜູ້ທີ່ຄິດຄົ້ນກ້ອນດິນຈີ່ທີ່ເຮັດຈາກຂີ້ໝາແຫ້ງນີ້ ບໍ່ແມ່ນຜູ້ເຖົ້າຜູ້ແກ່ ຫຼື ວິສະວະກອນ ນັກປະດິດແຕ່ຢ່າງໃດ ແຕ່ເປັນນັກຮຽນຊັ້ນ ມ.2 ເທົ່ານັ້ນ!!!

ນັກຮຽນຊັ້ນ ມ.2 ທີ່ເປັນເຈົ້າຂອງແນວຄິດດັ່ງກ່າວ ແມ່ນຢູ່ໃນເມືອງ Payatas ເມືອງຫຼວງ Manila ປະເທດຟິລິບປິນ ໂດຍຜົນງານດັ່ງກ່າວເປັນໂຄງການໜຶ່ງໃນຫ້ອງຮຽນ. ນ້ອງໆກຸ່ມດັ່ງກ່າວ ໄດ້ບອກວ່າ ຢູ່ໃນຟິລິບປິນມີໝາຈອນຈັດເປັນຈຳນວນຫຼາຍ ເຮັດໃຫ້ມີບັນຫາມູນໝາເຕັມຢູ່ຫົນທາງ, ເປິເປື້ອນ ແລະ ທຳລາຍສະພາບແວດລ້ອມ ຈຶ່ງເກີດແນວຄິດດັ່ງກ່າວຂຶ້ນມາ ເພື່ອກຳຈັດບັນຫາມູນໝາທີ່ຢູ່ຕາມຫົນທາງ ແລະ ໃຊ້ປະໂຫຍດຈາກມັນດ້ວຍການເອົາມາປະສົມກັບປູນມາສ້າງເປັນດິນຈີ່ ເຮັດໃຫ້ໄດ້ວັດສະດຸກໍ່ສ້າງທີ່ຖືກລົງອີກດ້ວຍ.

ດິນຈີ່ດັ່ງກ່າວ ສາມາດນຳໄປໃຊ້ກັບທາງຍ່າງ ຫຼື ກໍ່ສ້າງສິ່ງທີ່ເລັກໆນ້ອຍໆໄດ້, ດິນຈີ່ກ້ອນໜຶ່ງນັ້ນ ປະສົມດ້ວຍມູນໝາ 10 ກຼາມ ແລະ ຜົງປູນຊີມັງ 10 ກຼາມ, ສຳລັບຄົນທີ່ກັງວົນເລື່ອງກິ່ນ ເນື່ອງຈາກມັນເປັນມູນແຫ້ງຈຶ່ງເຮັດໃຫ້ບໍ່ມີກິ່ນ ຫຼື ອາດມີກິ່ນພຽງເລັກນ້ອຍ ແຕ່ນ້ອງໆບອກວ່າເມື່ອເວລາຜ່ານໄປມັນຈະຫາຍໄປເອງ..ຖືວ່າເປັນແນວຄິດທີ່ສ້າງສັນຫຼາຍ ແຖມມາຈາກເດັກນ້ອຍ ມ.2 ເທົ່ານັ້ນ ນອກຈາກຈະແກ້ບັນຫາທາງສິ່ງແວດລ້ອມໄດ້ແລ້ວ ຍັງໃຊ້ປະໂຫຍດຈາກສິ່ງດັ່ງກ່າວມາເຮັດເປັນວັດສະດຸກໍ່ສ້າງ ລົດຕົ້ນທຶນ ແລະ ລົດລາຄາຂອງວັດສະດຸລົງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/