ອັງກິດກຽມຍຸຕິມາດຕະການໂຄວິດ-19 ແລະຈະຢຸດບໍລິການກວດຫາເຊື້ອໃຫ້ຟຣີ


Boris Johnson ນາຍົກລັດຖະມົນຕີປະເທດອັງກິດຈະໄດ້ຍຸຕິມາດຕະການໂຄວິດ-19 ໃນວັນອາທິດນີ້ ແລະ ຢຸດບໍລິການໃຫ້ກວດຫາເຊື້ອຟຣີໃນວັນທີ 1 ເມສາ ພ້ອມໄດ້ມີການປ່ອຍແຜນການໃຊ້ຊີວິດຢູ່ກັບໂຄວິດຂອງຕົນເອງ, ໂດຍກ່າວວ່າເຊື້ອໄວຣັສນັ້ນຈະຍັງບໍ່ໄດ້ໄປໃສໄກ ແຕ່ປະເທດກໍໄດ້ຜ່ານຈຸດທີ່ໂຫດຮ້າຍທີ່ສຸດຈາກການລະບາດຂອງເຊື້ອ Omicron ມາໄດ້. ປັດຈຸບັນມີຕົວເລກຜູ້ຕິດເຊື້ອ ແລະ ຜູ້ເຂົ້າຮັບການປິ່ນປົວໃນໂຮງໝໍໜ້ອຍລົງ ຕອນນີ້ແມ່ນສາມາດປັບຕົວກັບມາສູ່ປົກກະຕິ.

ນາຍົກໄດ້ເນັ້ນວ່າ “ຄວນຮັບຜິດຊອບຕົນເອງ” ສຳລັບໂຄວິດໃນອະນາຄົດ ຫຼາຍກວ່າຈະໃຫ້ລັດຖະບານມາຄວບຄຸມໂດຍການໃຊ້ກົດໝາຍບອກໃຫ້ປະຊາຊົນຄິດເຫັນໃຈຜູ້ອື່ນ ແຕ່ຄວນຈະຄຳນຶງໄດ້ເອງເຖິງຄວາມຮັບຜິດຊອບຕໍ່ຜູ້ອື່ນ ແລະ ສັງຄົມ.

ຕັ້ງແຕ່ວັນພະຫັດທີ 24 ກຸມພາເປັນຕົ້ນໄປ:

  • ຜູ້ທີ່ກວດເຊື້ອໂຄວິດເປັນບວກ ຈະບໍ່ມີກົດໝາຍບັງຄັບໃຫ້ກັກຕົວປິ່ນປົວ ແຕ່ຍັງຖືກແນະນຳໃຫ້ຢູ່ເຮືອນ, ຫຼີກເວັ້ນການສຳຜັດຄົນອືນໄດ້ຢ່າງຕ່ຳ 5 ມື້ເຕັມ.
  • ການຕິດຕາມຜູ້ທີ່ໄດ້ໃກ້ຊິດໃນແຕ່ລະມື້ຈະໄດ້ຢຸດລົງ ສຳລັບຜູ້ທີ່ໄດ້ຮັບການສັກວັກຊີນຄົບໂດສທີ່ໄດ້ໃກ້ຊິດກັນ ແລະ ຜູ້ທີ່ມີອາຍຸ 18 ປີ ຈະບໍ່ຈຳເປັນຕ້ອງຖືກກວດທຸກມື້.
  • ນັບແຕ່ນີ້ຕໍ່ໄປ ຈະບໍ່ມີເງິນສະໜັບສະໜູນ 500 ປອນ ສຳລັບຜູ້ທີ່ມີລາຍຮັບຕ່ຳໃນການປິ່ນປົວໂຄວິດຫຼັງຜົນເປັນບວກ.
  • ກົດໝາຍການຈ່າຍເງິນເພີ່ມຂຶ້ນໃນມື້ລາປ່ວຍແມ່ນຍັງສືບຕໍ່ໄປອີກໜຶ່ງເດືອນ.

ຕັ້ງແຕ່ວັນທີ 1 ເດືອນເມສາເປັນຕົ້ນໄປ:

  • ການກວດຫາເຊື້ອສຳລັບຜູ້ທີ່ມີ ແລະ ບໍ່ມີອາການຕາມສະຖານທີ່ສາທາລະນະທົ່ວໄປແມ່ນຈະໄດ້ຢຸດລົງ ແລະ ຈະເນັ້ນໃສ່ກຸ່ມຄົນທີ່ອ່ອນແອທີ່ສຸດ (ນາຍົກບໍ່ໄດ້ລະບຸວ່າກຸ່ມຄົນໃດທີ່ແມ່ນກຸ່ມຄົນທີ່ອ່ອນແອທີ່ສຸດ)
  • ຜູ້ທີ່ມີອາການຂອງໂຄວິດ ແມ່ນຈະໄດ້ຮັບຜິດຊອບຕົນເອງຕໍ່ສັງຄົມເມື່ອຕ້ອງເລືອກວ່າຄວນຈະຢູ່ໃນເຮືອນຫຼືບໍ່.
  • ຄູ່ມືປັດຈຸບັນຂອງລັດຖະບານ ທີ່ຕ້ອງໃຊ້ສຳລັບບັດຜ່ານແດນແມ່ນຈະຢຸດລົງ ແລະ ບໍ່ຕ້ອງນຳໃຊ້ NHS Covid pass.

ເຖິງຢ່າງໃດກໍຕາມ ທາງຫົວໜ້າການແພດ Christ Whitty ແລະບັນດາຫົວໜ້າທີ່ປຶກສາທາງວິທະຍາສາດໄດ້ອອກມາກ່າວໃຫ້ປະຊາຊົນເພີ່ມຄວາມລະມັດລະວັງ ເນື່ອງຈາກການຕິດເຊື້ອຍັງນັບວ່າສູງຢູ່. ພ້ອມບອກວ່າພວກເຂົາຍັງຄົງສືບຕໍ່ເຝົ້າເບິ່ງສາຍພັນໃໝ່ທີ່ຈະມາຢູ່ຕະຫຼອດ ເນື່ອງຈາກໂຄວິດກໍຍັງສາມາດກໍ່ໃຫ້ເກີດບັນຫາໃຫຍ່ໄດ້ສະເໝີ.

ແຜນການສະເໜີຂອງນາຍົກລັດຖະມົນຕີກໍໄດ້ເກີດຄວາມຂັດແຍ້ງກັບບາງກຸ່ມຢ່າງສາສະດາຈານ Stephen Reicher ທີ່ອອກມາສະແດງຄວາມກັງວົນໃຈຕໍ່ການຕັດການສະໜັບສະໜູນດັ່ງກ່າວອອກ ເນື່ອງຈາກວ່າບໍ່ແມ່ນທຸກຄົນຈະສາມາດແຍກຕົວອອກມາປິ່ນປົວໄດ້ດ້ວຍຕົນເອງ ແລະ ຜູ້ທີ່ບໍ່ສາມາດຊື້ເຄື່ອງກວດຫາເຊື້ອໄດ້ ເຊິ່ງຂັດກັບຄຳຂອງນາຍົກວ່າ “ໃຜທີ່ຢາກຊື້ກໍສາມາດຊື້ໄດ້” ເນື່ອງຈາກບາງຄົນກໍຍັງຕ້ອງໄດ້ເລືອກລະຫວ່າງການມີໂອກາດໄດ້ກິນ ຫຼື ໄດ້ຢູ່ຢ່າງອົບອຸ່ນ ແລະບໍ່ຕ້ອງໃຫ້ເວົ້າເຖິງການຊື້ເຄື່ອງກວດ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/