ສສຊ ທ່ານ ວາລີ ເວດສະພົງ ກ່າວຕໍ່ກອງປະຊຸມ “ເງິນກີບອ່ອນຄ່າ-ບໍ່ມີຄ່າ ເພາະຂາດວິໄນ ແລະ ແກ້ບໍ່ຖືກຈຸດ“


ທ່ານ ນາງ ວາລີ ເວດສະພົງ ສສຊ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ປະກອບຄຳເຫັນໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ກ່ຽວກັບການປະເມີນການອອກພັນທະບັດ ມີປະສິດທິຜົນແລ້ວບໍ່? ເງິນຕາຕ່າງປະເທດ ຢູ່ນອກລະບົບມີຫຼາຍແທຫຼືບໍ່?

ເນື້ອໃນຊີ້ແຈງບາງຕອນມີດັ່ງນີ້:

1. ໃນສັງຄົມມີການໃຊ້ເງິນຕ່າງປະເທດຫຼາຍສະກຸນເຮັດໃຫ້ເງິນກີບອ່ອນຄ່າ ແລະ ບໍ່ມີຄ່າ ຕົວຢ່າງຕິດລາຄາສິນຄ້າເປັນເງິນຕາໃນບາງບ່ອນ, ຄ້າຂາຍຍົກ-ຍ່ອຍໂດຍບໍ່ໃຊ້ເງິນກີບ.

2. ຂັ້ນຕອນແລກປ່ຽນເງິນງ່າຍເກີນໄປ.

3. ມີການຍົກຍ້າຍເງິນຊື້ພັນທະບັດຫຼາຍເກີນໄປ ເພື່ອສະແຫວງຫາກຳໄລຫຼາຍເຮັດໃຫ້ຂາດແຄນເງິນ.

4. ການສົ່ງອອກສິນຄ້າແລ້ວນໍາເງິນເຂົ້າມາໄດ້ພຽງ 30%.

5. ເງິນກີບບໍ່ມີຄ່າຍ້ອນບໍ່ໄດ້ໃຊ້ເງິນສະກຸນດຽວ.

6. ການແກ້ໄຂບັນຫາສ່ວນໃຫຍ່ເນັ້ນໃສ່ແຕ່ທິດສະດີ ແຕ່ບໍ່ເນັ້ນໃສ່ວິທີແກ້ເກມໃຫ້ໄປຕາມກົດກະຕິກາ.

7. ມີການຊື້ຂາຍຄໍານໍາເຂົ້າ-ສົ່ງອອກໂດຍໃຊ້ເງິນສະກຸນຕ່າງປະເທດແບບຂາດລະບຽບ.

ປະເທດລາວໃຊ້ເງິນຫຼາຍສະກຸນ, ເພາະສະນັ້ນ ເວລາດູດເງິນກີບເຂົ້າໄປໃນເບື້ອງຕົ້ນອາດຈະໄດ້ຜົນໃນແງ່ຈິດຕະສາດ ແຕ່ຫຼັງຈາກນັ້ນ ມາໃຊ້ເກນເກົ່າແມ່ນບໍ່ໄດ້. ນອກຈາກນີ້ ທ່ານ ນາງວາລີ ຍັງສະເໜີໃຫ້ທາງລັດຖະບານ ພ້ອມທັງພາກສ່ວນທີ່ກ່ຽວຂ້ອງມາແກ້ໄຂໃນບັນຫານີ້ດ້ວຍກັນ.

ຂໍ້ມູນຈາກ: ປະເທດລາວ Phathedlao

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/