ສປປ ລາວ ແລະ ອາຊຽນ ຫາລືເຈລະຈາ ກຽມຍົກລະດັບສັນຍາການຄ້າດ້ານສິນຄ້າອາຊຽນ ຊຸກຍູ້ການຄ້າ-ການລົງທຶນ ໃນພາກພື້ນ


ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 30 ໄດ້ຫາລື ເຈລະຈາຍົກລະດັບສັນຍາການຄ້າດ້ານສິນຄ້າອາຊຽນ ແລະ ຂອບສັນຍາວ່າດ້ວຍເສດຖະກິດດິຈິຕອນອາຊຽນ ເພື່ອອໍານວຍຄວາມສະດວກ ແລະ ສົ່ງເສີມການພັດທະນາແບບຍືນຍົງ ໃນພາກພື້ນ.

ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 30 ໄດ້ຈັດຂຶ້ນໃນວັນທີ 9 ມີນາ ນີ່ ທີ່ນະຄອນຫຼວງພະບາງ ພາຍໃຕ້ການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ລັດຖະມົນຕີເສດຖະກິດອາຊຽນຂອງ ສປປ ລາວ, ມີບັນດາລັດຖະມົນຕີເສດຖະກິດອາຊຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດ ການຖະແຫຼງຜົນຂອງກອງປະຊຸມ ທ່ານ ມະໄລທອງ ກົມມະສິດ ກ່າວວ່າ: ໃນໂອກາດນີ້, ພວກເຮົາໄດ້ປຶກສາຫາລືບາງຂໍ້ລິເລີ່ມທີ່ສໍາຄັນພາຍໃຕ້ປະຊາຄົມເສດຖະກິດອາຊຽນ ເຊັ່ນ: ການເຈລະຈາຍົກລະດັບສັນຍາການຄ້າດ້ານສິນຄ້າອາຊຽນ ແລະ ຂອບສັນຍາວ່າດ້ວຍເສດຖະກິດດິຈິຕອນອາຊຽນ.

ໃນທ່າມກາງຄວາມບໍ່ແນ່ນອນຂອງສະພາບເສດຖະກິດໂລກ, ສປປ ລາວໄດ້ຢໍ້າຄືນຄໍາໝັ້ນສັນຍາຢ່າງບໍ່ຢຸດຢັ້ງຂອງອາຊຽນ ໃນການເສີມສ້າງພື້ນຖານຕະຫຼາດດຽວຂອງອາຊຽນ ຜ່ານການເຈລະຈາຍົກລະດັບສັນຍາການຄ້າດ້ານສິນຄ້າອາຊຽນ.

ທ່ານ ມະໄລທອງກ່າວວ່າ: ໃນຖານະທີ່ເປັນກະດູກສັນຫຼັງຂອງການຄ້າໃນພາກພື້ນ, ການຍົກລະດັບສັນຍາດັ່ງກ່າວ ຈະນໍາເອົາສາຍພົວພັນທາງການຄ້າລະຫວ່າງບັນດາປະເທດສະມາຊິກອາຊຽນກ້າວຂຶ້ນໄປສູ່ລະດັບຕໍ່ໄປ. ທັງນີ້, ພວກເຮົາຍັງເນັ້ນໜັກເຖິງຄວາມຈໍາເປັນໃນການຍົກລະດັບສັນຍາດັ່ງກ່າວ ເພື່ອອໍານວຍຄວາມສະດວກ ແລະ ສົ່ງເສີມການພັດທະນາແບບຍືນຍົງ. ບັນດາລັດຖະມົນຕີ ໄດ້ຢໍ້າຄືນຄໍາໝັ້ນສັນຍາຂອງອາຊຽນ ໃນການສະຫຼູບເນື້ອໃນສ່ວນໃຫຍ່ຂອງການເຈລະຈາຍົກລະດັບພາຍໃນປີນີ້.

ກ່ຽວກັບການເຈລະຈາຂອບສັນຍາວ່າດ້ວຍເສດຖະກິດດີຈີຕອນອາຊຽນ, ບັນດາປະເທດສະມາຊິກ ອາຊຽນມີຄວາມຍິນດີຕໍ່ຄວາມຄືບໜ້າຂອງການເຈລະຈາ ທີ່ຈະເປັນການສ້າງໃຫ້ອາຊຽນ ກາຍເປັນຂົງເຂດແຫ່ງເສດຖະກິດດິຈິຕອນໃນທົ່ວພາກພື້ນ ເຊິ່ງເປັນຕົວຂັບເຄື່ອນໃໝ່ ໃຫ້ແກ່ການຂະຫຍາຍຕົວຂອງເສດຖະກິດ ແລະ ຄວາມກ້າວໜ້າຂອງສັງຄົມ.

ກອງປະຊຸມ ຍັງໄດ້ປຶກສາຫາລືໃນທາງນະໂຍບາຍ ກ່ຽວກັບການພົວພັນດ້ານເສດຖະກິດຂອງອາຊຽນກັບຄູ່ຮ່ວມມືພາຍນອກ ເຊິ່ງອາຊຽນກໍາລັງປະເມີນຄືນການຈັດຕັ້ງປະຕິບັດ, ຍົກລະດັບສັນຍາ ແລະ ເຈລະຈາສ້າງສັນຍາສະບັບໃໝ່ກັບຄູ່ຮ່ວມມືດັ່ງກ່າວ.

ໃນເວລາດຽວກັນ, ກໍກໍາລັງຈັດຕັ້ງປະຕິບັດສັນຍາການຄ້າເສລີຕ່າງໆທີ່ມີຢູ່ ລວມທັງ ສັນຍາຄູ່ຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ ຫຼື RCEP. ໃນບັນດາສັນຍາການຄ້າເສລີ ແລະ ການພົວພັນກັບຄູ່ຮ່ວມມືເຫຼົ່ານັ້ນ, ຕ້ອງຮັບປະກັນວ່າສັນຍາການຄ້າເສລີລະຫວ່າງອາຊຽນ ແລະ ຄູ່ຮ່ວມເຈລະຈາ ຈະສືບຕໍ່ຍຶດໝັ້ນຄວາມເປັນແກນກາງຂອງອາຊຽນ, ປະກອບສ່ວນເຂົ້າໃນບັນດາຂໍ້ລິເລີ່ມຂອງອາຊຽນ ແລະ ສ້າງຜົນປະໂຫຍດນຮ່ວມກັນໃຫ້ແກ່ອາຊຽນ ແລະ ຄູ່ຮ່ວມເຈລະຈາ.

ກອງປະຊຸມຄັ້ງນີ້ ຈັດຂຶ້ນພາຍໃຕ້ຄໍາຂວັນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໃນປີນີ້, ສປປ ລາວ ໄດ້ສະເໜີ 14 ແຜນວຽກ ພາຍໃຕ້ເສົາຄໍ້າເສດຖະກິດ ໂດຍກວມເອົາບັນດາຂົງເຂດທີ່ປິ່ນອ້ອມວຽກງານເສດຖະກິດຄື: ຂົງເຂດ ກະສິກໍາ, ການທ່ອງທ່ຽວ, ພະລັງງານ, ຊັບສິນທາງປັນຍາ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ການຫັນເປັນດິຈິຕອນ ແລະ ຂົງເຂດອື່ນໆ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຕ່ອງໂສ້ການສະໜອງ ແລະ ຮັດແຄບຊ່ອງວ່າງຄວາມແຕກໂຕນດ້ານການພັດທະນາ ລະຫວ່າງປະເທດສະມາຊິກອາຊຽນ. ບັນດາ 14 ແຜນວຽກນີ້ ໄດ້ກວມເອົາໜ້າວຽກຕ່າງໆໃນປະຊາຄົມເສດຖະກິດອາຊຽນ ພາຍໃຕ້ການຊີ້ນໍາຂອງລັດຖະມົນຕີເສດຖະກິດອາຊຽນ ເຊິ່ງບັນດາລັດຖະມົນຕີເສດຖະກິດອາຊຽນ ໄດ້ສະແດງການສະໜັບສະໜູນຕໍ່ແຜນວຽກດັ່ງກ່າວທີ່ສະເໜີໂດຍ ສປປ ລາວ ແລະ ມີຄວາມມຸ່ງໝັ້ນທີ່ຈະຈັດຕັ້ງປະຕິບັດໃຫ້ສໍາເລັດຕາມກໍານົດເວລາ.

ປະຊາຊົນ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/