BNB ເພີ່ມຂຶ້ນ 62% ພາຍໃນ 1 ເດືອນ ແຕະຈຸດສູງທີ່ສຸດໃນຮອບ 2 ປີ ນັກວິເຄາະຄາດວ່າຈະສາມາດຢືນເໜືອລະດັບ 600 ໂດລາໄດ້


ລາຄາຂອງຫຼຽນ BNB ໄດ້ເພີ່ມຂຶ້ນຈົນໜ້າຕົກໃຈ, ໂດຍເພີ່ມຂຶ້ນເຖິງ 62% ພາຍໃນ 30 ມື້ແຕະລະດັບສູງສຸດໃນຮອບສອງປີທີ່ 489.50 ໂດລາໃນວັນທີ 8 ມີນາທີ່ຜ່ານມາ.

ການເພີ່ມຂຶ້ນຂອງລາຄາ BNB ໄດ້ເຮັດໃຫ້ເກີດການສົນທະນາທີ່ຮ້ອນແຮງໃນກຸ່ມນັກເທຣດ crypto. ໂດຍຫຼາຍຄົນຄາດການວ່າ ການທີ່ລາຄາ BNB ຈະເພີ່ມຂຶ້ນເໜືອລະດັບ 600 ໂດລານັ້ນແມ່ນພຽງແຕ່ຖ້າເວລາເທົ່ານັ້ນ.

ການເພີ່ມຂຶ້ນຢ່າງຫຼວງຫຼາຍນີ້ ບໍ່ພຽງແຕ່ສະທ້ອນໃຫ້ເຫັນເຖິງການເຕີບໂຕຂອງ BNB ທ່າມກາງສະພາບຕະຫຼາດທີ່ມີຊີວິດຊີວາໂດຍລວມ. ແຕ່ມັນຍັງເສີມສ້າງສະຖານະພາບຂອງ BNB ໃນຖານະທີ່ເປັນຫຼຽນ crypto ອັນດັບສາມທີ່ມີການລົງທຶນໃນຕະຫຼາດສູງທີ່ສຸດ (ບໍ່ລວມເອົາ Stablecoins). ຢ່າງໃດກໍຕາມ, ຍັງຄົງມີຄໍາຖາມກ່ຽວກັບຄວາມຍືນຍົງຂອງການເພີ່ມຂຶ້ນຂອງຫຼຽນໃນຄັ້ງນີ້.

ຄວາມເຊື່ອໝັ້ນນັກລົງທຶນຕໍ່ກັບຫຼຽນ BNB ບໍ່ໄດ້ມີແຕ່ແງ່ບວກສະເໝີໄປ. ໂດຍສະເພາະແມ່ນຫຼັງຈາກທີ່ Changpeng Zhao “CZ” ຜູ້ກໍ່ຕັ້ງ Binance ໄດ້ຍອມຮັບຂໍ້ຕົກລົງ. ​ໂດຍ​​ຍອມຮັບສາລະພາບ​ຜິດ​ໃນ​ສານ​ລັດຖະບານ​ກາງ​ສະຫະລັດ ໃນເດືອນພະຈິກ 2023 ກ່ຽວກັບຂໍ້ຫາ ການໂອນເງິນທີ່ຜິດກົດໝາຍຜ່ານກະດານເທຣດ.

ການຕັດສິນໃຈຂອງ CZ ທີ່ຈະລາອອກເປັນ CEO ໄດ້ສ້າງຄວາມກັງວົນກ່ຽວກັບອະນາຄົດຂອງ BNB ເນື່ອງຈາກມີຄວາມສຳພັນທີ່ໃກ້ຊິດກັບລະບົບນິເວດຂອງ Binance.

ແຕ່ເຖິງວ່າຈະມີສິ່ງທ້າທາຍເຫຼົ່ານີ້ ແຕ່ຂໍ້ຕົກລົງໃນເດືອນທັນວາ 2023 ຂອງ Binance ກັບຄະນະກໍາມະການການຄ້າຂອງສະຫະລັດ (CFTC) ທີ່ຮຽກຮ້ອງໃຫ້ປັບປຸງການຄຸ້ມຄອງບໍລິສັດພາຍໃນ Binance ໄດ້ຊ່ວຍບັນເທົາຄວາມບໍ່ແນ່ນອນບາງຢ່າງທີ່ຢູ່ອ້ອມຂ້າງ BNB.

ການພັດທະນານີ້ມາພ້ອມກັບການທົດລອງ CZ ຢ່າງຕໍ່ເນື່ອງ. ເຮັດໃຫ້ຊຸມຊົນ crypto ຕ້ອງໄດ້ຕິດຕາມສະຖານະການຢ່າງໃກ້ຊິດ.

ການເພີ່ມຂຶ້ນຂອງປະລິມານການຊື້ຂາຍ crypto ທີ່ຜ່ານມາໄດ້ເຮັດໃຫ້ບັນຫາຂອງກະດານເທຣດທີ່ສໍາຄັນຈໍານວນຫຼາຍເຫັນໄດ້ຊັດເຈນຂຶ້ນ, ໂດຍສະເພາະແມ່ນ Coinbase ປະສົບກັບບັນຫາໃນການຢຸດການໃຫ້ບໍລິການໃນຫຼາຍໆຄັ້ງ.

ເຫດການເຫຼົ່ານີ້ໄດ້ຖືກວິພາກວິຈານ ໂດຍສະເພາະແມ່ນຈາກນັກລົງທຶນ crypto ເຊັ່ນ @Rampage_Calls ແລະ Vijay Boyapati, ຜູ້ທີ່ປຽບທຽບບັນຫາສະພາບຄ່ອງຂອງ Coinbase ກັບການລົ້ມລະລາຍຂອງ MtGox.

Vijay Boyapati ໄດ້ຮຽກຮ້ອງໃຫ້ Coinbase ແກ້ໄຂບັນຫາດັ່ງກ່າວ ໂດຍເນັ້ນໜັກເຖິງຄວາມສໍາຄັນຂອງໂຄງສ້າງພື້ນຖານຂອງກະດານເທຣດທີ່ເຊື່ອຖືໄດ້. ເຊິ່ງແມ່ນປັດໄຈສໍາຄັນທີ່ເຮັດໃຫ້ Binance ເປັນຜູ້ນໍາໃນປະລິມານການຊື້ຂາຍ.

ລະບົບການຊື້ຂາຍທີ່ເຂັ້ມແຂງຂອງ Binance ແນ່ນອນວ່າມີບົດບາດໃນການດຶງດູດຜູ້ໃຊ້ ໂດຍຮັບການຊຸກຍູ້ເພີ່ມເຕີມຈາກສິ່ງຈູງໃຈເຊັ່ນ: ຄ່າທໍານຽມການຊື້ຂາຍຕໍ່າ.

ຢ່າງໃດກໍຕາມ, ມູນຄ່າຂອງ BNB ບໍ່ໄດ້ຢຸດຢູ່ພຽງແຕ່ປະເດັນເຫຼົ່ານັ້ນ ໂດຍລະບົບນິເວດຂອງ BNB Chain ຍັງເປັນອົງປະກອບທີ່ສໍາຄັນທີ່ຕ້ອງໄດ້ຮັບການພິຈາລະນາ.

ເຖິງແມ່ນວ່າປະລິມານການຝາກເງິນເພື່ອໃຊ້ smart contract ໃນ BNB Chain ໄດ້ຫຼຸດລົງ 7%, ແຕ່ປະລິມານ DApp ຂອງເຄືອຂ່າຍກັບເພີ່ມຂຶ້ນ 41% ໃນເດືອນທີ່ຜ່ານມາ, ເຊິ່ງສະແດງໃຫ້ເຫັນການມີສ່ວນຮ່ວມ ແລະ ກິດຈະກໍາທີ່ສໍາຄັນ. ດ້ວຍຈຳນວນຜູ້ໃຊ້ ແອັບພລິເຄຊັນທີ່ມີການແບ່ງຂັ້ນຄຸ້ມຄອງ (DApps) ໃນ BNB Chain ທີ່ຫຼາຍກວ່າ 5.6 ລ້ານຄົນທີ່ຊີ້ໃຫ້ເຫັນເຖິງການມີສ່ວນຮ່ວມຂອງຜູ້ໃຊ້ທີ່ເຂັ້ມແຂງໃນ BNB Chain.

ລະບົບນິເວດທີ່ຄຶກຄັກ ພ້ອມກັບການວິເຄາະຜົນປະໂຫຍດຂອງ BNB Chain ແລະ ຜົນກະທົບຕໍ່ Binance ຫຼັງຈາກການຕັດສິນໃຈຂອງ CZ ທີ່ໄດ້ນຳສະເໜີມຸມມອງໃນເຊີງບວກສຳລັບຫຼຽນ BNB ນີ້, ຊີ້ໃຫ້ເຫັນເຖິງຄວາມເປັນໄປໄດ້ທີ່ລາຄາຈະບັນລຸ ແລະ ອາດຈະຢືນເໜືອລະດັບ 600 ໂດລາ.

ໃນຂະນະທີ່ຂຽນ, BNB ໄດ້ມີການຊື້ຂາຍກັນຢູ່ທີ່ 525 ໂດລາ, ເຊິ່ງເພີ່ມຂຶ້ນ 5.96% ໃນ 24 ຊົ່ວໂມງທີ່ຜ່ານມາ. ອ້າງອີງຂໍ້ມູນຈາກ coinmarketcap.

ທີ່ມາ:

cryptointelligence

coinmarketcap/bnb/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/