ຊາຍຊາວມາເລເຊຍ ຂໍສານຫຼຸດຄ່າປະກັນຕົວ ເພື່ອຊື້ອາຫານລ້ຽງແມວ


ສຳນັກຂ່າວຕ່າງປະເທດ ລາຍງານຈາກ ກົວລາລຳເປີ ປະເທດມາເລເຊຍ ມີຊາຍຊື່ວ່າ ເອີວານ ອັບດຸນ ການີ ຖືກຕຳຫຼວດຈັບກຸມໃນຂໍ້ຫາຄອບຄອງກັນຊາ 4.3 ກຣາມ ເມື່ອວັນທີ 17 ກຸມພາ 2024 ທີ່ຜ່ານມາ ເຊິ່ງພົບວ່າມີຄວາມຜິດ ອາດຈະຕ້ອງຈຳຄຸກເປັນເວລາສູງສຸດ 5 ປີ ຫຼື ປັບເປັນເງິນສູງສຸດ 20,000 ຣິງກິດ ຫຼືທັງຈຳທັງປັບ.

ສານໄດ້ສະເໜີວົງເງິນປະກັນຕົວໄວ້ທີ່ປະມານ 8,000 ຣິງກິດ ແຕ່ວ່າ ເອີວານ ໄດ້ຮ້ອງຂໍສານໃຫ້ຫຼຸດຄ່າປະກັນຕົວລົງ ພ້ອມໃຫ້ເຫດຜົນວ່າ “ຂ້ອຍຫວັງວ່າຄ່າປະກັນຕົວສາມາດຫຼຸດລົງໄດ້ ເພາະວ່າຂ້ອຍມີພາລະຜູກພັນຫຼາກຫຼາຍ ເຊິ່ງລວມໄປເຖິງການໃຫ້ອາຫານແມວ” ແລະ ທ້າຍທີ່ສຸດຜູ້ພິພາກສາກໍໄດ້ກຳນົດວົງເງິນປະກັນໃໝ່ຢູ່ທີ່ 3,800 ຣິງກິດ ແຕ່ຕ້ອງມີຜູ້ຄ້ຳປະກັນ 1 ຄົນ.

ຂອບໃຈຂໍ້ມູນຈາກ:dailynews

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/