Oppenheimer ກວາດຮາງວັນຈາກເວທີ Oscar ໃນຄັ້ງທີ 96 ໄປໄດ້ຫຼາຍທີ່ສຸດ!


ຈົບລົງໄປແລ້ວກັບງານປະກາດຮາງວັນລະດັບໂລກ Oscar ຫຼື ງານປະກາດຮາງວັນ Academy Awards ຄັ້ງທີ 96 ນັ້ນເອງ ແລະ ຮູບເງົາທີ່ກວາດຮາງວັນໄປຫຼາຍທີ່ສຸດແມ່ນ Oppenheimer ທີ່ກວາດໄປໄດ້ເຖິງ 7 ຮາງວັນ ແລະ ໄດ້ຮາງວັນໃຫຍ່ທີ່ສຸດຄືຮູບເງົາດີເດັ່ນອີກດ້ວຍ.

ໂດຍຮູບເງົາ Oppenheimer ສາມາດກວາດຮາງວັນໄດ້ເຖິງ 7 ຮາງວັນ ຄື Best Actor ນັກສະແດງຊາຍດີເດັ່ນ ຜູ້ຊະນະຄື Cillian Murphy, Best Supporting Actor ນັກສະແດງສົມທົບຊາຍດີເດັ່ນ ຜູ້ຊະນະຄື Robert John Downey Jr., Best Picture ຮາງວັນຮູບເງົາດີເດັ່ນ, Best Director ຮາງວັນຜູ້ກຳກັບດີເດັ່ນ, Best Cinematography ຮາງວັນການຖ່າຍພາບດີເດັ່ນ, Best Film Editing ຮາງວັນຕັດຕໍ່ດີເດັ່ນ ແລະ Best Score ຮາງວັນເພງບັນເລງຮູບເງົາດີເດັ່ນ.

ທີ່ມາ: siamrath

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/