Fukushima ປ່ອຍນ້ຳປົນເປື້ອນ 4 ຄັ້ງ! ສ່ວນເເບ່ງຕະຫຼາດອາຫານທະເລຍີ່ປຸ່ນໃນຕະຫຼາດ​ຈີນ​ຫຼຸດ​ລົງ 50%, ໄທຄວ້າໂອກາດໃນການຂະຫຍາຍຕະຫຼາດ


12 ປີ​ຫຼັງ​ຈາກເກີດ​ແຜ່ນດິນ​ໄຫວ ​ແລະ ​ຄື້ນ​ສຶນາ​ມິ​ໄດ້​ໂຈມ​ຕີ​ໂຮງ​ໄຟຟ້າ​ນິວ​ເຄຼຍ Fukushima Daiichi ແຮງສັ່ນສະເທືອນຍັງສົ່ງຜົນກະທົບຕໍ່ຕະຫຼາດ​ອາ​ຫານ​ທະ​ເລ​ໂລກ, ​ໂດຍ​ສະ​ເພາະ​ແມ່ນ​ເມືອງ​ຟຸກຸ​ຊິ​ມະ, ອະດີດ​ທ່າ​ກຳ​ປັ່ນ​ສຳຄັນ​ທີ່​ສົ່ງ​ອອກ​ອາຫານ​ທະ​ເລ​ໄປ​ທົ່ວ​ໂລກ.

ການປ່ອຍນໍ້າເປື້ອນ ຈາກໂຮງງານໄຟຟ້ານິວ​ເຄຼຍ Fukushima ລົງສູ່ທະເລໃນປີ 2023 ເຮັດໃຫ້ເກີດຄວາມກັງວົນຕໍ່ຜູ້ບໍລິໂພກທົ່ວໂລກ. ໂດຍສະເພາະແມ່ນຈີນ ເຊິ່ງເປັນຕະຫຼາດນໍາເຂົ້າຫຼັກທີ່ໄດ້ປະກາດຊະລໍການນໍາເຂົ້າອາຫານທະເລຈາກຍີ່ປຸ່ນ ເຮັດໃຫ້ສ່ວນແບ່ງຕະຫຼາດຂອງຍີ່ປຸ່ນຫຼຸດລົງ.

​ເຖິງ​ວ່າ​ຍີ່ປຸ່ນ​ໄດ້​ອອກ​ມາ​ອະທິບາຍ​ວ່າ​ມີ​ມາດ​ຕະການ​ຄວາມ​ປອດ​ໄພ​ລະດັບສາກົນ​ຫຼາຍ​ປານ​ໃດ​ໃນ​ການ​ບຳບັດ​ນ້ຳ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບໍລິສັດ​ໄຟຟ້າ​ໂຕ​ກຽວ (TEPCO) ​ໄດ້​ສືບ​ຕໍ່​ປ່ອຍ​ນ້ຳ​ບຳບັດ​ໃນ​ວັນ​ທີ 28 ກຸມພາ 2024, ​ເຊິ່ງ​ເປັນ​ຄັ້ງ​ທີ 4 ຫຼັງ​ຈາກ​ໄດ້​ປ່ອຍ​ອອກ​ມາ 3 ຄັ້ງ​ໃນ​ປີ 2023.

​ສະມາຄົມ​ຮ່ວມ​ມື​ການ​ປະມົງ​ຢູ່​ຍີ່ປຸ່ນກວ່າ 80% ຂອງ ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການຊະລໍການນຳເຂົ້າຂອງ​ຈີນ​. ໃນທາງກົງກັນຂ້າມ, ໄທ​ກັບໄດ້ຮັບ​ໂອ​ກາດໃນການຂະຫຍາຍ​ຕະຫຼາດ​ອາ​ຫານ​ທະ​ເລ ​ແລະ ​ອາ​ຫານ​ທະ​ເລເເປຮູບ.

ທ່ານ ວິ​ສິດ ​ລິມ​ລື​ຊາ ຮອງ​ປະທານ​ສະພາ​ການ​ຄ້າ​ໄທ​ໄດ້​ວິ​ເຄາະ​ວ່າ: ຜູ້​ບໍລິ​ໂພ​ກ​ໄທ​ອາດ​ມີ​ຄວາມ​ວິຕົກ​ກັງວົນ ​ແລະ ​ຊະລໍ​ການ​ບໍລິໂພກ​ອາຫານ​ທະ​ເລ​ຈາກ​ຍີ່​ປຸ່ນ. ແຕ່ໄທຍັງມີມາດຕະການກວດກາຢ່າງເຂັ້ມງວດ.

ໃນຂະນະທີ່ອຸດສາຫະກໍາອາຫານທະເລແປຮູບ ໄທ​ກໍໄດ້ນຳ​ເຂົ້າ​ວັດ​ຖຸ​ດິບ​ຈາກ​ຫຼາຍ​ປະ​ເທດໂດຍມີຂະບວນການທົດສອບທີ່ເຄັ່ງຄັດເພື່ອສ້າງຄວາມໝັ້ນໃຈໃຫ້ກັບຜູ້ບໍລິໂພກ.

ອີງຈາກຂໍ້ມູນທີ່ໄດ້ຮັບມາສະ​ແດງ​ໃຫ້​ເຫັນ​ການ​ປ່ຽນ​ແປງ​ຂອງ​ ຕະຫຼາດອາຫານທະເລທີ່ນໍາເຂົ້າໃນປະເທດຈີນດັ່ງຕໍ່ໄປນີ້:

ໃນປີ 2022

  • ໄທ​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ອັນ​ດັບ 11 ຂອງ​ຈີນ​ສຳລັບ​ຜະລິດຕະພັນພິກັດ 03 ອາຫານ​ທະ​ເລ​ສົດ, ເເຊ່ເຢັນ, ແຊ່​ແຂງ ​ແລະ ແຫ້ງ​ກວມ​ປະມານ 2%, ​ເປັນ​ມູນ​ຄ່າ 382.3 ລ້ານ​ໂດ​ລາ​.
  • ໄທ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ສາມ​ຂອງ​ຈີນ​ສຳລັບ​​ຜະລິດຕະພັນພິກັດ 1604 ​ແລະ 1605. ປາແປຮູບ ​ແລະ ​ອາຫານ​ທະ​ເລ​ກວມ​ເອົາ​ປະມານ 14%, ຄິດ​ເປັນ​ມູນ​ຄ່າ 47.5 ລ້ານ​ໂດ​ລາ​.

ປີ 2023

  • ໄທຄອງສ່ວນ​ແບ່ງ​ຕະຫຼາດ ​ເພີ່ມ​ຂຶ້ນ​ເປັນ 2.2% ສຳລັບ​ຜະລິດຕະພັນພິກັດ 03, ​ຄິດເປັນ​ມູນ​ຄ່າ 415.8 ລ້ານໂດລາ.
  • ໄທຄອງສ່ວນແບ່ງຕະຫຼາດ ເພີ່ມຂຶ້ນເປັນ 16% ສຳລັບ​ຜະລິດຕະພັນພິກັດ 1604 ແລະ 1605, ຄິດເປັນມູນຄ່າ 55 ລ້ານໂດລາ.
  • ການ​ສົ່ງ​ອອກ​ອາ​ຫານ​ທະ​ເລ​ຂອງ​ໄທ​ໄປ​ຈີນ​ໄດ້​ເພີ່ມ​ຂຶ້ນ 41 ລ້ານໂດລາ.

ສິນຄ້າທີ່ຈີນມັກນໍາເຂົ້າຈາກໄທປະກອບມີ:

  • ກຸ້ງແຊ່ແຂງ
  • ປາແຊ່ແຂງ
  • ປູແຊ່ເຢັນ ແລະ ແຊ່ແຂງ
  • ກຸ້ງກະປ໋ອງ
  • ປາທູນ່າກະປ໋ອງ
  • ປາໝຶກກະປ໋ອງ
  • ປາຊາດີນກະປ໋ອງ ແລະ ປາແມັກເຄີເຣວ

ທ່ານ​ວິ​ສິດຍັງ​ກ່າວ​ຕື່ມວ່າ, ຖ້າ​ໄທ​ສ້າງ​ຄວາມ​ໝັ້ນ​ໃຈ​ຕໍ່​ຄວາມ​ປອດ​ໄພ​ຂອງ​ອາຫານ​ທະ​ເລ​ ແລະ ​ມາດ​ຕະການ​ກວດກາ​ການ​ນຳ​ເຂົ້າ​ຢ່າງ​ເຂັ້ມ​ງວດ, ​ຈະເປັນໂອກາດ​ທີ່ດີໃນການ​ຂະຫຍາຍ​ຕະຫຼາດ​ສົ່ງ​ອອກ.

ສະຫຼຸບ, ເຫດການ Fukushima ໄດ້ສົ່ງຜົນກະທົບຕໍ່ຕະຫຼາດອາຫານທະເລຂອງໂລກ. ໄທ​ມີ​ໂອ​ກາດ​ໃນການຂະຫຍາຍ​ຕະຫຼາດ​ອາ​ຫານ​ທະ​ເລ ​ແລະ ​ອາ​ຫານ​ເເປຮູບ, ເເຕ່ຕ້ອງ​ສ້າງ​ຄວາມ​ເຊື່ອໝັ້ນ​​ດ້ານ​ຄວາມ​ປອດ​ໄພ ແລະ ມາດຕະການກວດກາທີ່ເຂັ້ມງວດຂຶ້ນ ເພື່ອຄວາມສະບາຍໃຈຂອງຜູ້ບໍລິໂພກ.

ທີ່ມາ:

prachachat

sanook

bbc

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/