ສປປ ລາວ ຕັ້ງເປົ້າດຶງດູດນັກທ່ອງທ່ຽວລາວ ໃຫ້ໄດ້ 6,2 ລ້ານຄົນ ຄາດສ້າງລາຍຮັບເຂົ້າປະເທດກວ່າ 1,3 ຕື້ໂດລາ


ລັດຖະບານແຫ່ງ ສປປ ລາວ ​ຕັ້ງເປົ້າ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ 6,2 ລ້ານ​ເທື່ອ​ຄົນ, ​ໃນ​ປີທ່ອງທ່ຽວລາວ 2024 ຄາດຈະສ້າງລາຍຮັບເຂົ້າປະເທດຈາກການທ່ອງທ່ຽວໃນປີໜ້ານີ້ໄດ້ຫຼາຍກວ່າ 1,3 ຕື້​ໂດ​ລາ​ສະຫະລັດ.

ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວໃນກອງປະຊຸມ ລາຍ​ງານ​ສະ​ຫຼຸບ​ວຽກ​ງານ​ປະ​ຈຳ​ປີ 2023 ແລະ ​ແຜນ​ການ​ປີ 2024 ຂອງ​ກະ​ຊວງ ເມື່ອບໍ່ດົນມານີ້ວ່າ: ກະຊວງຫວັງວ່າ ຈະມີນັກທ່ອງທ່ຽວທັງລາວ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວລາວ ຫຼາຍກວ່າ 6,2 ລ້ານຄົນ ໃນປີ 2024 ໂດຍຈະໃຊ້ງົບປະມານໃນການທ່ອງທ່ຽວ, ຄ່າທີ່ພັກ, ອາຫານ ແລະ ອື່ນໆຫຼາຍກວ່າ 1,3 ຕື້ໂດລາສະຫະລັດ.

ໃນນັ້ນ, ຄາດວ່າຈະມີນັກທ່ອງທ່ຽວລາວຫຼາຍກວ່າ 2,2 ລ້ານຄົນ, ໃຊ້ງົບປະມານ 368 ລ້ານໂດລາສະຫະລັດ, ນັກທ່ອງທ່ຽວຕ່າງປະເທດອີກເກືອບ 4 ລ້ານຄົນ ແລະ ຈະໃຊ້ຈ່າຍຫຼາຍກວ່າ 1 ຕື້ໂດລາສະຫະລັດ.

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ: ວຽກງານຂອງກະຊວງ ໄດ້ປະສົບຜົນສຳເລັດໃນຫຼາຍດ້ານ ໃນ 1 ປີຜ່ານມາ, ແຕ່ມີຈຸດອ່ອນບາງອັນເປັນອຸປະສັກຕໍ່ຄວາມຄືບໜ້າຂອງແຜນພັດທະນາ.

ເພື່ອ​ບັນລຸ​ເປົ້າ​ໝາຍ​ຈຳນວນ​ນັກ​ທ່ອງ​ທ່ຽວ, ​ທາງກະຊວງທີ່​ມີ​ແຜນ​ຈະ​ໂຄສະນາ​ປີ​ທ່ອງ​ທ່ຽວ​ລາວ​ເປັນ​ພາສາ​ລາວ, ອັງກິດ ​ແລະ ຈີນ ​ແລະ ຜະລິດ​ແຜ່ນ​ພັບ​ຂໍ້​ມູນ​ຂ່າວສານ​ການທ່ອງທ່ຽວ​ເພື່ອ​ແຈກ​ຢາຍ​ໃຫ້​ນັກ​ທ່ອງ​ທ່ຽວ.

ໂດຍທາງກະຊວງຍັງວາງແຜນທີ່ຈະຈັດການຢ້ຽມຢາມບາງສະຖານທີ່ທ່ອງທ່ຽວຂອງປະເທດໃຫ້ກັບ ຜູ້ທີ່ມີອິດທິພົນໃນສັງຄົມໂລກອອນລາຍ ຫຼື ຮູ້ຈັກກັນວ່າ Influencer  ແລະ ຫວັງວ່າເຂົາເຈົ້າຈະຊ່ວຍໂຄສະນາສະຖານທີ່ຕ່າງທີ່ພວກເຂົາໄປ ລົງໃນພື້ນທີ່ໃນອອນລາຍຂອງພວກເຂົາ.

ປີ 2023 ມີ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ 3,4 ລ້ານ​ເທື່ອ​ຄົນ​ມາ​ທ່ຽວ​ລາວ, ​ເພີ່ມ​ຂຶ້ນ 164% ​ເມື່ອ​ທຽບ​ໃສ່​ປີ 2022.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/