ສປປ ລາວ ກຽມຫັນປະເທດ ໄປສູ່ລະບົບເສດຖະກິດແບບ ເອກະລາດ ຫຼຸດການເພິ່ງພາ ແລະ ເອື່ອຍອີງ ຈາກພາຍນອກ


ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ແລະ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຫັນປ່ຽນເສດຖະກິດຂອງ ສປປ ລາວໂດຍນຳພາໄປສູ່ຄວາມເປັນເອກະລາດ ແລະ ຄວາມເປັນເຈົ້າການຂອງລາວ ຫຼຸດການເພິ່ງພາ ແລະ ເອື່ອຍອີງ ຈາກພາຍນອກ ເພື່ອເຮັດໃຫ້ລາວມີຄວາມຢືດຢຸ່ນທາງເສດຖະກິດຫຼາຍຂຶ້ນ.

ຄຳເຫັນດັ່ງກ່າວມີຂຶ້ນໃນກອງປະຊຸມວຽກງານການເງິນ ທົ່ວປະເທດ ປະຈໍາປີ 2023 ໃນວັນທີ 19 ທັນວາ 2023 ທີ່ສູນປະຊຸມ ແລະ ເຝິກອົບຮົມສາກົນ (ICTC) ນະຄອນຫຼວງວຽງຈັນ.

ໂດຍທ່ານ ທອງລຸນ ກ່າວວ່າ: “ນັບແຕ່ນີ້ຕໍ່ໄປ ຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ ຈະໄດ້ເລັ່ງລັດການວາງນະໂຍບາຍ ຫັນປະເທດເຮົາ, ລະບົບເສດຖະກິດ ຂອງຊາດເຮົາ ຈາກລະບອບເສດຖະກິດ ທີ່ເຕັມໄປດ້ວຍການເພິ່ງພາ, ເອື່ອຍອີງ ໃຫ້ກ້າວໄປສູ່ລະບົບ ແລະ ລະບອບເສດຖະກິດ “ເອກະລາດ, ເປັນເຈົ້າຕົນເອງ” ຫຼື ອາດຈະໃຊ້ຕົວອັກສອນຫຍໍ້ “ສອຈ”.

ໂດຍແນວຄິດ ແລະ ທັດສະນະ ຕໍ່ກັບ “ສອຈ” ຢູ່ປະເທດເຮົາ ໄດ້ຖືກສະເໜີໃຫ້ກັບບັນດານັກເສດຖະສາດ, ນັກຄົ້ນຄວ້າເສດຖະກິດມະຫາພາກ, ນັກການເງິນ, ນັກທະນາຄານ… ສະຖາບັນ,  ມະຫາວິທະຍາໄລ, ສູນຄົ້ນຄວ້າ ວິໄຈຕ່າງໆ ໄດ້ນຳໄປສືບຕໍ່ວິໄຈ, ສະຫຼຸບ, ສັງລວມອອກມາ ຢ່າງມີພື້ນຖານ ຕາມຫຼັກວິທະຍາສາດ ທີ່ແທດເໝາະກັບສະພາບຄວາມເປັນຈິງ ຂອງປະເທດເຮົາ.

ການ​ເຄື່ອນ​ໄຫວ​ດັ່ງກ່າວ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ເສດຖະກິດລາວສ່ວນຫຼາຍແມ່ນ ​ຂຶ້ນ​ກັບ​ປັດ​ໄຈ​ພາຍ​ນອກ​, ​ເຊັ່ນ​ການ​ເພິ່ງ​ພາ​ອາ​ໄສ​ການ​ນຳ​ເຂົ້າ​ເພື່ອ​ການ​ບໍລິ​ໂພ​ກພາຍ​ໃນ​ ​ເຮັດ​ໃຫ້​ເສດຖະກິດ​ຊຸດ​ໂຊມ​ລົງ ​ແລະ ​ເຮັດ​ໃຫ້​ປະ​ເທດ​ເກີດ​ການ​ກະທົບ​ຈາກ​ພາຍ​ນອກ ແລະ ປະສົບກັບຄວາມຫຍຸ້ງຍາກ.

ໂດຍ ທ່ານປະທານປະເທດ ກ່າວວ່າ: ເສດຖະກິດທີ່ເປັນເອກະລາດ ນັ້ນບໍ່ໄດ້ໝາຍຄວາມວ່າປະເທດລາວຈະຕ້ອງຜະລິດເອງ ກໍເຮັດເອງ, ອັນໃດກໍຕ້ອງໃຫ້ມີເປັນຂອງຕົນເອງ…ໃຜຜະລິດຫຍັງຂຶ້ນ, ເຮົາກໍຕ້ອງຜະລິດໃຫ້ມີຄືເຂົາທັງໝົດ. ແຕ່ຈຸດປະສົງແມ່ນເພື່ອຫຼຸດຜ່ອນການເພິ່ງພາອາໄສອັນໜັກໜ່ວງຂອງປະເທດລາວ ໂດຍການໃຊ້ຊັບພະຍາກອນທຳມະຊາດ ແລະ ທ່າແຮງດ້ານອື່ນໆຂອງປະເທດໃຫ້ມີປະສິດທິຜົນທີ່ສຸດ ແລະ ເພື່ອໃຫ້ຄົນລາວມີສ່ວນຮ່ວມໃນຂະບວນການດັ່ງກ່າວຫຼາຍຂຶ້ນ.

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເນັ້ນໜັກເຖິງຄວາມຈໍາເປັນໃນການຄ້າ ແລະ ການລົງທຶນ ໃນຊັບພະຍາກອນທໍາມະຊາດຢ່າງຍືນຍົງ ແລະ ເພື່ອສົ່ງອອກຜະລິດຕະພັນໄປສູ່ຕະຫຼາດໂລກທີ່ກວ້າງຂວາງຂຶ້ນ.

https://www.facebook.com/photo/?fbid=762200762620601&set=a.659866949520650

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/