ສປປ ລາວ ກຽມກໍ່ສ້າງໂຄງການເຊື່ອມຕໍ່ ພະລັງງານສະອາດ ໄລຍະ 1 ຄາດສາມາດສະໜອງໄຟຟ້າໄດ້ເຖິງ 10 ລ້ານຄົວເຮືອນໃນລາວ


ສປປ ລາວ ກຽມກໍ່ສ້າງໂຄງການເຊື່ອມຕໍ່ພະລັງງານສະອາດ ໄລຍະທີ I ຢູ່ແຂວງອຸດົມໄຊ ຄາດພາຍຫຼັງສຳເລັດແລ້ວ ຈະສາມາດຕອບສະໜອງຄວາມຕ້ອງການຊົມໃຊ້ໄຟຟ້າໄດ້ເຖິງ 10 ລ້ານຄົວເຮືອນໃນລາວ.

ອີງຕາມການລາຍງານຂອງໜັງສືພິມຂ່າວສານປະເທດລາວ ເມື່ອບໍ່ດົນມານີ້ ໄດ້ມີພິທີກະກຽມກຽມກໍ່ສ້າງໂຄງການເຊື່ອມຕໍ່ພະລັງງານສະອາດ ໄລຍະທີ I ຢູ່ພາກເໜືອ ຂອງບໍລິສັດ ຊີຈີເອັນ (ລາວ) ໂດຍມີ ທ່ານ ສິນລະວົງ ຄຸດໄພທູນ ປະທານແນວລາວສ້າງຊາດ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຫຼີ ອີ້ຫຼຸນ (Li Yilun) ຮອງຜູ້ອຳນວຍການກຸ່ມ ບໍລິສັດຊີຈີເອັນ ພາວເວີ້ ກຣຸບ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂຄງການດັ່ງກ່າວ, ຕັ້ງຢູ່ໃນ 3 ແຂວງຄື: ແຂວງອຸດົມໄຊ, ຜົ້ງສາລີ ແລະ ແຂວງຫຼວງນ້ຳທາ ເຊິ່ງມີແຜນຈະກໍ່ສ້າງພະລັງງານລົມ, ພະລັງງານແສງຕາເວັນ ແລະ ພະລັງງານສະອາດອື່ນໆ, ໂຄງການໄລຍະທີ I ຕັ້ງຢູ່ແຂວງອຸດົມໄຊ ແລະ ມີແຜນຈະສ້າງໂຄງການໄຟຟ້າພະລັງງານແສງຕາເວັນ 1 ລ້ານກິໂລວັດໂມງ, ພາຍຫຼັງທີ່ໂຄງການໄດ້ລົງມືປະຕິບັດແລ້ວ ຄາດວ່າຈະສາມາດຜະລິດກະແສໄຟຟ້າ ໄດ້ 1,7 ຕື້ກິໂລວັດໂມງ ແລະ ສາມາດຕອບສະໜອງຄວາມຕ້ອງການຊົມໃຊ້ໄຟຟ້າໄດ້ເຖິງ 10 ລ້ານຄົວເຮືອນໃນລາວ.

ທ່ານ ໂພໄຊ ໄຊຍະສອນ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ, ໂຄງການເຊື່ອມຕໍ່ພະລັງງານສະອາດຢູ່ພາກເໜືອຂອງ ສປປ ລາວ ເປັນໂຄງການລົງທຶນທີ່ໃຫຍ່ທີ່ສຸດໃນລາວ ທັງເປັນໂຄງການທີ່ມີກໍາລັງໃນການປະຕິບັດແຜນພັດທະນາພະລັງງານຂອງລາວ, ທັງເປັນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງລາວ, ພ້ອມນີ້ ຍັງຊ່ວຍໃຫ້ໂຄງປະກອບພະລັງງານຂອງລາວ ມີການອະນຸລັກສິ່ງແວດລ້ອມ, ມີຄວາມໝັ້ນຄົງ ແລະ ປະສິດທິພາບຫຼາຍຂຶ້ນ, ປະກອບສ່ວນໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນທ້ອງຖິ່ນ. ພ້ອມນີ້, ທ່ານຍັງສະແດງຄວາມຫວັງວ່າ ບໍລິສັດ ຊີຈີເອັນ ຈະຊຸກຍູ້ການກໍ່ສ້າງໂຄງການໃຫ້ມີຄຸນະພາບ ແລະ ມີປະສິດທິຜົນສູງ, ປະຕິບັດໜ້າທີ່ຮັບຜິດຊອບທາງສັງຄົມ, ຊ່ວຍເຫຼືອການກໍ່ສ້າງພື້ນຖານໂຄງລ່າງ, ການສຶກສາ ແລະ ສາທາລະນະສຸກໃນລາວ ແລະ ປະກອບສ່ວນເຂົ້າໃນການພັດທະນາພະລັງງານສີຂຽວ ແລະ ຍົກລະດັບວິຖີຊີວິດການເປັນຢູ່ ຂອງປະຊາຊົນໃນລາວ.

ທ່ານ ຫຼີ ອີ້ຫຼຸນ ໄດ້ກ່າວວ່າ: ບໍລິສັດ ຊີຈີເອັນ ໄດ້ຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວໜຶ່ງ ເສັ້ນທາງ” ຢ່າງຕັ້ງໜ້າ ແລະ ຍິນດີທີ່ຈະສະແດງຄວາມສາມາດຂອງຕົນໃນການຄຸ້ມຄອງ, ທຶນຮອນ, ເຕັກໂນໂລຊີ ແລະ ບຸກຄະລາກອນ, ພ້ອມທັງຈັດການເຝິກອົບຮົມໃຫ້ບຸກຄະລາກອນ, ສ້າງວຽກເຮັດງານທໍາ, ສ້າງພື້ນຖານໂຄງລ່າງ ແລະ ທຶນການສຶກສາ ເພື່ອຊ່ວຍປະຊາຊົນທ້ອງຖິ່ນຫລຸດພົ້ນອອກຈາກຄວາມທຸກຍາກ, ນໍາຄວາມຜາສຸກ ແລະ ຄວາມຮັ່ງມີມາສູ່ປະຊາຊົນ. ພ້ອມນີ້, ຍັງເປັນການສົ່ງເສີມ, ຊ່ວຍເຫຼືອໃນການເຊື່ອມຕໍ່ພະລັງງານລາວ ແລະ ປະເທດເພື່ອນບ້ານ ໃຫ້ມີການຮ່ວມມືດ້ານພະລັງງານໃນຂົງເຂດ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ. ບໍລິສັດ ຊີຈີເອັນ ຈະສຸມໃສ່ສ້າງບັນດາໂຄງການທີ່ມີຄຸນະພາບສູງໃນການຮ່ວມມືລະຫວ່າງ ຈີນ-ລາວ ແລະ ຂົງເຂດແມ່ນ້ຳຂອງ-ແມ່ນໍ້າລ້ານຊ້າງ ເຮັດໃຫ້ລາວ ແລະ ປະເທດບ້ານໃກ້ເຮືອນຄຽງມີພະລັງງານສະອາດ ທີ່ມີມາດຕະຖານສູງ ພ້ອມທັງຊ່ວຍສ້າງຄູ່ຮ່ວມຊະຕາກໍາຈີນ-ລາວ ໃຫ້ລົງເລິກ, ຮັດແໜ້ນ ແລະ ກ້າວໄກໝັ້ນຄົງ.

https://www.facebook.com/permalink.php?story_fbid=pfbid0CydgCce5q1rWB838CJwgdshv4NS2zwPMDPEnmaypoCp53giiRna7gb2qMipB7gPyl&id=100064329476403

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/