ງານDigicon6 Asia Award ” ແມ່ນງານທີ່ຈັດຂຶ້ນມາ ເພື່ອເຊີນຊວນນັກສ້າງ ‘ຮູບເງົາ ແລະ ກາຕູນ’  ຈາກຫຼາຍໆປະເທດໃນອາຊີ ມາຮ່ວມສົ່ງຜົນງານຮູບເງົາ ຫຼື ກາຕູນມາແຂ່ງຂັນນໍາກັນ. ງານນີ້ຈັດຕັ້ງໂດຍ TBS Japan ( Japan Broadcasting System Holding, Inc. ) ເຊິ່ງປະເທດລາວເອງກໍໄດ້ມີການຈັດການແຂ່ງຂັນນີ້ຂຶ້ນມາເປັນຄັ້ງທໍາອິດໂດຍໃຊ້ຊື່ເຕັມໆວ່າ “The 1st Digicon6 Asia Award in Laos”

ສໍາລັບຜົນງານທີ່ໄດ້ຮັບລາງວັນຊະນະເລີດ ຫຼື ວ່າ Gold Award ຂອງປະເທດລາວໃນຄັ້ງນີ້ ແມ່ນຜົນງານກາຕູນ 2D Animation ທີ່ມີຊື່ເລື່ອງວ່າ : “MOCERY (ມອນເຊຣີ)” ທີ່ສ້າງສັນຜົນງານໂດຍ ນ. ວຣາວົງ ພຣະຈັນ. ສໍາລັບໃຜທີ່ສົນໃຈໃນກາຕູນເລື່ອງນີ້, ທາງເຮົາກໍໄດ້ມີບົດສໍາພາດເລັກໆນ້ອຍຈາກຜູ້ສ້າງ ມາໃຫ້ທຸກຄົນໄດ້ຮູ້ທີ່ມາ ແລະ ເຂົ້າໃຈຄວາມໝາຍຂອງກາຕູນ “MOCERY” ນີ້ເອງ.

  • ແນະນໍາຕົນເອງໃຫ້ຮູ້ຈັກແນ່
      “ສະບາຍດີ, ເຮົາມີຊື່ວ່າ ນ. ວຣາວົງ ພຣະຈັນ ຫຼື ວ່າເອີ້ນຊື່ຫຼິ້ນແມ່ນ “ນົກນ້ອຍ” ປັດຈຸບັນເປັນນັກສຶກສາພາກວິຊານິເທດສິນ ສາຂາ ກະຕູນ-ຮູບເງົາ ປີ 4 ຈາກສະຖາບັນວິຈິດສິນແຫ່ງຊາດ.”
  • ແນະນໍາທີ່ມາຂອງຊື່ກາຕູນ “MOCERY”
    ຊື່ນີ້ໄດ້ມາຈາກການປະສົມກັນລະຫວ່າງຄໍາສອງຄໍາ, ນັ້ນກໍຄືຄໍາວ່າ “Monster” ແລະ “Grocery”
  • ຢາກໃຫ້ເວົ້າເຖິງໜັງ “MOCERY” ແນ່ວ່າມັນມີຄວາມໝາຍທີ່ຢາກຈະສື່ເຖິງຫຍັງອອກມາ
    ກະຕູນເລື່ອງນີ້ໄດ້ແຮງບັນດານໃຈມາຈາກເຫດການຫຼາຍໆຢ່າງທີ່ເຮົາໄປພົບມາໃນຊ່ວງພັກຍາວໂຄວິດຈົນເກີດໄອເດຍ, ເປັນເລື່ອງລາວຂອງເດັກນ້ອຍຄົນຫນຶ່ງທີ່ຖືກແມ່ບອກໃຫ້ໄປຊື້ນໍ້າຕານໃຫ້ຢູ່ຮ້ານຂາຍເຄື່ອງດ້ວຍຕົວຄົນດຽວ  ເຊິ່ງລາວຕ້ອງຕໍ່ສູ້ກັບຄວາມຢ້ານຂອງຕົນເອງເພື່ອທີ່ຈະນໍາເຄື່ອງທີ່ຊື້ກັບໄປໃຫ້ຜູ້ເປັນແມ່ໃຫ້ໄດ້. ເຊິ່ງຖ້າເບິ່ງໃນມຸມມອງຂອງຜູ້ໃຫຍ່ແລ້ວ ເລື່ອງພວກນີ້ກໍອາດຈະທຳມະດາ, ແຕ່ເນື່ອງດ້ວຍທຸກຄົນເຄີຍເປັນເດັກນ້ອຍມາກ່ອນ ເຮົາທີ່ເປັນຜູ້ສ້າງກໍຫວັງວ່າຫຼາຍຄົນຈະສາມາດເຂົ້າເຖິງຄວາມຮູ້ສຶກຢ້ານກົວນີ້ຂອງຕົວລະຄອນໄດ້ບໍ່ຫນ້ອຍກໍຫຼາຍ, ຄືກັບວ່າເຮົາໄດ້ເຫັນເລື່ອງລາວດັ່ງກ່າວຜ່ານມຸມມອງຂອງເດັກນ້ອຍອີກຄັ້ງ.
  • ຄວາມຍາກຂອງການສ້າງໜັງກາຕູນເລື່ອງນີ້
    ຄວາມຍາກຂອງການເຮັດເລື່ອງນີ້ຫຼັກໆແມ່ນການແຂ່ງກັບເວລາ, ທີ່ຜ່ານມາເຮົາເອງກໍບໍ່ເຄີຍເຮັດກະຕູນ 2D ແບບສີສັນຈັດເຕັມຍາວສາມນາທີມາກ່ອນ ເປັນການລອງຜິດລອງຖືກກັບຕົວເອງໃນຫຼາຍໆຢ່າງຜ່ານຂັ້ນຕອນການຜະລິດ ບໍ່ວ່າຈະເປັນການແຕ້ມ, ການວາງແຜນການເຄື່ອນໄຫວໃຫ້ຕົວລະຄອນ, ສາກຕ່າງໆ , ມຸມກ້ອງ ແລະ ສຽງປະກອບ.
  • ເລົ່າຄວາມຮູ້ສຶກພາຍຫຼັງທີ່ໄດ້ຮັບລາງວັນ
    ຕອນທີ່ກົດສົ່ງຜົນງານໄປທຳອິດເຮົາມີຄວາມຮູ້ສຶກທີ່ຫຼາກຫຼາຍແຮງ ບໍ່ວ່າຈະເປັນໃນທາງທີ່ດີ ຫຼື ເປັນກັງວົນ. ແຕ່ພໍໄດ້ຮູ້ຜົນກໍປະຕິເສດບໍ່ໄດ້ວ່າຮູ້ສຶກດີໃຈທີ່ສຸດ, ທັງຍັງເປັນກຽດທີ່ຜົນງານໄດ້ເປັນທີ່ຍອມຮັບຂອງຄະນະກຳມະການພ້ອມກັນນັ້ນກໍຈະໄດ້ອອກໄປສູ່ສາຍຕາຜູ້ຄົນທັງພາຍໃນ ແລະ ນອກປະເທດນໍາອີກ.
  • ຝາກເຖິງຄົນທີ່ຢາກຮຽນສາຍນີ້ ຫຼື ຢາກສ້າງຜົນງານກາຕູນແບບນີ້ແນ່
    ສຳລັບຄົນທີ່ສົນໃຈໃນສາຍຮຽນນີ້, ເຮົາເຊື່ອວ່າທຸກຄົນມີຄວາມສາມາດ ແລະແນວທາງຂອງຕົນເອງຢູ່ແລ້ວ ທີ່ເຫຼືອກໍພຽງແຕ່ກຽມໃຈມາໃຫ້ເຕັມທີ່ ເພາະລະຫວ່າງທາງການຜະລິດຜົນງານກະຕູນ – ຮູບເງົາ ແຕ່ລະເລື່ອງນັ້ນຕ້ອງໄດ້ໃຊ້ຄວາມມານະອົດທົນຢ່າງສູງ. ຫວັງວ່າຈະໄດ້ເຫັນຜົນງານຫຼາກຫຼາຍຈາກທຸກຄົນໃນອະນາຄົດເດີ້, ຂໍໃຫ້ໂຊກດີ.
  • ມີຜົນງານອື່ນໆອີກບໍ່ທີ່ຢາກໃຫ້ຜູ້ອ່ນໄດ້ຮູ້ຈັກ
  • ຜົນງານອື່ນໆໃນຮູບແບບວີດິໂອທີ່ໄດ້ສົ່ງເຂົ້າແຂ່ງຂັນຜ່ານມາແມ່ນມີຢູ່ 2 ເລື່ອງ, ໄດ້ແກ່:
  • ເລື່ອງ “ເລີ່ມ DARE TO BEGIN”- ໄດ້ຮັບລາງວັນ Lao New Wave Award ຈາກງານ Vientianale International Film Festival 2018
  • ເລື່ອງ “The Box” – ຮ່ວມແຂ່ງ Paper Animation (ຮູບແບບ Long-take) ຈັດໂດຍ Stella
  • ມີຊ່ອງທາງໃດໃຫ້ຕິດຕາມຜົນງານໄດ້ອີກບໍ່
    ຕອນນີ້ແມ່ນມີຜົນງານຫຼັກໆທີ່ເຜີຍແຜ່ທາງ Facebook Page ທີ່ຊື່ວ່າ: “This is Wra” ແລະ Instagram ຊື່: “Wra98”.
    ແລະນີ້ກໍຄືບົດສໍາພາດເລັກໆນ້ອຍທີ່ທາງເຮົາໄດ້ມີໂອກາດສໍາພາດກັບຜູ້ຊະນະລາງວັນງານ “The 1st Digicon6 Asia Award in Lao”. ສໍາລັບຜູ້ໃດທີ່ຢາກເບິ່ງກໍສາມາດເຂົ້າເບິ່ງຜົນງານເລື່ອງ “MONCERY” ໄດ້ທາງ YOUTUBE Channel ຂອງ Japan Foundation Asia Center, Vientiane ກໍຈະເຫັນຜົນງານທີ່ບໍ່ສະເພາະແຕ່ເລື່ອງ “MONCERY” ເພາະກໍຍັງມີຜົນງານຜູ້ເຂົ້າແຂ່ງຂັນຄົນອື່ນໆທີ່ໜ້າສົນໃຈອີກ ແລະ ທັງຍັງເປັນຜົນງານທີ່ສ້າງສັນໂດຍຄົນລາວນໍາອີກ.

ເບິ່ງກາຕູນ “MONCERY” ໄດ້ທີ່ https://www.youtube.com/watch?v=gtlEADLGpis&fbclid=IwAR2m05wT14j9bJkEyhu1N8hnGyqiH2D_dmgVWUFHzBwaoGdSJ_DQf8k3n8o

ບົດຄວາມຂຽນໂດຍ : Duck_jipjip