BOYCOTTMULAN

ເກີດອີຫຍັງຂຶ້ນກັບຮູບເງົາຟອມຍັກແຫ່ງປີຂອງຄ້າຍຍັກໃຫ່ຍຢ່າງ Disney!!!!!
ໜຶ່ງອາທິດທີ່ຜ່ານມາໃນໂລກອອນໄລນ໌ ຊາວເນັດພາກັນຕິດ #BoycottMulan ຢ່າງລົ້ນຫຼາມ ໃນ Twitter #BoycottMulan ຖືກແຊຣ໌ອອກໄປຫຼາຍເຖິງ 300,000 ທະວິດ ຫຼັງຈາກທີ່ຮູບເງົາMULAN ເຂົ້າສາຍໃນໂຮງໜັງ.

MULAN ແມ່ນຫຍັງ?
ກ່ອນອື່ນເຮົາມາຮູ້ຈັກກ່ອນວ່າ Mulan ແມ່ນຫຍັງ? ສຳຫຼັບຄົນທີ່ມັກເບິ່ງອະນິເມຊັ່ນ ຫຼື ແຟນຮູບເງົາຄ້າຍ Disney ຄົງຈະເປັນທີ່ຮູ້ຈັກກັນດີວ່າ Mulan ແມ່ນໜຶ່ງໃນເຈົ້າຫຍິງຂອງຄ້າຍ Disney ສັນຊາດຈີນ. ໃນປີ 1998 Disney ໄດ້ເປີດໂຕ Mulan ເປັນ Animation ລຳດັບທີ 36 ຂອງ Disney ຢ່າງເປັນທາງການ ເຊິ່ງໄດ້ມີສຽງວິພາກວິຈານຈາກຊາວຈີນເປັນຈຳນວນຫຼາຍວ່າບິດເບືອນວັດທະນະທຳ ແລະ ວິຖີຊີວິດຂອງຊາວຈີນໃນຍຸກນັ້ນ ແຕ່ວ່າຮູບເງົາເລື່ອງ Mulan ກໍໄດ້ກວາດເອົາລາງວັນຕ່າງໆໄດ້ຫຼາຍເຖິງ 10 ລາງວັນ ເປັນເຫດໃຫ້ ຮູບເງົາເລື່ອງ Mulan ຖືກນຳເອົາມາດັດແປງເປັນຮູບເງົາຮູບແບບຄົນສະແດງຈິງ ໂດຍມີ “ຫຼິວ ອີ້ເຟີຍ” ດາຣານັກສະແດງອາເມຣິກາ ສັນຊາດຈີນ ອາຍຸ 33 ປີ ເຂົ້າມາຮັບບົດເປັນນັກສະແດງຫຼັກໃນເລື່ອງ.

#BoycottMulan ເກີດຂຶ້ນໄດ້ແນວໃດ?
ເຫດເກີດຈາກການປະທ້ວງໃນຮົງກົງ ເຮົາຍັງຈື່ຈຳເຫດການປະທ້ວງໃຫຍ່ໃນຮົງກົງເມື່ອປີ 2019 ໄດ້ບໍ່? ທີ່ມີໄວໜຸ່ມ ແລະ ເຍົາວະຊົນຈຳນວນຫຼາຍ ເປັນແກນນຳການໃນເຄື່ອນໄຫວຕໍ່ຕ້ານກົດໝາຍທີ່ຈະເປີດທາງໃຫ້ມີການສົ່ງຜູ້ຮ້າຍຈາກຮົງກົງໄປດຳເນີນຄະດີໃນຈີນແຜ່ນດິນໃຫຍ່. ການປະທ້ວງດັ່ງກ່າວໄດ້ຂະຫຍາຍຂອບເຂດໄປເຖິງການຮຽກຮ້ອງໃຫ້ມີການປະຕິຮູບປະຊາທິປະໄຕ ແລະ ໃຫ້ມີການສອບສວນຂໍ້ກ່າວຫາເລື່ອງຕຳຫຼວດໃຊ້ຄວາມຮຸນແຮງຕໍ່ປະຊາຊົນ.
ໃນຂະນະນັ້ນເອງ ຫຼິວ ອີ້ເຟີຍ ຜູ້ສວມບົດບາດ Mulan ໄດ້ປຸກກະແສຄວາມບໍ່ພໍໃຈໃຫ້ແກ່ແຟນຮູບເງົາ ຈາກການສະແດງຄວາມຄິດເຫັນເປັນການສະໜັບສະໜູນຕຳຫຼວດຮົງກົງ ເຊິ່ງຖືກກ່າວຫາວ່າໃຊ້ຄວາມຮຸນແຮງຕໍ່ກຸ່ມຜູ້ປະທ້ວງທີ່ຮຽກຮ້ອງຫາປະຊາທິປະໄຕ ແຕ່ເນື້ອຫາຮູບເງົາ Mulan ແມ່ນສື່ເຖິງການຕໍ່ສູ້ເພື່ອອິດສະຫຼະພາບ ແລະ ຍົກຍ້ອງບົດບາດແມ່ຍິງ. ຫຼິວ ອີ້ເຟີຍ ໄດ້ແຊຣ໌ໂພສຈາກໜັງສືພິມ People’s Daily ຂອງທາງການຈີນຜ່ານ weibo ວ່າ: “I support the Hong Kong police. You can all attack me now. What a shame for Hong Kong” ເຊິ່ງແປລາວວ່າ: “ຂ້ອຍສະໜັບສະໜູນຕຳຫຼວດຮົງກົງ.ມາລຸມຕີຂ້ອຍໂລດ.ຮົງກົງຈັ່ງແມ່ນໜ້າສົມເພດ” ນອກຈາກນີ້ ຫຼິວ ອີ້ເຟີຍ ໄດ້ໂຄວດຂໍ້ຄວາມທີ່ໂພສໂດຍ Fu Guohao ຜູ້ສື່ຂ່າວຈາກຈີນ ເຊິ່ງຖືກລຸມປະທ້ວງພະຍາຍາມຂັບໄລ່ ເພາະເຂົ້າໃຈວ່າເປັນສາຍລັບຂອງລັດຖະບານຈີນແຜ່ນດິນໃຫຍ່ ໂດຍໃນໂຄວດຂອງນາງໄດ້ຕິດ
#IalsosupportHongKongPolice ເຊິ່ງແປວ່າ: ຂ້ອຍກໍສະໜັບສະໜຸນຕຳຫຼວດຮົງກົງ.

ພາຍຫຼັງການໂພສຂໍ້ຄວາມດັ່ງກ່າວ ໄດ້ກາຍເປັນກະແສວິພາກວິຈານໃນ twitter ທັນທີ ສົ່ງຜົນໃຫ້ບັນດາຊາວເນັດໃນຮົງກົງ ແລະ ອີກຫຼາຍໆປະເທດໄດ້ຕິດ #BoycottMulan ເພື່ອຂວໍ້າບາດໜັງ Mulan ເຊິ່ງຍອດ Hastag Twitter ຂຶ້ນຕິດອັນດັບຍອດນິຍົມຢ່າງໄວວາ ນອກຈາກນັ້ນ Twitter ຍັງເປັນ Social Media ທີ່ຖືກປິດກັ້ນໃນປະເທດຈີນແຜ່ນດິນໃຫຍ່ອີກດ້ວຍ.


ໃນຂະນະທີ່ພົນລະເມືອງຈີນຕ່າງກໍໃຫ້ການສະໜັບສະໜຸນ ຫຼິວ ອີ້ເຟີຍ, ຜູ້ໃຊ້ twitter ລາຍໜຶ່ງໄດ້ຕິດ #BoycottMulan ພ້ອມກັບຂໍ້ຄວາມທີ່ວິພາກວິຈານນາງວ່າ ນາງເປັນພົນລະເມືອງອາເມຣິກາ ແຕ່ນາງຊ້ຳພັດບໍ່ພໍໃຈໃນກຸ່ມຜູ້ປະທ້ວງທີ່ຕໍ່ສູ້ເພື່ອປະຊາທິປະໄຕ. ບໍ່ພຽງເທົ່ານັ້ນ ບັນດາຊາວ twitter ໃນໄຕ້ຫວັນຕ່າງກໍວິຈານຕໍ່ທ່າທີຂອງນາງ ພ້ອມທັງທຳການແບນຮູບເງົາເລື່ອງ Mulan.
ຢ່າງໃດກໍຕາມ ຫຼິວ ອີ້ເຟີຍ ກໍເປັນພຽງໜຶ່ງໃນນັກສະແດງສັນຊາດຈີນຄືກັບຫຼາຍໆຄົນເທົ່ານັ້ນທີ່ໂພສຂໍ້ຄວາມປະນາມການປະທ້ວງຮຸນແຮງໃນຮົງກົງ ໂດຍກ່ອນໜ້ານີ້ນັກສະແດງຊື່ດັງຢ່າງ ເສິນຫຼົງ ກໍເຄີຍສະແດງທ່າທີໜຸນຫຼັງລັດຖະບານຮົງກົງເຊັ່ນກັນ.
ນັ້ນເປັນເຫດການເລີ່ມຕົ້ນ ທີ່ເກີດຂຶ້ນເມື່ອປີ 2019 ແຕ່ສະຖານະການພາຍໃນຮົງກົງກໍຍັງຕຶງຄຽດມາຈົນຮອດປັດຈຸບັນ. ໃນເດືອນ ເມສາ ປີ 2020 ມີນັກເຄື່ອນໄຫວຮຽກຮ້ອງປະຊາທິປະໄຕໃນຮົງກົງຫຼາຍຄົນຖືກຕຳຫຼວດຮົງກົງຈັບກຸມ ແລະ ໃນເວລາໜຶ່ງເດືອນຕໍ່ມາ ໜ່ວຍງານກວດສອບຕຳຫຼວດ ລະບຸວ່າບໍ່ພົບຫຼັກຖານທີ່ຊັດເຈນເຖິງການກະທຳຜິດຂອງຕຳຫຼວດໃນຊ່ວງການປະທ້ວງໃນປີ 2019.
ເມື່ອ[tv1] ເດືອນ ມິຖຸນາ 2020 ທີ່ຜ່ານມາ ຈີນໄດ້ຜ່ານກົດໝາຍຄວາມໝັ້ນຄົງແຫ່ງຊາດ[tv2] ເຊິ່ງນັກວິຈານຕ່າງກໍເອີ້ນວ່າ ”ຈຸດຈົບຂອງຮົງກົງ” ເພາະມີບົດບັນຍັດທີ່ກຳນົດໃຫ້ການກະທຳຫຼາຍຢ່າງທີ່ອາດຈະເປັນໄພຄຸກຄາມຕໍ່ອຳນາດລັດຖະບານຈີນແຜ່ນດິນໃຫຍ່ ເປັນຄວາມຜິດທີ່ມີບົດລົງໂທດຮຸນແຮງເຖິງຂັ້ນຈຳຄຸກຕະຫຼອດຊີວິດ.

ດ້ວຍເຫດການທີ່ກ່າວມາທັງໝົດນັ້ນ ເຮັດໃຫ້ Joshua Wong ນັກເຄື່ອນໄຫວເພື່ອປະຊາທິປະໄຕ ຄົນສຳຄັນ ໄດ້ອອກມາຮຽກຮ້ອງໃຫ້ທຸກຄົນທີ່ເຊື່ອໃນຫຼັກສິດທິມະນຸດ ຂວໍ້າບາດ Mulan ເຊັ່ນດຽວກັນກັບປະເທດໄທ ທີ່ຕອນນີ້ໄດ້ມີຊາວໜຸ່ມເຍົາວະຊົນຈຳນວນຫຼວງຫຼາຍກຳລັງຕໍ່ສູ້ເພື່ອປະຊາທິປະໄຕ ຄ້າຍຄືກັນກັບຮົງກົງຕອນນັ້ນ ກໍໄດ້ລຸກຂຶ້ນມາຕິດ #BoycottMulan ລວມທັງຄົນມີຊື່ສຽງ ແລະ ນັກ Youtuber ຊື່ດັງ ກໍໄດ້ລຸກຂຶ້ນມາເປັນອີກສຽງໃນການຕໍ່ຕ້ານຮູບເງົາເລື່ອງ Mulan ເຊັ່ນກັນ, ບໍ່ໄດ້ແຕ່ພຽງໄທເທົ່ານັ້ນທີ່ສະໜັບສະໜູນການຕໍ່ສູ້ຂອງຮົງກົງ ແລະ ໄຕ້ຫວັນ ໃນຂະນະດຽວກັນນັກເຄື່ອນໄຫວຈາກທັງ 2 ປະເທດ ກໍໄດ້ປະກາດສະໜັບສະໜູນການເຄື່ອນໄຫວຂອງໄທ ແລະ ລາຍງານການຊຸມນຸມທີ່ສຳຄັນເຊັ່ນ: ເຍົາວະຊົນປົດແອກ ແລະ ອື່ນໆອີກ.

ແຫຼ່ງທີ່ມາຂອງຂ່າວ: BBC NEWS Thailand.
Website: Posttoday