Queen of Tears ທຳລາຍສະຖິຕິຄັ້ງໃຫຍ່! ຂຶ້ນຄອງອັນດັບ 1 ຕະຫຼອດການຂອງ tvN


ສ້າງປາກົດການອີກຄັ້ງກັບຊີຣີ້ທີ່ມາແຮງທີ່ສຸດໃນຕອນນີ້ຢ່າງ Queen of Tears ທີ່ສາມາດສ້າງປະຫວັດສາດໜ້າໃໝ່ໃຫ້ກັບຊ່ອງ tvN ໂດຍການຄອງອັນດັບມາຢ່າງຕໍ່ເນື່ອງໃນທຸກໆອາທິດຕັ້ງແຕ່ເລີ່ມອອກອາກາດ ມາຈົນຮອດຫຼ້າສຸດສາມາດຄອງບັນລັງອັນດັບ 1 ທີ່ເຣດຕິ້ງສູງສຸດຕະຫຼອດການຂອງຊ່ອງ tvN ໄດ້ສໍາເລັດ.

ໂດຍສາມາດກວາດເຣດຕິ້ງໃນຕອນທີ 16 ໄດ້ສູງຮອດ 24.850% ອ້ງອີງຈາກ Nielsen Korea ພ້ອມຂຶ້ນມາເປັນອັນດັບ 3 ທີ່ເຣດຕິ້ງສູງສຸດຕະຫຼອດການຂອງຊ່ອງເຄເບິ້ນ ຕາມຫຼັງພຽງແຕ່ Reborn Rich ແລະ The World of the Married ເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/