ລີກສູງສຸດ ອິນໂດເນເຊຍ ເກີດເຫດແຟນບານອາລະວາດຕີກັນ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 170 ຄົນ

ອິນໂດເນເຊຍ

ກາຍເປັນອີກໜຶ່ງຂ່າວເສົ້າໄປທົ່ວວົງການບານເຕະ ເມື່ອຄືນວັນເສົາທີ່ຜ່ານມາໃນການແຂ່ງຂັນບານເຕະ ລີກສູງສຸດ ຂອງອິນໂດເນເຊຍ ເກມລະຫວ່າງ ອາເຣມາ ເປີດບ້ານຕ້ອນຮັບການມາຢາມຂອງທີມຮ່ວມເມືອງຢ່າງ ເປີເຊບາຍ່າ ສຸຣາບາຍາ ໄດ້ເກີດເຫດການ ມີແຟນບານຈຳນວນຫຼາຍແລ່ນລົງມາທີ່ສະໜາມກໍ່ເຫດອາລະວາດຕີກັນ ຈົນເຮັດໃຫ້ມີຜູ້ເສຍຊີວິດ ຫຼາຍກວ່າ 170 ຄົນ.

ອິນໂດເນເຊຍ

ເກມນັດນີ້ຈົບລົງດ້ວຍໄຊຊະນະຂອງທີມຜູ້ມາຢາມ ດ້ວຍສະກໍ 3 ປະຕູຕໍ່ 2 ເຮັດໃຫ້ແຟນບານເຈົ້າບ້ານເກີດຄວາມບໍ່ພໍໃຈ ຈຶ່ງໄດ້ພາກັນແລ່ນລົງມາອາລະວາດໃນສະໜາມ ຈົນເຈົ້າໜ້າທີ່ຕຳຫຼວດຕ້ອງພານັກເຕະ ແລະ ທີມງານອອກຈາກສະໜາມໄປທັນທີ.

ອິນໂດເນເຊຍ

ເຫດການດັ່ງກ່າວຮຸນແຮງຂຶ້ນເລື້ອຍໆ ຈົນເຈົ້າໜ້າທີ່ຕຳຫຼວດ ຕ້ອງໄດ້ໃຊ້ແກ໊ສນໍ້າຕາເພື່ອລະງັບເຫດການ ແລະ ໄລ່ຄົນອອກໄປ ແຕ່ຜົນທີ່ອອກມາກັບກາຍເປັນເຫດການທີ່ໜ້າເສົ້າ ເພາະມັນກໍ່ໃຫ້ເກີດຄວາມແຕກຕື່ນໃຫ້ກັບແຟນບານໃນສະໜາມ ທຸກຄົນພະຍາຍາມປີນຮົ້ວອອກມາ ບາງຄົນກໍມື່ນລົ້ມ  ແລະ ຖືກຄົນທີ່ຕາມມາຢຽບຊໍ້າຈົນເສຍຊີວິດ.

ອິນໂດເນເຊຍ

ສື່ໃນອິນໂດເນເຊຍລາຍງານວ່າ ຕຳຫຼວດບໍ່ໄດ້ນຳແກ໊ສນໍ້າຕາອອກຈາກບໍລິເວນສະໜາມ ຈົນເປັນເຫດໃຫ້ແຟນບານຫຼາຍຄົນຂາດອັອກຊີເຈນ  ເພາະດົມເອົາແກ໊ສນໍ້າຕາເຂົ້າໄປຫຼາຍເກີນໄປ ແລະ ເສຍຊີວິດໃນເວລາຕໍ່ມາ.

ອິນໂດເນເຊຍ

ຕົວເລກຈຳນວນຜູ້ເສຍຊີວິດຫຼ້າສຸດ ມີສູງເຖິງ 178 ຄົນເປັນຢ່າງໜ້ອຍ ແລະ ມີຜູ້ບາດເຈັບຫຼາຍກວ່າ 180 ຄົນ. ໂດຍມີ 34 ຄົນເສຍຊີວິດຄາທີ່ໃນສະໜາມ ສ່ວນທີ່ເຫຼືອມາເສຍຊີວິດທີ່ໂຮງໝໍ.

ຫຼັງຈາກເກີດເຫດການສະຫຼົດໃຈນີ້ ລີກອິນໂດເນເຊຍໄດ້ສັ່ງຍົກເລີກການແຂ່ງຂັນທີ່ເຫຼືອທັງໝົດໃນອາທິດນີ້ທັນທີ ໂດຍ ອາໝັດ ອາດຽນ ລູກິຕາ ປະທານລີກອິນໂດເນເຊຍກ່າວເຖິງເລື່ອງນີ້ວ່າ: “ເຮົາຮູ້ສຶກເສຍໃຈເປັນທີ່ສຸດ ກັບເຫດການທີ່ເກີດຂຶ້ນ ເຮົາຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດ ແລະ ຫວັງວ່າເຫດການນີ້ຈະເປັນບົດຮຽນອັນສຳຄັນໃຫ້ກັບເຮົາ”

ນອກຈາກນີ້ ຫຼາຍພາກສ່ວນຍັງຮຽກຮ້ອງໃຫ້ ລັດຖະບານອິນໂດເນເຊຍ ແລະ ຟີຟ່າ ເຂົ້າມາສອບສວນຕຳຫຼວດຊຸດນີ້ຢ່າງຈິງຈັງ ເພາະຕາມກົດລະບຽບຂອງ ຟີຟ່າ ນັ້ນແມ່ນຫ້າມໃຊ້ແກ໊ສນໍ້າຕາໃນສະໜາມບານເຕະ ຢ່າງເດັດຂາດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply