ລາວ-ຫວຽດນາມ ຫາລືສ້າງທຶນພັດທະນາ ເສດຖະກິດສັງຄົມ ໃຫ້ຍືນຍົງຮ່ວມກັນ


ກອງທຶນພັດທະນາແຂວງໄຊສົມບູນ ເຂົ້າພົບປະກັບ ທະນະຄານນະໂຍບາຍສັງຄົມ ຫວຽດນາມ ທີ່ນະຄອນຫຼວງຮ່າໂນຍ ສສ ຫວຽດນາມ ເນື່ອງໃນໂອກາດໄປຢ້ຽມຍາມ ແລະ ເຮັດວຽກ ຢູ່ແຂວງບັກຢາງ ເມື່ອບໍ່ດົນມານີ້, ເຊິ່ງນຳໂດຍ ທ່ານ ພົຕ ວົງສອນ ອິນປານພິມ ຮອງເລຂາພັກແຂວງ ພ້ອມຄະນະ ເຂົ້າພົບປະທ່ານ ເຢືອງ ເກຣັຍ ທັງ ຜູ້ອຳນວຍການໃຫຍ່ ທະນະຄານນະໂຍບາຍສັງຄົມ ຫວຽດນາມ ພ້ອມຄະນະ.

ໃນກອງປະຊຸມ, ທັງສອງຝ່າຍໄດ້ປືກສາຫາລື ແລກປ່ຽນບົດຮຽນທາງດ້ານວິຊາການ ກ່ຽວກັບການສ້າງກອງທຶນພັດທະນາ ໃຫ້ມີຄວາມເຂັ້ມແຂງທາງດ້ານແຫຼ່ງທຶນ, ຄວາມໝັ້ນຄົງ ເພື່ອສະໜອງສິນເຊື່ອຊຸກຍູ້ໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມຍືນຍົງ ໂດຍສະເພາະ ການສ້າງຄວາມເຂັ້ມແຂງທາງດ້ານກອງທຶນຂັ້ນບ້ານ ໃຫ້ມີປະສິດທິພາບສູງ ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນ, ວິສາຫະກິດຂະໜາດນ້ອຍ, ຈຸລະວິສາຫະກິດ ແລະ ຜູ້ປະກອບການພາຍໃນ ສາມາດເຂົ້າເຖິງແຫຼ່ງທຶນດ້ວຍຕົ້ນທຶນຕໍ່າ.

ໂອກາດດັ່ງກ່າວ, ທ່ານ ສິສຸພັນ ໂພໄຊສີ ຫົວໜ້າກອງທຶນພັດທະນາແຂວງໄຊສົມບູນ ໄດ້ລາຍງານສະພາບລວມ ກ່ຽວກັບກອງທຶນພັດທະນາຂອງແຂວງໄຊສົມບູນ ໃຫ້ຄະນະອຳນວຍການ ທະນະຄານນະໂຍບາຍສັງຄົມ ຫວຽດນາມ ຊາບວ່າ ກອງທຶນພັດທະນາໄຊສົມບູນ ແມ່ນກອງທຶນໜຶ່ງ ທີ່ມີຈຸດປະສົງສະເພາະ ປະຕິບັດຕາມດຳລັດ 414/ລບ, ມີຖານະເປັນນິຕິບຸກຄົນ ແລະ ຂຶ້ນກັບຄະນະຮັບຜິດຊອບຊີ້ນຳການພັດທະນາເຂດຈຸດສຸມໃຈກາງ ແຂວງໄຊສົມບູນ ມີພາລະບົດບາດໃນການສະໜອງທຶນ ທີ່ເປັນການປ່ວຍສິນເຊື່ອດອກເບ້ຍຕໍ່າ ເພື່ອຊຸກຍູ້ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໄຊສົມບູນ ໃຫ້ຍືນຍົງຕາມທິດສີຂຽວ, ກອງທຶນດັ່ງກ່າວ ມີຫຼາຍຜະລິດຕະພັນສິນເຊື່ອ ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນ, ວິສາຫະກິດຂະໜາດນ້ອຍ, ຈຸລະວິສາຫະກິດ ແລະ ຜູ້ປະກອບການ ພາຍໃນແຂວງ ສາມາດເຂົ້າເຖິງແຫຼ່ງທຶນດ້ວຍຕົ້ນທຶນຕໍ່າ ເປັນຕົ້ນ: ຜະລິດຕະພັນສິນເຊື່ອທຸລະກິດທົ່ວໄປ, ສິນເຊື່ອວິສາຫະກິດຂະໜາດນ້ອຍ ແລະ ກາງ, ສິນເຊື່ອລາຍຍ່ອຍ ແລະ ສິນເຊື່ອລາຍກຸ່ມ. ປັດຈຸບັນກອງທຶນພັດທະນາໄຊສົມບູນ ໄດ້ເປີດກວ້າງການພົວພັນກັບບັນດາຂະແໜງການ, ອົງການຕ່າງໆພາຍໃນແຂວງໄຊສົມບູນ ແລະ ປະເທດຫວຽດນາມ ກ່ຽວກັບວຽກງານການພັດທະນາກະສິກຳ, ການຜະລິດເປັນສິນຄ້າ, ຕະຫຼາດຈຳໜ່າຍ ແລະ ການນຳໃຊ້ເທັກໂນໂລຢີ ຫັນເປັນທັນສະໄໝ ເປັນຕົ້ນ: ໄດ້ເຊັນບົດບັນທຶກຄວາມເຂົ້າໃຈໂຄງການ 3+1.

ບົດບັນທຶກການຮ່ວມມືກັບບໍລິສັດຮຸ້ນສ່ວນ ລົງທຶນ ບາຈີໂກ້ ສສ ຫວຽດນາມ. ພ້ອມທັງ ສະເໜີໃຫ້ຄະນະອຳນວຍການທະນາຄານນະໂຍບາຍສັງຄົມ ຫວຽດນາມ ສ້າງເງື່ອນໄຂສະດວກດ້ານຕ່າງໆ ແລະ ໃຫ້ການຊ່ວຍເຫຼືອ ເພື່ອທີ່ຈະກ້າວໄປເຖິງດ້ານການຮ່ວມມືຮອບດ້ານ ລະຫວ່າງກອງທຶນພັດທະນາໄຊສົມບູນ ແລະ ທະນະຄານນະໂຍບາຍສັງຄົມ ຫວຽດ ກ່ຽວກັບການແລກປ່ຽນຖອດຖອນບົດຮຽນ ດ້ານວິຊາການ, ສະໜັບສະໜູນດ້ານແຫຼ່ງທຶນພາຍໃຕ້ການກູ້ຢືມດ້ວຍອັດຕາດອກເບ້ຍຕໍ່າ ຫລື ບໍ່ມີດອກເບ້ຍ ເພື່ອສ້າງຄວາມເຂັ້ມເເຂງທາງດ້ານການເງິນຂັ້ນທ້ອງຖິ່ນໃນຕໍ່ໜ້າ.

ຂໍ້ມູນຈາກ: ປະເທດລາວ Phathedlao

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/