ຜູ້ຜະລິດກາເຟພິເສດລາວ ເລັ່ງຜະລິດກາເຟສົ່ງອອກໄປຕະຫຼາດຢູໂຣບ


ບໍລິສັດກາເຟລາວໄດ້ຮັບເລືອກເຂົ້າຮ່ວມງານ World of Coffee ເຊິ່ງຈັດໂດຍສະມາຄົມກາເຟພິເສດ ຫຼື  The Specialty Coffee Association ເປັນງານທີ່ຜູ້ຊ່ຽວຊານດ້ານກາເຟຈາກທົ່ວໂລກມາລວມຕົວກັນ ໂດຍໃນປີນີ້ຈັດຂຶ້ນທີ່ປະເທດກຣີກ ແລະ ຖືເປັນໂອກາດທີ່ດີ ສຳລັບບັນດາຜູ້ຜະລິດກາເຟຂອງລາວທີ່ຈະໄດ້ໄປເປີດຕົວໃນຕະຫຼາດຢູໂຣບ.

ການໄດ້ເຂົ້າຮ່ວມງານດັ່ງກ່າວ ເຮັດໃຫ້ຜູ້ຜະລິດກາເຟຂອງລາວມີເວທີໃນການນຳສະເໜີກາເຟຊະນິດພິເສດແກ່ບັນດາມືອາຊີບໃນວົງການກາເຟ ລວມເຖິງຜູ້ທີ່ມີຄວາມມັກ ຫຼື ຊື່ນຊົມ ກາເຟຈາກທົ່ວໂລກ. ນອກຈາກນີ້ ຍັງເປັນການເປີດຕະຫຼາດ ແລະ ທຳຄວາມເຂົ້າໃຈກັບອຸດສາຫະກຳກາເຟຊະນິດພິເສດຂອງຢູໂຣບອີກດ້ວຍ.

ໃນຂະນະທີ່ທາງບໍລິສັດກາເຟຂອງລາວ 5 ລາຍ ທີ່ໂດດເດັ່ນ ແລະ ໄດ້ຮັບເລືອກໃຫ້ເຂົ້າຮ່ວມໃນງານໄດ້ແກ່ Comma Coffee, Muang Xieng Coffee, Nambeng Coffee Group, Phouphieng Paksong ແລະ Vanmai Coffee ໂດຍບໍລິສັດເຫຼົ່ານີ້ໄດ້ຮັບ ເລືອກຈາກການມີສ່ວນຮ່ວມໃນການແຂ່ງຂັນ Lao Annual Green Coffee ເຊິ່ງຈັດຂຶ້ນໃນເດືອນມີນາທີ່ຜ່ານມາ.

ເຖິງຢ່າງໃດກໍຕາມ ໂຄງການສະໜັບສະໜູນການລວມກຸ່ມລະດັບພູມີພາກອາຊຽນຂອງສະຫະພາບຢູໂຣບ ARISE Plus, UK Trade Partnerships (UKTP) ແລະ Winrock CLEAN ກຳລັງຮ່ວມມືກັນ ເພື່ອສະໜັບສະໜູນການມີສ່ວນຮ່ວມຂອງບໍລິສັດເຫຼົ່ານີ້ ໃນງານໂດຍມີເປົ້າໝາຍເພື່ອສົ່ງເສີມອຸດສາຫະກຳກາເຟຂອງລາວ ໂດຍລວມພ້ອມກັບທຸລະກິດ ທີ່ມາອອກໃນງານນີ້.

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/