ລາວ ມີຄວາມຫວັງວ່າ ນັກທ່ອງທ່ຽວຈີນ ຈະມາສ້າງແຮງກະຕຸ້ນທາງດ້ານເສດຖະກິດ


ໃນຂະນະທີ່ດ້ານການທ່ອງທ່ຽວຂອງ ສປປ ລາວ ກຳລັງຟົດຟື້ນ ລັດຖະບານລາວກໍຄາດວ່າການກັບມາຂອງກຸ່ມທົວນັກທ່ອງທ່ຽວທາງຈີນ ຈະເປັນແຮງກະຕຸ້ນສຳຄັນໃຫ້ແກ່ປະເທດຕ່າງໆ ໃນອາຊຽນທີ່ມີການເພິ່ງພາອຸດສາຫະກຳການທ່ອງທ່ຽວເປັນຫຼັກ.

ໄລຍະ 3 ເດືອນທຳອິດຂອງປີ 2023 ສປປ ລາວ ຕ້ອນຮັບນັກທ່ອງທ່ຽວຕ່າງຊາດໄປແລ້ວເຖິງ 831.000 ຄົນ ເຊິ່ງແຕກຕ່າງຈາກເຄິ່ງປີທຳອິດຂອງປີ 2022 ທີ່ມີນັກທ່ອງທ່ຽວຕ່າງຊາດ 211.898 ຄົນ ແລະ ຈາກສະຖິຕິຂອງກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ພົບວ່າມີນັກທ່ອງທ່ຽວ ຄົນໄທ 344.405 ຄົນ, ຈາກຫວຽດນາມ 180.000, ຄົນ ຈາກຈີນ 143.312 ຄົນ ແລະ ຈາກເກົາຫຼີໃຕ້ 45.756 ຄົນ.

ໃນຂະນະດຽວກັນ ລັດຖະບານ ແລະ ພາກເອກະຊົນຂອງ ສປປ ລາວ ໄດ້ກຽມຮັບຮອງນັກທ່ອງທ່ຽວຈຳນວນຫຼາຍມາຈາກຈີນ ຫຼັງຈີນໄຟຂຽວໃຫ້ກຸ່ມທົວນອກປະເທດສາມາດເດີນທາງໄປປະເທດລາວໄດ້. ຕະຫຼາດການທ່ອງທ່ຽວຂອງຈີນ ເປັນແຫຼ່ງລາຍໄດ້ຈຳນວນຫຼາຍຂອງປະເທດລາວ.

ຄາດວ່າຈະມີນັກທ່ອງທ່ຽວຈາກຈີນຈຳນວນ 368.000 ຄົນ ເດີນທາງເຂົ້າປະເທດໃນປີ 2023 ເພີ່ມຂຶ້ນ 21% ຈາກປີກ່ອນໜ້ານີ້ ເຊິ່ງ ສປປ ລາວ ກຳລັງກຽມສິ່ງອຳນວຍຄວາມສະດວກ ແລະ ບໍລິການຕ່າງໆ ລງມເຖິງປັບປຸງຜະລິດຕະພັນດ້ານການທ່ອງທ່ຽວ ແລະ ພັດທະນາອຸດສາຫະກຳດ້ານການທ່ອງທ່ຽວໃຫ້ທັນສະໄໝ.

ຂໍ້ມູນຈາກ: https://cutt.ly/zwrfFyl6

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/