ລັດຖະບານ ຈະບໍ່ເອົາງົບປະມານແຫ່ງຊາດໄປໃຊ້ໃນສິ່ງທີ່ບໍ່ຈຳເປັນ ເພື່ອຕ້ານການຟຸມເຟືອຍ


ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ໄດ້ກ່າວຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 9 ໃນວັນທີ 31 ຕຸລາ 2023 ຜ່ານມາ ກ່ຽວກັບທິດທາງ ແລະ ຄາດໝາຍສູ້ຊົນ ທ້າຍສະໄໝຮອດ 2025 ຂອງວຽກງານການເງິນວ່າ: ສືບຕໍ່ສູ້ຊົນປະຕິບັດໄປຕາມທິດທາງລວມ ແລະ ຄາດໝາຍທີ່ໄດ້ກຳນົດໄວ້:

1.ຮັບປະກັນສະຖຽນລະພາບທາງດ້ານການເງິນແຫ່ງລັດໃຫ້ມີຄວາມໝັ້ນທ່ຽງ ປັບປຸງສະຖານະພາບການເງິນຂອງປະເທດລາວໃຫ້ໜັກແໜ້ນເຂັ້ມແຂງເປັນກ້າວໆ.

2.ສູ້ຊົນຈັດຕັ້ງປະຕິບັດຄາດໝາຍມະຫາພາກ ແລະ ຄາດໝາຍຕົ້ນຕໍທາງດ້ານການເງິນ-ງົບປະມານໃຫ້ສຳເລັດ ແນໃສ່ແກ້ໄຂຄວາມຫຍຸ້ງຍາກທາງດ້ານການເງິນ-ງົບປະມານໃຫ້ກ້າວເຂົ້າສູ່ສະພາບປົກກະຕິ.

3.ສືບຕໍ່ຄົ້ນຄວ້ານະໂຍບາຍ ການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ ເພື່ອຮັບປະກັນສະຖຽນລະພາບຂອງງົບປະມານແຫ່ງລັດ ການຂາດດຸນງົບປະມານຫຼຸດລົງສະເລ່ຍໃຫ້ຢູ່ລະດັບບໍ່ເກີນ 2% ຂອງ GDP ປະຕິບັດບັນດາມາດຕະການຄຸ້ມຄອງ ແກ້ໄຂ ແລະ ປັບໂຄງສ້າງໜີ້ສິນສາທາລະນະ ເພື່ອຮັບປະກັນຄວາມປອດໄພ ໃຫ້ຢູ່ລະດັບທີ່ສາມາດຄຸ້ມຄອງໄດ້ ສູ້ຊົນໃຫ້ລາຍຮັບພາຍໃນເພີ່ມປີລະ 10-13% ຂຶ້ນໄປ ຄຸ້ມຄອງລາຍຈ່າຍເງິນເດືອນບໍ່ໃຫ້ເກີນ 43% ຂອງລາຍຮັບພາຍໃນ ເຂັ້ມງວດປະຕິບັດນະໂຍບາຍປະຢັດ ຮັດສາຍແອວ ຫຼຸດຜ່ອນລາຍຈ່າຍທີ່ບໍ່ຈຳເປັນລົງ ແລະ ການເພີ່ມຂຶ້ນຂອງລາຍຈ່າຍພາຍໃນຕ້ອງບໍ່ເກີນການເພີ່ມຂຶ້ນຂອງລາຍຮັບພາຍໃນ ເພື່ອຮັບປະກັນໃຫ້ມີສ່ວນສະສົມໄວ້ໃນການຊຳລະໜີ້ສິນ ແລະ ລາຍຈ່າຍທີ່ບໍ່ຈຳເປັນ ແລະ ບັງເອີນ.

4.ສືບຕໍ່ດຳເນີນການປະຕິຮູບກົນໄກການຄຸ້ມຄອງການເງິນໄປສູ່ລວງເລິກ ໂດຍສືບຕໍ່ຈັດຕັ້ງປະຕິບັດວິໄສທັດຮອດປີ 2030 ແລະ ຍຸດທະສາດພັດທະນາການເງິນແຫ່ງລັດຮອດປີ 2025 ແລະ ຜັນຂະຫຍາຍໄປທຸດຂະແແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ; ພ້ອມທັງຊຸກຍູ້, ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດການປະຕິຮູບການເງິນແຫ່ງລັດ.

5.ສູ້ຊົນສ້າງ ແລະ ປັບປຸງນິຕິກຳຂອງຂະແໜງການເງິນຕິດຕາມແຜນ 5 ປີ ໃຫ້ສຳເລັດຕາມຄາດໝາຍ.

6.ປັບປຸງສ້າງກົນໄກການຄຸ້ມຄອງລາຍຮັບ-ຈ່າຍ ໃຫ້ມີປະສິດທິພາບ ອັດຊ່ອງວ່າງການຮົ່ວໄຫຼ ແລະ ເຂັ້ມງວດປະຕິບັດກົດໝາຍ ລະບຽບການ ແລະ ວິໄນການເງິນໂດຍການພັດທະນາລະບົບການຄຸ້ມຄອງຕາມການຫັນເປັນທັນສະໄໝ ແລະ ກ້າວສູ່ລະບົບດິຈິຕອນ ເພື່ອຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານໃຫ້ຖືກຕ້ອງ ຄົບຖ້ວນ ໂປ່ງໃສ ແລະ ທັນກຳນົດ. ປະຕິຮູບລັດວິສາຫະກິດໃຫ້ມີປະສິດທິພາບ ແກ້ໄຂໜີ້ສິນ ແລະ ປັບປຸງສະຖານະການເງິນໃຫ້ສາມາດແຂ່ງຂັນທາງທຸລະກິດໄດ້.

7.ເພີ່ມທະວີເອົາໃຈໃສ່ປັບປຸງ ລະບົບການລາຍງານ ແລະ ສັງລວມຖານຂໍ້ມູນສະຖິຕິຂອງຂະແໜງການເງິນໃຫ້ເປັນລະບົບຄົບຊຸດ ໃຫ້ລວມສູນ ວ່ອງໄວ ແລະ ທັນເວລາ. ເພື່ອເປັນບ່ອນອີງໃນການວິໄຈ ແລະ ວາງນະໂຍບາຍການເງິນໃຫ້ທັນຕາມກະແສ.

8.ປັບປຸງການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຂະແໜງການເງິນແຕ່ລະໄລຍະ ໃຫ້ສອດຄ່ອງໜ້າທີ່ການເມືອງຂອງຕົນ ພ້ອມທັງ ປັບປຸງກົນໄກການປະສານສົມທັບ ພາຍໃນຂະແໜງການເງິນ ນັບແຕ່ຂັ້ນສູງກາງຮອດທ້ອງຖິ່ນ ແລະ ລະຫວ່າງຂະແໜງການເງິນ ກັບອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ.

9.ສູ້ຊົນພັດທະນາສະຖາບັນການເງິນ-ການບັນຊີ ແລະ ວິທະຍາໄລການເງິນ ເປັນສູນເຝິກອົບຮົມພະນັກງານ-ລັດຖະກອນຂະແໜງການເງິນ ເພື່ອກໍ່ສ້າງໃຫ້ມີຄວາມເຂັ້ມແຂງທາງດ້ານວິຊາສະເພາະ ແລະ ເປັນມືອາຊີບ.

ຂໍ້ມູນຈາກ: ເສດຖະກິດ-ການຄ້າ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/