ລັດຖະບານ ກຽມພິຈາລະນາ ເພີ່ມເງິນເດືອນໃຫ້ພະນັກງານ ລັດຖະກອນ ອີກ 150.000 ກີບ/ເດືອນ


ຫ້ອງການວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການ ເພີ່ມເງິນອຸດໜູນຄ່າຄອງຊີບ ໃຫ້ພະນັກງານ ລັດຖະກອນອີກ ຜູ້ລະ 150.000 ກີບ ເລີ່ມປະຕິບັດ ໃນງວດ I ປີ 204 ເປັນຕົ້ນໄປ ຫຼື ເລີ່ມເດືອນ ເມສາ ທີ່ຈະມາຮອດນີ້ ເປັນຕົ້ນໄປ.

ໂດຍອີງຕາມເອກສານ ແຈ້ງການ ຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 612/ຫສນຍ ລົງວັນ 25 ມິນາ 2024 ລະບຸໃຫ້ ສືບຕໍ່ຮັກສານະໂຍບາຍເງິນເດືອນ ແລະ ເງິນອຸດໜູນທີ່ໄດ້ປະຕິບັດມາແລ້ວ ໃນທ້າຍປີ 2023 ແລະ ເພີ່ມເງິນອຸດໜູນຂຶ້ນອິກ 150.000 ຕໍ່ເດືອນຕໍ່ຄົນ ໃນເດືອນເມສາທີ່ຈະຮອດນີ້ ເປັນຕົ້ນໄປ.

ໂດຍການເພີ່ມເງິນອຸດໜູນຄັ້ງນີ້ ຈະຖືກສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດພິຈາລະນາຕົກລົງການຍົກເວັ້ນອາກອນລາຍໄດ້ ແລະ ປະກັນສັງຄົມ ຈາກການເພີ່ມເງິນອຸດໜູນດັ່ງກ່າວ ເປັນອັນສະເພາະ.

ນອກນີ້ ແຈ້ງການດັ່ງກ່າວ ຍັງໄດ້ມອບໃຫ້ກະຊວງການເງິນ ສົມທົບກັບກະຊວງສຶກສາທິການ ແລະ ກິລ່ ຮີບຮ້ອນຄິດໄລ່ ແລະ ປະຕິບັດນະໂຍບາຍຄູອາສາສະໝັກ ຫຼື ສັນຍາຈ້າງ ຕາມມະຕິຕົກລົງ 09/ລບ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/