ລັດຖະບານຮັບຮູ້  ບັນຫາທີ່ສັງຄົມມີຄວາມສົນໃຈຫຼາຍແມ່ນ ບັນຫາໄພເງິນເຟີ້ ຄ່າຄອງຊີບ ແລະ ເງິນເດືອນພະນັກງານ


ທ່ານ ນາງ ປິ່ງຄໍາ ລາຊະສິມມາ ເລຂາທິ ການສະພາແຫ່ງຊາດ ໄດ້ຖະແຫຼງກ່ຽວກັບຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອ​ວັນ​ທີ 18 ກໍ​ລະ​ກົດ​ນີ້ ໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ.

ໃນການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ສະພາແຫ່ງຊາດ ຍັງໄດ້ສະເໜີໃຫ້ 20 ພາກສ່ວນ ຂຶ້ນຊີ້ແຈງຕໍ່ຄໍາຊັກຖາມກ່ຽວກັບບັນຫາທີ່ພົ້ນເດັ່ນຂອງສັງຄົມ ເຊິ່ງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດໄດ້ຍົກຂຶ້ນຢູ່ໃນກອງປະຊຸມປະກອບມີທ່ານນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນ ການ ແລະ ການລົງທຶນ, ກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ, ກະຊວງອຸດສາຫະກຳ-ການຄ້າ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງກະສິກຳ-ປ່າໄມ້, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງຍຸຕິທຳ, ກະຊວງສາທາລະນະສຸກ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.

ການພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນດັ່ງກ່າວມາຂ້າງເທິງນັ້ນ, ໃນໄລຍະດຳເນີນກອງສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ມີປະຊາຊົນບັນດາເຜົ່າສົ່ງຄຳຄິດຄຳເຫັນຜ່ານໂທລະສັບສາຍດ່ວນ (156) ຫຼາຍກວ່າ 536 ສາຍ ກວມເອົາ 25 ພາກສ່ວນ ແລະ ບັນຫາທີ່ພົ້ນເດັ່ນທີ່ສັງຄົມມີຄວາມສົນໃຈຫຼາຍເຊັ່ນ: ບັນຫາໄພເງິນເຟີ້, ຄ່າຄອງຊີບ ແລະ ການຄຸ້ມຄອງລາຄາສິນຄ້າ, ການອະນຸຍາດໃຫ້ສໍາປະທານທີ່ດິນ, ການຂຸດຄົ້ນແຮ່ທາດຊະຊາຍ, ດ່ານພາສີສາກົນຢູ່ທ້ອງຖິ່ນ (ການເກັບເງິນນໍາລົດບັນທຸກສິນຄ້າ, ກວດກາການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່), ເງິນເດືອນຂອງພະນັກງານ-ລັດຖະກອນ, ການກໍ່ສ້າງເສັ້ນທາງ, ການຂາຍສິນຄ້າໃຫ້ເປັນເງິນກີບ ແລະ ການແລກປ່ຽນເງິນຕາ, ການປາບປາມຢາເສບຕິດ, ຂໍ້ຂັດແຍ້ງທີ່ດິນ ແລະ ຄ່າຊົດເຊີຍຈາກໂຄງການລົງທຶນລັດ (ເສັ້ນທາງລົດໄຟ, ສ້າງສະໜາມເຝິກຊ້ອມການທະຫານຂອງກະຊວງປ້ອງກັນປະເທດ, ເຂື່ອນໄຟຟ້ານໍ້າອູ), ບັນຫາສິ່ງແວດລ້ອມ (ການປ່ອຍນໍ້າເສຍ ຂອງໂຮງງານອຸດສາຫະກໍາເຂດພັດທະນາກວມລວມໄຊເສດຖາ), ເງິນອຸດໜູນນະໂຍບາຍຕໍ່ພະນັກງານເສຍອົງຄະ ແລະ ມາດຖານການຮຽນ-ການສອນຂອງໂຮງຮຽນເຂດຊົນນະບົດ.

 ການພົວພັນເຖິງການຄຸ້ມຄອງບໍລິຫານລັດ, ການພັດທະນາເສດຖະກິດ-ສັງຄົມ, ການພັດທະນາທີ່ມີຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ຕໍ່ກັບຄໍາຄິດເຫັນຂອງປະຊາຊົນທີ່ສົ່ງມາທາງໂທລະສັບສາຍດ່ວນ, ກອງເລຂາກອງປະຊຸມຈະໄດ້ສັງລວມ ແລະ ມອບໃຫ້ກຳມາທິການທີ່ກ່ຽວຂ້ອງ ເພື່ອປະສານສົມທົບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າແກ້ໄຂໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ລະບຽບການ.

ຂໍ້ມູນຈາກ: Lao National Radio

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/