ລັດຖະບານຈະນຳໃຊ້ລົດເກັງໄຟຟ້າ ເປັນລົດປະຈຳຕຳແໜ່ງການນຳລະດັບສູງ


ຄະນະຮັບຜິດຊອບຈັດຊື້ລົດ ປະຈຳຕໍາແໜ່ງການນໍາລະດັບສູງ ໄດ້ຈັດພິທີເປີດຊອງປະມູນຊື້ລົດເກັງໄຟຟ້າ ເພື່ອປະກອບເປັນລົດປະຈໍາຕໍາແໜ່ງການນໍາລະດັບສູງ ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມໃຫຍ່ກະຊວງການເງິນ ໂດຍການເປັນປະທານຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີ ກະຊວງການເງິນ ທັງເປັນຫົວໜ້າຄະນະຮັບຜິດຊອບຈັດຊື້ລົດປະຈຳຕໍາແໜ່ງການນໍາລະດັບສູງ, ທ່ານ ຄໍາລາວັນ ຈັນທະລາວັນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທັງເປັນຮອງຫົວໜ້າຄະນະຮັບຜິດຊອບຈັດຊື້ລົດປະຈຳຕໍາແໜ່ງການນໍາລະດັບສູງ, ມີບັນດາຫົວໜ້າກົມ-ຮອງຫົວໜ້າກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການເປີດຊອງປະມູນໃນຄັ້ງນີ້, ແມ່ນໄດ້ອີງຕາມແຈ້ງການ ສະບັບເລກທີ 113/ຫສນຍ, ວັນທີ 28 ມັງກອນ 2022 ກ່ຽວກັບການຈັດຕັ້ງປະຕິບັດການຈັດຊື້-ຈັດຈ້າງລົດປະຈໍາຕໍາແໜ່ງການນຳລະດັບສູງປະເພດ I-IV, ອີງຕາມການແຈ້ງເຊີນປະມູນ ສະບັບເລກທີ 0580/ຫກ,ກງ, ລົງວັນທີ 7 ມີນາ 2022 ເລື່ອງກ່ຽວກັບເຂົ້າຮ່ວມປະມູນແຂ່ງຂັນລາຄາໃນການສະໜອງລົດເກັງທີ່ນຳໃຊ້ໄຟຟ້າ 100% (EV) ໃຫ້ແກ່ລັດຖະບານ.

ສຳລັບເງື່ອນໄຂພື້ນຖານກ່ຽວກັບລົດ ແມ່ນເປັນລົດເກັງທີ່ນໍາໃຊ້ພະລັງງານຈາກໝໍ້ໄຟ (Battery 100%) ທີ່ສາມາດສາກໄຟໄດ້, ມາດຕະຖານຄວາມປອດໄພຂອງໜໍ້ໄຟເປັນ Battery Lithium-Ion ທີ່ຜ່ານຂະບວນການທົດສອບ UNCEC R100, R136 ໂດຍຕ້ອງມີໃບຢັ້ງຢືນທົດສອບຈາກໂຮງງານຜະລິດ, ມີລະບົບຄວາມປອດໄພ, ຮັບປະກັນໃນການຂັບຂີ່ທີ່ໄດ້ຮັບການທົດສອບ ແລະ ຮັບຮອງໂດຍສາກົນທີ່ມີການຢັ້ງຢືນ, ມີບໍລິການຫຼັງການຈັດຊື້ ແລະ ການບໍລິການອາໄຫຼ່, ພ້ອມທັງຮັບປະກັນປະເພດລົດເກັງໄຟຟ້າທີ່ຈັດຊື້.

ໃນນີ້, ຂະໜາດຂອງລົດຄວາມຍາວຫຼາຍກວ່າ 4,885 ມມ, ຂະໜາດຄວາມກວ້າງຫຼາຍກວ່າ 1,840 ມມ, ລະບົບເບາະໜັງ ແລະ ໄຟຟ້າໜ້າຫຼັງ, ລະບົບແວ່ນອັດຕະໂນມັດ, ລະບົບນຳທາງ GPS, ລະບົບເກຍອັດຕະໂນມັດ, ໜ້າຈໍສະແດງຜົນສໍາຜັດ, ລະບົບເບຣກ ABS disc brake ໜ້າຫຼັງ, ບໍລິສັດຕ້ອງຮັບປະກັນໃຫ້ມີສະຖານີສາກແບບໄວ (Type 2 DC CCS2), ສ່ວນຈໍານວນທີ່ຈະຊື້ມີລົດເກັງໄຟຟ້າ EV ຄວາມແຮງມໍເຕີໄຟຟ້າ 121KW-163KW ຈໍານວນ 23 ຄັນ, ລົດເກັງໄຟຟ້າ EV ຄວາມແຮງມໍເຕີໄຟຟ້າ 100KW-160KW ຈໍານວນ 160 ຄັນ.

ການເປີດຊອງປະມູນ ແມ່ນຫາບໍລິສັດທີ່ສະເໜີລາຄາຊະນະການປະມູນ, ໃນກໍລະນີຜູ້ຊະນະການປະມູນ ຫາກບໍ່ມາເຊັນສັນຍາຊື້-ຂາຍ ຕາມກຳນົດເວລາທີ່ຄະນະຮັບຜິດຊອບໄດ້ແຈ້ງໄປນັ້ນ, ແມ່ນຖືວ່າສະລະສິດໂດຍບໍ່ມີເງື່ອນໄຂ, ເຊິ່ງຄະນະຮັບຜິດຊອບການປະມູນ ຈະໄດ້ຍຶດເງິນຄໍ້າປະກັນຊອງປະມູນ 2% ມາເປັນຂອງລັດ ພ້ອມທັງພິຈາລະນາບໍລິສັດທີ່ໄດ້ລໍາດັບຖັດມາເປັນຜູ້ຊະນະການປະມູນຕາມລໍາດັບ.

ຂອບໃຈຂໍ້ມູນຈາກ: https://bit.ly/3wOBtF7

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/