ຣັດເຊຍກຽມທົດສອບການໃຊ້ງານຂອງລະບົບ Digital Ruble ກັບທະນາຄານ ແລະ ລູກຄ້າທົ່ວໄປແລ້ວ


ໃນວັນພຸດທີ່ຜ່ານມາ ທະນາຄານກາງຂອງຣັດເຊຍໄດ້ປະກາດເຖິງການກະກຽມທີ່ຈະເຮັດການທົດສອບລະບົບຂອງ Digital Ruble ກັບທະນາຄານກວ່າ 13 ແຫ່ງພາຍໃນອາທິດໜ້າ.

ປະທານາທິບໍດີ Vladimir Putin ໄດ້ລົງນາມໃນກົດໝາຍ Digital Ruble ໃນເດືອນກໍລະກົດທີ່ຜ່ານມາ. ໃນຂະນະທີ່ໂຄງການທົດລອງຂອງທະນາຄານກາງສໍາລັບ CBDC (Central Bank Digital Currency) ນັ້ນຢູ່ໃນລະຫວ່າງການພັດທະນາມາໄລຍະໜຶ່ງແລ້ວ.

ປັດຈຸ​ບັນ, ຣັດ​ເຊຍ​ກຳລັງປະ​ເຊີນ​ໜ້າ​ກັບ​ການຂວ້ຳບາດ​ຢ່າງ​ໜັກໜ່ວງ​ຈາກ​ອາ​ເມ​ຣິກາ ​ແລະ ​ເຢູໂຣບຫຼັງຈາກ​ການ​ບຸກ​ໂຈມ​ຕີ​ຂອງ​ຢູ​ເຄຣນ ແລະ ເຫັນວ່າເງິນ Digital Ruble ເປັນວິທີການຫຼີກເວັ້ນຂໍ້ຈໍາກັດທາງດ້ານການເງິນ.

ທະນາຄານກາງຂອງຣັດເຊຍກ່າວວ່າ “ໃນຕອນນີ້ການດຳເນີນການພັດທະນາລະບົບ Digital Ruble ນັ້ນຢູ່ໃນຂັ້ນຕອນທີ່ສໍາຄັນທີ່ສຸດ ແລະ ຈະເຮັດການທົດສອບເພື່ອໃຫ້ແນ່ໃຈວ່າ Digital Ruble ສາມາດໃຊ້ງານໄດ້ແເທ້.

ໂດຍການດຳເນີນການທັງໝົດຈະຕ້ອງມີຜູ້ໃຊ້ທົ່ວໄປໄດ້ມີສ່ວນຮ່ວມໃນການທົດສອບນີ້ນຳ ເພື່ອໃຫ້ແນ່ໃຈວ່າລະບົບດັ່ງກ່າວເໝາະສົມສຳລັບຜູ້ໃຊ້ແທ້ໆ” ໂດຍພວກເຮົາຈະສາມາດໃຊ້ Digital Ruble ຂອງທະນາຄານກາງໄດ້ພາຍໃນປີ 2025.

ໂດຍການທົດສອບລະບົບຈະດຳເນີນການຜ່ານທະນາຄານ 13 ແຫ່ງ ແລະ ລູກຄ້າໃນວົງຈຳກັດ. ເຊິ່ງຂັ້ນຕອນທຳອິດໃນການທົດສອບຈະມຸ່ງເນັ້່ນໄປທີ່ digital wallets, ການໂອນເງິນທົ່ວໄປ, ການຊື້ສິນຄ້າ ແລະ ບໍລິການໂດຍໃຊ້ລະຫັດ QR, ການຊໍາລະເງິນແບບງ່າຍໆເປັນຕົ້ນ.

“ຜູ້ເຂົ້າຮ່ວມການທົດສອບສາມາດຊຳລະເງິນ Digital Ruble ທີ່ຮ້ານຄ້າຍ່ອຍ 30 ແຫ່ງໃນ 11 ເມືອງຂອງຣັດເຊຍ” ພາຍໃນທ້າຍປີນີ້ ລາຍຊື່ຜູ້ເຂົ້າຮ່ວມຈະຖືກຂະຫຍາຍອອກໄປເພື່ອດຶງດູດປະຊາຊົນ ແລະ ບໍລິສັດຕ່າງໆຫຼາຍຂຶ້ນ.

ທີ່ມາ:

coindesk

orfonline

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/