ມາຫຼິ້ນມວຍປໍ້າບໍ່? ໂລກອອນລາຍ ໂພສຂໍ້ຄວາມຢອກ Ronaldo ແລະ Tyrone Mings ຫຼັງທັງສອງຄົນງັດຄໍກັນ ໃນເກມທີ່ Man U ເສຍໃຫ້ກັບ Aston Villa 3 ຕໍ່ 1

ໂລກອອນລາຍ

ກາຍເປັນທີ່ເວົ້າເຖິງກັນໄປທົ່ວສັງຄົມອອນລາຍ ກັບເຫດການລະຫວ່າງ ຄຣິສເຕຍໂນ ໂຣນັລໂດ້ ກອງໜ້າ ຊຸບເປີສະຕາ ຂອງ ແມນເຊສເຕີ້ ຢູໄນເຕັດ ແລະ ໄທລອນ ມິ້ງ ກອງຫຼັງຂອງ ແອັສຕັນ ວິວລ້າ ທີ່ເກີດຂຶ້ນໃນເກມພຣີເມຍລີກ ວັນທີ 6 ພະຈິກ ທີ່ຜ່ານມາ ຈົນເຮັດໃຫ້ຫຼາຍຄົນທີ່ໄດ້ເຫັນຈັງຫວະດັ່ງກ່າວ ຕ່າງກໍເວົ້າເປັນສຽງດຽວກັນວ່າ ເຂົາທັງສອງກຳລັງຫຼິ້ນມວຍປໍ້າຢູ່ຫວາ.

ໂລກອອນລາຍ

ເຫດການດັ່ງກ່າວ ເກີດໃນນາທີ 53 ຂອງເກມ ທີ່ຕອນນັ້ນກຳລັງເປັນບານບຸກ ມາທາງຟາກຊ້າຍຂອງ ແມນເຊັສເຕີ້ ຢູໄນເຕັດ ກ່ອນທີ່ກ້ອງຖ່າຍທອດສົດຈະຈັບເຫດໃນຂອບເຂດໂທດໄດ້. ໂດຍທັງສອງຄົນກຳລັງກອດຮັດກັນ ຢ່າງດຸເດືອດ ຕ່າງຝ່າຍຕ່າງພະຍາຍາມ ເຮັດໃຫ້ອີກຝ່າຍໜຶ່ງລົ້ມລົງ. ກ່ອນໝູ່ຮ່ວມທີມຂອງແຕ່ລະຝ່າຍຈະເຂົ້າມາແຍກທັງສອງອອກຈາກກັນ.

ໂລກອອນລາຍ

ເຫດການດັ່ງກ່າວ ຈົບລົງໂດຍການທີ່ ເອັນໂທນີ ເທເລີ້ ຜູ້ຕັດສິນໃນເກມນັ້ນ ຕ້ອງໄດ້ເບິ່ງ VAR ກ່ອນທີ່ຈະມາແຈກໃບເຫຼືອງໃຫ້ກັບທັງສອງຄົນ. ພາບທີ່ອອກມາ ເຮັດໃຫ້ຫຼາຍສຳນັກຂ່າວດັງໆໃນອັງກິດ ແລະ ສັງຄົມໃນໂລກອອນລາຍຕ່າງກໍໂພສພາບ ແລະ ຂໍ້ຄວາມຢອກທັງສອງຄົນວ່າ ທັງສອງກຳລັງຫຼິ້ນມວຍປໍ້າ ໃນສະໜາມບານເຕະ.

ໂລກອອນລາຍ

ສ່ວນຜົນສະຫຼຸບຂອງເກມດັ່ງກ່າວ ແມ່ນຈົບລົງດ້ວຍໄຊຊະນະ ຂອງແອັສຕັນ ວິວລ້າທີ່ຫາກໍໄດ້ ຄູເຝິກຄົນໃໝ່ໄປ 3ປະຕູຕໍ່1 ຢຸດສະຖິຕິ ບໍ່ປະລາໄຊຕໍ່ໃຜ ຂອງແມນເຊັສເຕີ້ ຢູໄນເຕັດ ໄວ້ທີ່ 8 ນັດ.

ສຳລັບນັດຕໍ່ໄປຂອງທັງສອງທີມ ແມ່ນມີຄິວທີ່ກັບມາລ້າງຕາກັນອີກເທື່ອໜຶ່ງ ໃນເຊົ້າວັນສຸກ ທີ 11 ພະຈິກນີ້ ໃນລາຍການແຂ່ງຂັນ EFL Cup.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/