ພໍ່ຕູ້ຊາວຍີ່ປຸ່ນ ຍູ້ເມຍພິການລົງທະເລ ເຜີຍເມື່ອຍຫຼາຍແລ້ວຫຼັງເບິ່ງແຍງມາ 40 ປີ

ພໍ່ຕູ້ຊາວຍີ່ປຸ່ນ

ກາຍເປັນເລື່ອງສະເທືອນຂວັນຂອງສັງຄົມຍີ່ປຸ່ນ ເມື່ອມີລາຍງານວ່າ ຕໍາຫຼວດໃນເມືອງໂອອິໂຊະ, ແຂວງ ຄານາງາວະ ປະເທດຍີ່ປຸ່ນໄດ້ເຂົ້າຈັບກຸມຊາຍອາຍຸ 81 ທີ່ມີຊື່ວ່າ ຮິໂຣຊິ ຟູຈິວະຣະ ໃນຂໍ້ຫາຄາຕະກໍາ ນາງ ເທຣຸໂກະ ໃນໄວ 79 ປີ ເຊິ່ງເປັນພັນລະຍາຂອງຕົນ ດ້ວຍການຍູ້ລົດຄົນພິການທີ່ພັນລະຍານັ່ງຢູ່ລົງທະເລ ຫຼັງເຜີຍວ່າຕົນຮູ້ສຶກເມື່ອຍທີ່ຕ້ອງດູແລເບິ່ງແຍງມາດົນນານເກືອບ 40 ປີ.

ພໍ່ຕູ້ຊາວຍີ່ປຸ່ນ

ທາງເຈົ້າໜ້າທີ່ຕໍາຫຼວດໄດ້ບອກວ່າເຫດການດັ່ງກ່າວແມ່ນໄດ້ເກີດຂຶ້ນທີ່ທ່າເຮືອແຫ່ງໜຶ່ງ ເມື່ອວັນພຸດທີ 2 ພະຈິກທີ່ຜ່ານມາ ໂດຍຟູຈິວະຣະໄດ້ຂັບລົດພາເທຣຸໂກະຜູ້ເປັນພັນລະຍາໄປທີ່ເກີດເຫດ ຫຼັງຈາກນັ້ນກໍໄດ້ພາພັນລະຍາຂຶ້ນລົດຄົນພິການ ແລ້ວກໍຍູ້ລົດໄດ້ປະມານ 2-3 ນາທີ ກ່ອນທີ່ຈະຍູ້ພັນລະຍາລົງໄປໃນນ້ຳທະເລ ພ້ອມກັບລົດ. ຫຼັງຈາກນັ້ນ ຟູຈິວະຣະ ກໍໄດ້ໄປທີ່ເຮືອນຂອງລູກຊາຍກົກພ້ອມກັບສາລະພາບການກະທຳດັ່ງກ່າວ.

ພໍ່ຕູ້ຊາວຍີ່ປຸ່ນ

ທາງດ້ານໜັງສືພິມ Mainichi ລາຍງານວ່າມີຊາວປະມົງຄົນໜຶ່ງໄດ້ໂທໄປແຈ້ງສາຍດ່ວນສຸກເສີນຂອງຕໍາຫຼວດຫຼັງຈາກເຫັນຮ່າງຂອງເທຣຸໂກະລອຍຢູ່ໃນນ້ຳ ຫຼັງຈາກນັ້ນເຈົ້າໜ້າທີ່ກໍໄດ້ນຳເທຣຸໂກະໄປທີ່ໂຮງໝໍ ແຕ່ມັນກໍຊ້າໄປເພາະທາງທ່ານໝໍໄດ້ຢືນຢັນແລ້ວວ່າເທຣຸໂກະໄດ້ເສຍຊີວິດແລ້ວ.

ຕໍ່ມາໃນມື້ດຽວກັນ (2 ພະຈິກ) ເມື່ອຕໍາຫຼວດຮູ້ເລື່ອງກໍໄດ້ເດີນທາງໄປທີ່ບ່ອນພັກອາໄສຂອງ ຟູຈິວະຣະ ແລະໄດ້ສອບປາກຄໍາລາວຢູ່ທີ່ນັ້ນ ແລະໄດ້ຮູ້ຄວາມຈິງຈາກລູກຊາຍກົກວ່າພໍ່ຂອງລາວເອງເປັນຜູ້ທີ່ຍູ້ແມ່ລົງທະເລ ຈາກນັ້ນເຈົ້າໜ້າທີ່ກໍໄດ້ເຮັດການຈັບກຸມ ຟູຈິວະຣະ ໃນມື້ຕໍ່ມາ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/