ໂຍຊິຮິເດະ ຊຶກະ ເກີດເມື່ອວັນທີ 6 ທັນວາ ປີ 1948 ໃນຄອບຄົວຊາວສວນສະຕໍເບີຣີ້ ທີ່ແຂວງ ອາຄິຕະ ທາງພາກເໜືອຂອງເກາະຮອນຊູ. ລາວໄດ້ຍ້າຍໄປຢູ່ນະຄອນໂຕກຽວ ຫຼັງຈາກຈົບການສຶກສາລະດັບຊັ້ນມັດທະຍົມ ກ່ອນຈະສຳເລັດການສຶກສາລະດັບນິຕິສາດບັນດິດທີ່ມະຫາວິທະຍາໄລ ໂຮເຊ ໃນນະຄອນຫຼວງໂຕກຽວເມື່ອປີ 1973.

ຫຼັງຈາກນັ້ນ ລາວໄດ້ຕັດສິນໃຈເດີນສາຍການເມືອງ ໃນ ປີ 1987 ລາວໄດ້ຮັບການແຕ່ງຕັ້ງເປັນສະມາຊິກສະພາເມືອງໂຢໂກຮາມາ ກ່ອນຈະໄດ້ຮັບເລືອກຕັ້ງເປັນສະມາຊິກຜູ້ແທນລາຊະດອນຈາກເຂດ 2 ແຂວງຄານາງາວະ ໃນປີ 1996, ຈາກນັ້ນ ລາວດຳລົງຕຳແໜ່ງທາງການເມືອງສູງຂຶ້ນເລື້ອຍໆ ໂດຍໃນປີ 2005 ນາຍົກລັດຖະມົນຕີ ຈຸນອິຊິໂຣ ໂຄອິສຸມິ ແຕ່ງຕັ້ງໃຫ້ ຊຶກະ ເປັນລັດຖະມົນຕີຊ່ວຍວ່າການກະຊວງພາຍໃນ ແລະ ການສື່ສານຂອງຍີ່ປຸ່ນ (ຊ່ວງທີ່ອາເບະດຳລົງຕຳແໜ່ງນາຍົກລັດຖະມົນຕີຮອບທຳອິດ ກ່ອນຈະລາອອກຈາກຕຳແໜ່ງໃນປີ 2007 ເພາະປັນຫາໂລກລຳໄສ້ໃຫຍ່ອັກເສບ ເຊິ່ງເປັນໂລກດຽວກັນກັບທີ່ອາເບະຕັດສິນໃຈລາອອກເປັນຄັ້ງທີ 2 ໃນປີ 2020).
ຄວາມສຳພັນລະຫວ່າງ ຊຶກະ ແລະ ອາເບະ ພັດທະນາເລື້ອຍມາ ຈົນອາເບະກັບມາດຳລົງຕຳແໜ່ງນາຍົກລັດຖະມົນຕີຄືນໃໝ່ໃນສະໄໝທີສອງ ແລະ ແຕ່ງຕັ້ງໃຫ້ລາວເປັນເລຂາທິການນາຍົກລັດຖະມົນຕີ ເຊິ່ງເປັນຕຳແໜ່ງທີ່ມີອິດທິພົນຫຼາຍ.

8 ປິທີ່ຜ່ານມາ ຊຶກະ ໃນຖານະທີ່ເປັນ ”ມືຂວາ” ຂອງອາເບະຕົກເປັນຄວາມສົນໃຈ ຫຼັງຈາກເປັນຕົວແທນຖະແຫຼງຂ່າວໃນນາມລັດຖະບານຫຼາຍຄັ້ງ ແລະ ໄດ້ຮັບຄຳຊົມມາຕະຫຼອດວ່າສາມາດຈັດການ ແລະ ຮັບມືກັບລະບົບລາຊາການອັນຊັບຊ້ອນຂອງຍີ່ປຸ່ນໄດ້ເປັນຢ່າງດີ.

ຫຼັງຈາກອາເບະກ້າວລົງຈາກຕຳແໜ່ງນາຍົກລັດຖະມົນຕີແລ້ວ ສະມາຊິກໃນພັກ LDP ຕ່າງກໍພາກັນສະໜັບສະໜຸນໃຫ້ ຊຶກະ ເປັນນາຍົກລັດຖະມົນຕີຄົນຕໍ່ໄປ ເນື່ອງຈາກເປັນເລຂາທິການຄະນະລັດຖະມົນຕີ ທີ່ເຮັດໜ້າທີ່ຍາວນານທີ່ສຸດໃນປະຫວັດສາດປະເທດຍີ່ປຸ່ນ.

ໃນທີ່ສຸດ ພັກ LDP ໄດ້ເລືອກຜູ້ນຳຄົນໃໝ່ ໃນວັນທີ 14 ກັນຍາ 2020 ເຊິ່ງກໍແມ່ນ ຊຶກະ ທີ່ໄດ້ຄະແນນສູງສຸດຕາມທີ່ຄາດການໄວ້ ເຊິ່ງສ້າງປະຫວັດສາດດ້ວຍການເປັນຜູ້ນຳຄົນທຳອິດຂອງພັກ ທີ່ບໍ່ໄດ້ມາຈາກຂົ້ວການເມືອງ ຫຼື ຕະກູນຜູ້ຊົງອິດທິພົນທາງການເມືອງ. ຈາກນັ້ນ ສະພາຜູ້ແທນລາຊະດອນ ແຫ່ງສະພາໄດເອດ ແຫ່ງລັດຖະສະພາຍີ່ປຸ່ນ ໃກ້ລົງມະຕິຮັບຮອງເອົາ ຊຶກະ ເປັນນາຍົກລັດຖະມົນຕີຄົນທີ່ 99 ໃນວັນທີ 16 ກັນຍາ 2020.

ແຫຼ່ງຂໍ້ມູນ:

รู้จัก โยชิฮิเดะ ซูงะ นายกฯ คนใหม่ของญี่ปุ่น กับความท้าทายกอบกู้เศรษฐกิจและการสร้างภาวะผู้นำในระยะยาว

https://www.bbc.com/thai/international-54151193