ໂຍຊິຮິເດະ ຊຶກະຫົວໜ້າພັກ LPD ໄດ້ຮັບການເລືອກຈາກສະພາໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີຕໍ່ຈາກ ຊິນໂຊ ອາເບະ, ຂະນະທີ່ ມູນ ແຈ-ອິນ ສົ່ງຈົດໝາຍເຖິງຊຶກະ ພ້ອມປຶກສາຫາລື ເພື່ອປັບຄວາມສຳພັນລະຫວ່າງສອງຊາດ.
ຜົນການລົງມະຕິໃນສະພາລຸ່ມຍີ່ປຸ່ນພົບວ່າ ໂຍຊິຮິເດະ ຊຶກະ ໄດ້ຮັບສຽງສະໜັບສະໜຸນເຖິງ 314 ສຽງຈາກທັງໝົດ 465 ສຽງ ແລະ ໃນສະພາສູງ 142 ສຽງຈາກທັງໝົດ 240 ສຽງ.
ແລະບໍ່ດົນມານີ້ຫຼັງຈາກປະກາດ ພົບວ່າລາວອອກມາເປີດເຜີຍລາຍຊື່ຄະນະລັດຖະມົນຕີໃໝ່ຂອງຕົນເອງ ເຊິ່ງພົບວ່າສ່ວນຫຼາຍແມ່ນເປັນຄົນທີ່ໄດ້ຮັບການແຕ່ງຕັ້ງຈາກ ຊິນໂຊ ອາເບະ ນາຍົກຄົນກ່ອນໜ້ານີ້, ຄ້າຍຄືກັບວ່າວ່າຈະສະແດງໃຫ້ເຫັນເຖິງສະຖຽນລະພາບ ແລະ ຄວາມຕໍ່ເນື່ອງຂອງຊຸດລັດຖະບານຜູ້ນຳຍີ່ປຸ່ນທັງສອງ. ທັງນີ້ພົບວ່າຕຳແໜ່ງຍັງບໍ່ຄົງບໍ່ປ່ຽນແປງໄດ້ແກ່: ລັດຖະມົນຕີການຕ່າງປະເທດ ໂທຊິມິດຊຶ ໂມເຕກິ ແລະ ລັດຖະມົນຕີຄັງ ອາໂຊະ ທາໂຣ.

ສຳນັກຂ່າວກຽວໂຕລາຍງານວ່າ ຊຶກະ ໃຫ້ຄຳໝັ້ນສັນຍາວ່າຈະເດີນໜ້າສານຕໍ່ນະໂຍບາຍຂອງນາຍົກລັດຖະມົນຕີຄົນກ່ອນ ຊິນໂຊ ອາເບະ ເຊັ່ນ: “ອາເບະໂມນິກ” ເຊິ່ງເປັນນະໂຍບາຍແບບປະສົມປະສານທີ່ມຸ່ງເນັ້ນການຕໍ່ສູ້ກັບບັນຫາການເງິນຝືດ ແລະ ກະຕຸ້ນເສດຖະກິດໃຫ້ເຕີບໂຕໃນເວລາດຽວກັນ. ນອກຈາກນີ້ ຊຶກະ ຍັງໃຫ້ຄຳໝັ້ນສັນຍາວ່າຈະປະຕິຮູບລັດຖະມົນຕີ ແລະ ຈະໃຊ້ມາດຕະການເພີ່ມເຕີມເພື່ອກະຕຸ້ນເສດຖະກິດໃຫ້ຟື້ນຕົວຕື່ມອີກ.   

ການປະກາດເລືອກ ໂຍຊິຮິເດະ ຊຶກະ ໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີຄົນໃໝ່ ເຊິ່ງຖືເປັນຄົນທີ 99 ຂອງປະເທດຍີ່ປຸ່ນມີຂຶ້ນ ຫຼັງຈາກຄະນະລັດຖະມົນຕີຂອງ ຊິນໂຊ ອາເບະ ປະກາດລາອອກທັງຄະນະ ໃນຕອນເຊົ້າຂອງວັນທີ 16 ກັນຍາ 2020 ເຊິ່ງຖືເປັນການສິ້ນສຸດການບໍລິຫານປະເທດທີ່ຍາວນານເປັນປະຫວັດສາດເກືອບ 8 ປີຂອງລາວ.

ແຫຼ່ງຂ່າວ:

https://www.sanook.com/news/8253662/

https://mgronline.com/around/detail/9630000094975