ພໍ່ຕູ້ຊາວບຣາຊິລຄອງແຊັ້ມ! ເປັນຄົນທີ່ເຮັດວຽກນໍາບໍລິສັດດຽວໄດ້ດົນທີ່ສຸດໃນໂລກເຖິງ 84 ປີ


ໂດຍສະເລ່ຍແລ້ວການທີ່ຄົນເຮັດວຽກໃນອົງກອນດຽວຕັ້ງແຕ່ເລີ່ມເຮັດຈົນຮອດຕອນລາອອກ ດົນນານສຸດກໍໜ້າຈະເປັນ 5-15 ປີ ຫຼື ໜ້ອຍກວ່ານັ້ນກໍເປັນໄດ້ ເພາະເນື່ອງດ້ວຍໜ້າວຽກທີ່ເຮັດນັ້ນ ມັນອາດເຮັດໃຫ້ເກີດຄວາມໜ້າເບື່ອ ຫຼື ມີເຫດຈໍາເປັນທີ່ຕ້ອງໄດ້ລາອອກ. ແຕ່ສໍາລັບພໍ່ຕູ້ຊາວບຣາຊິລຄົນນີ້ ເວລາ 5-15 ປີ ຄືຈະໜ້ອຍໄປ ເພາະລາວໄດ້ກາຍເປັນຄົນທີ່ເຮັດວຽກນໍາບໍລິສັດດຽວໄດ້ດົນນານທີ່ສຸດໃນໂລກ.

ເມື່ອບໍ່ດົນມານີ້ສໍານັກຂ່າວ Reuter ໄດ້ລາຍງານວ່າ Walter Orthmann ຫຼື ພໍ່ຕູ້ Walter ຊາຍຊາວບຣາຊິລອາຍຸ 100 ປີ ຈາກເມືອງ Brusque ທີ່ຕັ້ງຢູ່ທາງຕອນໃຕ້ຂອງບຣາຊິລ ໄດ້ກາຍເປັນເຈົ້າຂອງສະຖິຕິໂລກ ຈາກ Guinness World Records ໃນການເຮັດວຽກທີ່ບໍລິສັດດຽວໄດ້ດົນທີ່ສຸດໃນໂລກເຖິງ 84 ປີ.

ໂດຍໃນວັນທີ 17 ມັງກອນ ປີ 1938 ພໍ່ຕູ້ Walter ໃນຕອນນັ້ນອາຍຸໄດ້ 15 ປີກໍໄດ້ເລີ່ມເຮັດວຽກນຳບໍລິສັດແຜ່ນແພທີ່ໃນຂະນະນັ້ນມີຊື່ວ່າ Renaux S.A (ກ່ອນຈະປ່ຽນມາເປັນ ReneauxView ໃນປັດຈຸບັນ) ໃນເມືອງ Santa Catarina ປະເທດບຣາຊິລ ເຊິ່ງໜ້າທີ່ທີ່ລາວໄດ້ເຮັດເປັນຄັ້ງທໍາອິດແມ່ນເປັນຜູ້ຊ່ວຍຈັດສົ່ງສິນຄ້າ.

ທັງນີ້ ດ້ວຍຄວາມທີ່ພໍ່ຕູ້ເກີດໃນຊຸມຊົນທີ່ມີຄົນເຢຍລະມັນອາໄສຢູ່ຫຼາຍ ລາວເລີຍມີທັກສະການເວົ້າພາສາເຢຍລະມັນທີ່ຢູ່ໃນລະດັບເກັ່ງ ເຊິ່ງນັ້ນເປັນຈຸດເດັ່ນທີ່ເຮັດໃຫ້ລາວຖືກບໍລິສັດ ReneauxView ທີ່ໄດ້ກ່າວມາຂ້າງຕົ້ນ ຈ້າງຕັ້ງແຕ່ຕອນນັ້ນເປັນຕົ້ນມາ.

ຕະຫຼອດເວລາທີ່ເຮັດວຽກນັ້ນ ພໍ່ຕູ້ Walter ເປັນຄົນໜຶ່ງທີ່ກະຕືລືລົ້ນກັບວຽກງານຢູ່ຕະຫຼອດເວລາ, ດຸໝັ່ນ ແລະມັກຈະຮຽນຮູ້ສິ່ງໃໝ່ໆຢູ່ສະເໝີ. ຫຼັງຈາກທີ່ໄດ້ຮັບຕໍາແໜ່ງທຳອິດລາວກໍໄດ້ສະແດງຄວາມສາມາດໃນການເຮັດວຽກແບບທີ່ເກີນກວ່າຄວາມຄາດຫວັງທີ່ບໍລິສັດຄິດເອົາໄວ້ ເຮັດໃຫ້ລາວໄດ້ເລື່ອນຕຳແໜ່ງເປັນພະນັກງານຂາຍ ຕໍ່ມາລາວກໍປະສົບຜົນສໍາເລັດໃນການກາຍເປັນຜູ້ຈັດການຝ່າຍຂາຍໃນທີ່ສຸດ.

ນອກຈາກສະຖິຕິທີ່ເຮັດໃຫ້ຫຼາຍຄົນຕົກໃຈກັບຄວາມອົດທົນໃນການເຮັດວຽກຂອງພໍ່ຕູ້ Walter ແລ້ວ ລາວຍັງມີເຄັດລັບການເຮັດວຽກທີ່ຍາວນານວ່າ ໃຫ້ເຮັດໃນສິ່ງທີ່ຮັກ ແລະ ຢູ່ໃຫ້ຫ່າງຈາກອາຫານຂີ້ເຫຍື້ອ.

ພໍ່ຕູ້ Walter ຍັງກ່າວໃນການສໍາພາດວ່າ “ເຈົ້າຕ້ອງຮັກວຽກງານຂອງເຈົ້າ ຂ້ອຍເລີ່ມເຮັດດ້ວຍຄວາມເຕັມໃຈ ແລະ ໃຈສູ້ ເຈົ້າບໍ່ສາມາດພຽງແຕ່ເຮັດວຽກຫຍັງກໍໄດ້ ແລ້ວກໍບອກວ່າກໍາລັງເຮັດວຽກຢູ່ ມັນບໍ່ໄດ້ຜົນດອກ ເຈົ້າຈະທົນບໍ່ໄດ້”.

ແລະອີກໜຶ່ງເຄັດລັບທີ່ເຮັດໃຫ້ພໍ່ຕູ້ເຮັດວຽກໄດ້ດົນນານນັ້ນກໍຄື ການອອກກໍາລັງກາຍດ້ວຍການຢືດກ້າມຊີ້ນທຸກມື້ ແລະ ກິນແຕ່ອາຫານທີ່ດີຕໍ່ສຸຂະພາບ.

“ຂ້ອຍຫຼີກເວັ້ນການກິນເກືອແລະນ້ຳຕານ ຫຼີກເວັ້ນສິ່ງທີ່ບໍ່ດີຕໍ່ກະເພາະລໍາໃສ້ ຂ້ອຍບໍ່ກິນຈຳພວກນ້ຳອັດລົມ ຂ້ອຍຈະກິນແຕ່ສິ່ງທີ່ດີຕໍ່ຕົນເອງ ນັ້ນຈຶ່ງເຮັດໃຫ້ຮ່າງກາຍແຂງແຮງຕະຫຼອດໄປ” ພໍ່ຕູ້ Walter ໄດ້ກ່າວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/