ພຶດຕິກຳແປກໆຂອງແມວນ້ຳຊ້າງທີ່ສາມາດນອນຫຼັບໄດ້ໃນຂະນະທີ່ກຳລັງດຳດິ່ງລົງນ້ຳເລິກ


ອີງຕາມລາຍງານການຄົ້ນຄວ້າຫຼ້າສຸດທີ່ຖືກຈັດພິມຢູ່ໃນວາລະສານ Science ລະບຸວ່າ ໄດ້ມີການຕິດຕາມພຶດຕິກໍາໃນຊີວິດປະຈໍາວັນຂອງແມວນ້ຳຊ້າງປາຊີຟິກເໜືອ (northern elephant seal) ຕະຫຼອດລະດູການລ່າອາຫານໃນທະເລໃຫຍ່ 7-8 ເດືອນ ໂດຍການຕິດຕັ້ງອຸປະກອນສະແກນສະໝອງ.

ໂດຍການຕິດຕາມໃນຄັ້ງນີ້ກໍເພື່ອສັງເກດການວ່າ ພວກມັນນອນຫຼັບແນວໃດເມື່ອຕ້ອງຢູ່ຫ່າງຈາກຝັ່ງເປັນເວລາດົນ? ຈົນບໍ່ສາມາດນອນພັກຜ່ອນຢູ່ຫາດຊາຍເປັນເວລາຫຼາຍຊົ່ວໂມງຕາມປົກກະຕິໄດ້

ຜົນ​ປາກົດວ່າແມວນ້ຳຊ້າງສາຍພັນນີ້​ ສາມາດນອນຫຼັບເປັນໄລຍະໆ ໃນຂະນະທີ່ກັ້ນລົມຫາຍໃຈດຳດິ່ງລົງສູ່ທະເລເລິກ. ໂດຍມັນຈະໝຸນໂຕເປັນວົງມົນແລ້ວຖິ້ມໂຕດິ່ງລົງໄປເລື້ອຍໆ ຄ້າຍກັບເຈາະສະຫວ່ານ ຫຼື ການຢ່າງລົງຂັ້ນໄດກ້ຽວວຽນ​, ເຊິ່ງການນອນຫຼັບທີ່ແປກປະຫຼາດນີ້ໃນຂະນະທີ່ດໍານໍ້າເລິກ ຈະເກີດຂຶ້ນເມື່ອເຂົ້າສູ່ສະຖານະການຫຼັບ ໄລຍະທີ່ມີການເລື່ອນຕາໄປມາຢ່າງໄວວາ ຫຼື REM sleep.

ໂດຍນັກຄົ້ນຄວ້າເຊື່ອວ່າ ການນອນຫຼັບໃນທະເລໃນຂະນະທີ່ດຳນ້ຳເລິກຢູ່ນັ້ນ ຊ່ວຍໃຫ້ແມວນ້ຳຊ້າງສາມາດປອດໄພຈາກນັກລ່າໄດ້, ເຊິ່ງໃນບາງຄັ້ງອາດຈະຖິ້ມໂຕຈົນຮອດພື້ນກົ້ນທະເລ ກ່ອນທີ່ຈະຂຶ້ນມາຫາຍໃຈເໜືອຜິວນ້ຳ 1–2 ນາທີ ຫຼັງຈາກການດຳດິ່ງຮອບລະ 30 ນາທີສິ້ນສຸດລົງ.

ສັດລ້ຽງລູກດ້ວຍນໍ້ານົມບາງຊະນິດ ເຊັ່ນ: ປາໂລມາ ແລະ ແມວນ້ຳເຟີ (fur seals), ສາມາດພັກສະໝອງໄດ້ຊີກດຽວໃນແຕ່ລະຄັ້ງ. ໂດນການນອນຫຼັບຊະນິດນີ້ເອີ້ນວ່າ ການນອນຫຼັບຊີກດຽວ, ເຮັດໃຫ້ສັດລ້ຽງລູກດ້ວຍນໍ້ານົມບາງຊະນິດຢູ່ໃນທະເລສາມາດນອນຫຼັບໄດ້ດ້ວຍການເປີດຕາເບື້ອງດຽວ, ເຊິ່ງຈະສາມາດປ້ອງກັນບໍ່ໃຫ້ນັກລ່າຈັບພວກມັນໄດ້ທັນທີ, ແຕ່ແມວນ້ຳຊ້າງປາຊີຟິກເໜືອນັ້ນຈະຫຼັບຄືຄົນເຮົາໂດຍການປິດການເຮັດວຽກຂອງສະໝອງຢ່າງສະໜິດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/