ພາກັນກິນຈອກລະເທົ່າໃດແລ້ວ? ລາຄາເມັດກາເຟ Robusta ເພີ່ມຂຶ້ນສູງສຸດໃນຮອບ 15 ປີ ຈາກຜົນຜະລິດທີ່ຂາດແຄນ


ຈາກການລາຍງານຂອງສຳນັກຂ່າວຕ່າງປະເທດຫຼາຍສຳນັກ ລາຄາເມັດກາເຟໂຣບັສຕ້າ ເພີ່ມຂຶ້ນສູງສຸດນັບຕັ້ງແຕ່ ປີ 2008 ທີ່ລະດັບ 2.790 ໂດລາຕໍ່ 1 ໂຕນ ນັບເປັນລາຄາທີ່ສູງທີ່ສຸດຕັ້ງແຕ່ເລີ່ມມີການຊື້ຂາຍກາເຟປະເພດນີ້ເມື່ອ 15 ປີທີ່ແລ້ວ.

ການດີດຕົວຂຶ້ນຂອງລາຄາຄັ້ງນີ້ ສົ່ງຜົນກະທົບຕໍ່ຜູ້ບໍລິໂພກກາເຟໃນທົ່ວໂລກ ອັນມີສາເຫດມາຈາກສະພາບອາກາດແບບ ເອລນີໂຢ ຫຼື ສະພາບອາກາດທີ່ສົ່ງຜົນໃຫ້ພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ອອສເຕຣເລຍຂາດຝົນ ແລະ ເກີດຄວາມແຫ້ງແລ້ງ ແຕ່ຊາຍຝັ່ງອາເມຣິກາກັບມີປະລິມານນໍ້າຝົນທີ່ເພີ່ມສູງຂຶ້ນ.

ໂດຍນັບຕັ້ງແຕ່ຕົ້ນປີ 2023 ລາຄາເມັດກາເຟໄດ້ປັບຕົວຂຶ້ນຫຼາຍກວ່າ 50% ເນື່ອງຈາກກາເຟຊະນິດນີ້ຖືກນຳໃຊ້ເປັນວັດຖຸດິບໃນການເຮັດເປັນກາເຟສຳເລັດຮູບເປັນຈຳນວນຫຼາຍ ເຮັດໃຫ້ບໍ່ສາມາດຜະລິດອອກມາໄດ້ພຽງພໍກັບຄວາມຕ້ອງການ ບວກກັບປັດໄຈເລື່ອງບັນຫາຄ່າຄອງຊີບ ທີ່ເຮັດໃຫ້ຄົນຫັນມາບໍລິໂພກກາເຟ ໂຣບັສຕ້າ ຫຼາຍຂຶ້ນ ເຊິ່ງເປັນໜຶ່ງເຫດຜົນທີ່ດັນໃຫ້ລາຄາເພີ່ມສູງຂຶ້ນ.

ເຈົ້າຕະຫຼາດການປູກເຟເມັດໂຣບັສຕ້າ ຂອງໂລກຢ່າງຫວຽດນາມເອງກໍມີທ່າທີວ່າຈະເກັບກ່ຽວຜົນຜະລິດໄດ້ຕ່ຳສຸດໃນຮອບ 4 ປີ ຕາມມາດ້ວຍ ບຣາຊິວທີ່ຜົນຜະລິດຈະລົດລົງປະມານ 5% ແລະ ອິນໂດເນເຊຍທີ່ມີການຄາດການວ່າຜົນຜະລິດຈະລົງສູງເຖິງ 20%.

ນອກຈາກນີ້ ກໍຍັງມີປັດໄຈອື່ນໆ ທີ່ສົ່ງຜົນໃຫ້ການຜະລິດເມັດກາເຟມີບັນຫາ ເຊັ່ນ: ຄ່າປຸ໋ຍ, ຄ່າພະລັງງານທີ່ເພີ່ມສູງຈາກສະພາບຄວາມຂັດແຍ້ງລະຫວ່າງຣັດເຊຍ ແລະ ຢູເຄຣນ ກໍເປັນອີກໜຶ່ງເຫດຜົນທີ່ເຮັດໃຫ້ ຜົນການຜະລິດຂອງຄົນປູກກາເຟບໍ່ໄດ້ຈຳນວນຫຼາຍເທົ່າທີ່ຄວນ. ທັງໝົດນີ້ເຮັດໃຫ້ຄາດການວ່າຕະຫຼາດກາເຟຂອງໂລກຕ້ອງຕົກຢູ່ໃນສະພາວະຂາດດຸນເປັນລະດູການທີ 3 ຕິດຕໍ່ກັນໃນປີ 2023-2024.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/