ຜົນວິໄຈຊີ້ ແຜ່ນນ້ຳກ້ອນວັນສິ້ນໂລກ (Doomsday Glacier) ກຳລັງລະລາຍຢ່າງໄວວາ ເຊິ່ງອາດສົ່ງຜົນໃຫ້ລະດັບນ້ຳທະເລເພີ່ມຂຶ້ນເຖິງ 3 ແມັດ


ເມື່ອບໍ່ດົນມານີ້ ນັກວິທະຍາສາດໄດ້ອອກມາເຕືອນດ້ວຍຄວາມກັງວົນກ່ຽວກັບແຜ່ນນ້ຳກ້ອນທະເວດສ໌ (Thwaites Glacier) ຫຼື ຮູ້ຈັກກັນອີກຊື່ວ່າ “ແຜ່ນນ້ຳກ້ອນວັນສິ້ນໂລກ (Doomsday Glacier)” ທີ່ຕັ້ງຢູ່ທາງຕາເວັນຕົກຂອງທະວີບແອນຕາກຕິກແມ່ນ ກໍາລັງລະລາຍຢ່າງໄວວາກວ່າທີ່ເຄີຍມີການຄາດການໄວ້ກ່ອນໜ້ານີ້ເນື່ອງຈາກພາວະໂລກຮ້ອນ ແລະ ການປ່ຽນແປງຂອງສະພາບອາກາດໃນມະຫາສະໝຸດ.

ພ້ອມນີ້ ນັກວິທະຍາສາດລະບຸອີກວ່າ ຫາກບໍ່ມີແຜ່ນນ້ຳກ້ອນທະເວດສ໌ຢູ່ໃນບໍລິເວນນັ້ນອີກຕໍ່ໄປ ອາດຈະສົ່ງຜົນໃຫ້ລະດັບນ້ຳທະເລເພີ່ມສູງຂຶ້ນ 3-10 ຟຸດ (ປະມານ 0,9-3 ແມັດ) ໂດຍຜົນທີ່ຕາມມາແມ່ນຈະເຮັດໃຫ້ເກີດນ້ຳຖ້ວມບໍລິເວນພື້ນທີ່ຊາຍຝັ່ງທະເລ ເພາະແຜ່ນນ້ຳກ້ອນທະເວດສ໌ຖືໄດ້ວ່າເປັນແຜ່ນນ້ຳກ້ອນທີ່ມີຂະໜາດເນື້ອທີ່ກວ້າງໃຫຍ່ກວ່າ 1.92 ແສນກິໂລຕາແມັດ, ທຽບໄດ້ກັບຂະໜາດຂອງປະເທດອັງກິດ ຫຼື ລັດຟໍຣິດາ ຂອງສະຫະລັດອາເມຣິກາ ແລະ ກໍຍັງຖືເປັນແຜ່ນນ້ຳກ້ອນທີ່ມີຄວາມສຳຄັນທີ່ສຸດໃນທະວີບແອນຕາກຕິກອີກພ້ອມ.

ຈາກການສຶກສາວິໄຈຫຼ້າສຸດຂອງນັກວິທະຍາສາດກ່ຽວກັບສະຖານະການແຜ່ນນ້ຳກ້ອນທະເວດສ໌ທີ່ຖືກຕີພິມລົງໃນວາລະສານ ເມື່ອວັນຈັນ ທີ 5 ກັນຍາ 2022 ທີ່ຜ່ານມາໄດ້ລະບຸວ່າ ແຜ່ນນ້ຳກ້ອນທະເວດສ໌ ຫຼື ແຜ່ນນ້ຳກ້ອນວັນສິ້ນໂລກ ກໍາລັງມີການປ່ຽນແປງຢ່າງໄວວາແລະ ມີການລະຢ່າງລະລາຍຢ່າງໜ້າຕົກໃຈ ແລະ ນອກຈາກນີ້ນັກວິທະຍາສາດຍັງພົບອີກວ່າໃນໄລຍະ 2 ສັດຕະວັດທີ່ຜ່ານມານັ້ນ ເຄີຍເກີດເຫດການທີ່ເຂດນ້ຳກ້ອນທີ່ຫຼຸດອອກມາຈາກຈຸດຢຶດເກາະພື້ນດິນ (Grounding Zone) ລະລາຍຕົວຫຼາຍກວ່າ 2.1 ກິໂລແມັດຕໍ່ປີ ເນື່ອງຈາກກະແສນ້ຳອຸ່ນກັດເຊາະຖານຂອງແຜ່ນນ້ຳກ້ອນທີ່ຢູ່ດ້ານລຸ່ມ ເຊິ່ງຖືວ່າເປັນອັດຕາການລະລາຍຕົວທີ່ໄວກວ່າທີ່ນັກວິທະຍາສາດສັງເກດມາໃນໄລຍະປີ 2011-2019 ເຖິງສອງເທົ່າຕົວ.

ສະຖານະການທີ່ເກີດຂຶ້ນນີ້ຊີ້ໃຫ້ເຫັນວ່າແຜ່ນນ້ຳກ້ອນທະເວດສ໌ມີທ່າອ່ຽງຈະລະລາຍຕົວຢ່າງໄວໃນອະນາຄົດອັນໃກ້ນີ້ ໂດຍ ໂຣເບີດ ລາເຕີ້ (Robert Larter) ນັກທໍລະນີຟີຊິກທາງທະເລຈາກ British Antarctic Survey ກ່າວວ່າ “ທຸກມື້ນີ້ແຜ່ນນ້ຳກ້ອນທະເວດສ໌ຖືກເກາະໄວ້ພຽງປາຍເລັບ ແລະເຮົາຈະໄດ້ເຫັນການປ່ຽນແປງຄັ້ງໃຫຍ່ໃນອະນາຄົດອັນໃກ້ນີ້ ຫຼືເວລາບໍ່ເທົ່າໃດປີໃນຕໍ່ໜ້ານີ້”

 ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply