ອີງຕາມການລາຍຂອງ ຊິນຫົວ ສປ ຈີນໄດ້ປະກາດແຜນການເລັ່ງລັດຂະບວນການຂະຫຍາຍຕາໜ່າງເຂດການຄ້າເສລີ (FTA) ໃນທົ່ວໂລກປີ 2024 ສືບຕໍ່ຜົນສຳເລັດ ທີ່ບັນລຸໄດ້ໃນການເຈລະຈາ FTA ຂອງປີທີ່ຜ່ານມາ.
ຮອງລັດຖະມົນຕີກະຊວງການຄ້າຈີນ ທ່ານ Wang Shouwen ກ່າວໃນການຖະແຫຼງຂ່າວເມື່ອບໍ່ດົນມານີ້ວ່າ: ຈີນໄດ້ລົງນາມ FTA 22 ສະບັບກັບ 29 ປະເທດ ຫຼື ເຂດແຄວ້ນ ເຊິ່ງ ມູນຄ່າການຄ້າກັບຄູ່ຮ່ວມມືດັ່ງກ່າວກວມເອົາ 1 ສ່ວນ 3 ຂອງຍອດມູນຄ່າການຄ້າຂອງຈີນ.
ທ່ານກ່າວຕື່ມວ່າ, ຈີນຈະເພີ່ມທະວີການເຈລະຈາ FTA ໃນປີ 2024, ເພື່ອແນໃສ່ແບ່ງປັນເງິນປັນຜົນອັນເປີດກວ້າງຂອງຈີນ ແລະ ຊຸກຍູ້ການເຕີບໂຕດ້ານເສດຖະກິດໃນພາກພື້ນ.
ໜຶ່ງໃນການເຈລະຈາ FTA ທີ່ສຳຄັນແມ່ນການຍົກລະດັບເຂດການຄ້າເສລີຈີນ-ອາຊຽນ (ACFTA) ເຊິ່ງໄດ້ວາງອອກໃນອາທິດນີ້ຢູ່ເມືອງຫາງໂຈ່ວຂອງຈີນ. ເຊິ່ງຄາດວ່າຈະສຳເລັດສົມບູນພາຍໃນປີນີ້.
ACFTA ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2010 ແລະໄດ້ກາຍເປັນຫນຶ່ງໃນ FTA ທີ່ໃຫຍ່ທີ່ສຸດ ແລະ ປະສົບຜົນສໍາເລັດຫຼາຍທີ່ສຸດໃນໂລກ. ຕາມຂໍ້ມູນດ້ານພາສີແລ້ວ, ການຄ້າລະຫວ່າງຈີນກັບອາຊຽນໄດ້ເພີ່ມຂຶ້ນໃນລະດັບ 8,8% ແຕ່ປີ 2013.
ໃນປີ 2023, ອາຊຽນແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຈີນເປັນປີທີ 4, ຂະນະທີ່ຈີນຍັງເປັນຄູ່ຮ່ວມມືໃຫຍ່ທີ່ສຸດຂອງອາຊຽນເປັນເວລາຫຼາຍປີ.
ບັນດາຜູ້ຊ່ຽວຊານເຊື່ອວ່າ ACFTA ທີ່ໄດ້ຮັບການຍົກລະດັບຍັງຈະອຳນວຍຄວາມສະດວກໃຫ້ແກ່ການປະຕິບັດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ທີ່ໄດ້ລົງນາມໂດຍ 15 ປະເທດອາຊີ – ປາຊີຟິກ ລວມທັງຈີນ ແລະ ອາຊຽນ ໃນປີ 2020.
https://english.news.cn/20240129/42ea50dac21849ebab471a6c650e6102/c.html
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/