ປີ 2024 ລາວກຽມເລີ່ມເລັ່ງສ້າງປະເທດໃຫ້ໂດດເດັ່ນ ໃຫ້ນັກທ່ອງທ່ຽວປະທັບໃຈ


ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ກຳລັງກຽມການຕ້ອນຮັບນັກທ່ອງທ່ຽວຕ່າງຊາດທີ່ຈະຫຼັ່ງໄຫຼເຂົ້າປະເທດເພີ່ມຂຶ້ນ ເຊິ່ງເປັນສ່ວນໜຶ່ງຂອງປີແຫ່ງການທ່ອງທ່ຽວລາວ 2024 Visit Laos Year 2024 ລວມເຖິງເນື່ອງໃນໂອກາດສຳຄັນຂອງລາວ ທີ່ໄດ້ເປັນປະທານຈັດກອງປະຊຸມອາຊຽນ. ປັດຈຸບັນກໍມີການປົວແປງເສັ້ນທາງ ສວນສາທາລະນະ ບ່ອນສຳຄັນຕ່າງໆໃຫ້ມີຄວາມສະດວກຮຽບຮ້ອຍ ເພື່ອຕ້ອນຮັບແຂກທີ່ຈະມາຮ່ວມກອງປະຊຸມ ຫຼື ນັກທ່ອງທ່່ຽວຕ່າງຊາດອື່ນໆ.

ນະຄອນຫຼວງວຽງຈັນ ອະນຸມັດໃຫ້ຜູ້ປະກອບການດ້ານການທ່ອງທ່ຽວເປີດໂຮງແຮມ 288 ແຫ່ງ ເຊິ່ງມີຫ້ອງພັກຫຼາຍກວ່າ 10,000 ຫ້ອງ ເພື່ອຮັບຮອງແຂກທາງການ ແລະ ນັກທ່ອງທ່ຽວທີ່ເດີນທາງມາລາວ ໂດຍປັດຈຸບັນນະຄອນຫຼວງວຽງຈັນ ມີເຮືອນພັກຫຼາຍກວ່າ 270 ແຫ່ງ ເຊິ່ງມີຫ້ອງພັກຫຼາຍກວ່າ 6,000 ຫ້ອງ.

ໃນຂະນະດຽວກັນ ນະຄອນຫຼວງວຽງຈັນມີໂຮງແຮມລະດັບ 5 ດາວ ຈຳນວນ 9 ແຫ່ງ ແລະ ມີແຜນເປີດເພີ່ມອີກ 3 ແຫ່ງ ພາຍໃນປີ 2023, ພ້ອມກັບມີການກວດສອບ ແລະ ຮັບຮອງຄຸນະພາບມາດຕະຖານຂອງໂຮງແຮມລະດັບ 4 ດາວ ແລະ 3 ດາວ ຈາກພາກສ່ວນທີ່ກ່ຽວຂ້ອງ.

ນອກຈາກນີ້ແລ້ວ ໜ່ວຍງານນະຄອນຫຼວງວຽງຈັນ ໄດ້ເຮັດວຽກຮ່ວມກັບໜ່ວຍງານອື່ນໆ ເພື່ອກວດສອບ ແລະ ຮັບຮອງວ່າໂຮງແຮມແຫ່ງຕ່າງໆ ມີນ້ຳ ແລະ ໄຟຟ້າພຽງພໍຕະຫຼອດຈົນດຳເນີນມາດຕະການຕ່າງໆ ເພື່ອຮັກສາຄວາມສະອາດຂອງເມືອງຫຼວງ. ພ້ອມກັນນີ້ ຍັງມຸ່ງເນັ້ນການບູລະນະສະຖານທີ່ທ່ອງທ່ຽວແຫ່ງສຳຄັນໃນນະຄອນຫຼວງວຽງຈັນ ລວມເຖິງການປັບປຸງການບໍລິການໃຫ້ມີຄຸນະພາບສູງສຸດ ເພືື່ອຜູ້ມາຢ້ຽມຢາມທຸກຄົນຈະໄດ້ສຳຜັດວັດທະນະທຳ ແລະ ການທ່ອງທ່ຽວອັນໂດດເດັ່ນ ແລະ ເກີດຄວາມປະທັບໃຈທີ່ດີຕະຫຼອດໄປ.

ປີ 2024 ອາດເປັນອີກປີໜຶ່ງທີ່ສຳຄັນ ເຮັດໃຫ້ເສດຖະກິດມີການເຕີບໂຕຂຶ້ນອີກບາດກ້າວໜຶ່ງ ເນື່ອງຈາກລາວເປັນເຈົ້າພາບຈັດກອງປະຊຸມອາຊຽນ ຈະມີແຂກຕ່າງຊາດເຂົ້າມາທ່ຽວລາວເປັນຈຳນວນຫຼາຍ ທັງພາກລັດ ແລະ ເອກະຊົນ ອາດໄດ້ຮັບຜົນປະໂຫຍດບໍ່ຫຼາຍກໍໜ້ອຍໃນປີໜ້າ ເຊິ່ງປັດຈຸບັນກໍໄດ້ລົງທຶນປົວແປງສະຖານທີ່ສຳຄັນຕ່າງໆ ແລະ ຖະໜົນຫົນທາງ (ສະເພາະຕົວເມືອງ).

ຂໍ້ມູນຈາກ:

China Xinhua News

ໂທລະພາບແຫ່ງຊາດລາວ ທຊລ1

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/