ປີ 2023​ ສປປ ລາວ ເກີນດຸນການຄ້າຕ່າງປະເທດ 1.181 ລ້ານໂດລາຈາກການສົ່ງອອກ ໄຟຟ້າ, ຄຳແທ່ງ ແລະ ຄຳປະສົມ


ປີ 2023 ສປປ ລາວ ມີມູນຄ່າການຄ້າຕ່າງປະເທດທັງໝົດ 15.558 ລ້ານໂດລາສະຫະລັດ ແລະ ໄດ້ເພີ່ມຂື້ນ 3,72% ທຽບໃສ່ປີ 2022 (15.000 ລ້ານໂດລາ) ເກີນດຸນການຄ້າຕ່າງປະເທດ 1.181 ລ້ານໂດລາຈາກການສົ່ງອອກ ໄຟຟ້າ, ຄຳແທ່ງ ແລະ ຄຳປະສົມ ທີ່ກວມເອົາເຖິງ 36.86 % ຂອງມູນຄ່າການສົ່ງອອກທັງໝົດ.

ໂດຍໃນປີ 2023 ສປປ ລາວ ມີມູນຄ່າການສົ່ງອອກທັງໝົດ ປະມານ 8.370 ລ້ານໂດລາສະຫະລັດ ແລະ ໄດ້ເພີ່ມຂື້ນ 3,5% ທຽບໃສ່ປີ 2022. ໃນນີ້, ສິນຄ້າສົ່ງອອກຫຼັກ 10 ອັນດັບ ປະກອບມີ: ໄຟຟ້າ 2.382 ລ້ານໂດລາສະຫະລັດ, ຄຳປະສົມ-ຄຳແທ່ງ 703 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 467 ລ້ານໂດລາສະຫະລັດ, ແຮ່ທອງ 425 ລ້ານໂດລາສະຫະລັດ, ແຮ່ເຫຼັກ 411 ລ້ານໂດລາສະຫະລັດ, ເກືອກາລີ 401 ລ້ານໂດລາສະຫະລັດ,  ມັນຕົ້ນ 333 ລ້ານໂດລາສະຫະລັດ, ຢາງພາລາ 310 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 284 ລ້ານໂດລາສະຫະລັດ ແລະ ນ້ຳຕານ 265 ລ້ານໂດລາສະຫະລັດ.

ໂດຍປະເທດທີ່ ສປປ ລາວ ສົ່ງອອກຫຼາຍໃນ 05 ອັນດັບປະກອບມີ ໄທ ປະມານ 2.884 ລ້ານໂດລາສະຫະລັດ, ຈີນ ປະມານ 2.504 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 1.391 ລ້ານໂດລາສະຫະລັດ, ອອສເຕຣເລຍ ປະມານ 385 ລ້ານໂດລາສະຫະລັດ ແລະ ກໍາປູເຈຍ ປະມານ 200 ລ້ານໂດລາສະຫະລັດ.

ສ່ວນມູນຄ່າການນຳເຂົ້າສິນຄ້າທັງໝົດ ປະມານ 7.189 ລ້ານໂດລາສະຫະລັດ ແລະ ໄດ້ເພີ່ມຂື້ນ 5% ທຽບໃສ່ປີ 2022. ໃນນີ້, ສິນຄ້ານໍາເຂົ້າ 10 ອັນດັບ ປະກອບມີ: ກາຊວນ  952 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 606 ລ້ານໂດລາສະຫະລັດ, ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) 580 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 451 ລ້ານໂດລາສະຫະລັດ, ນໍ້າມັນແອັດຊັງ, ແອັດຊັງພິເສດ 428 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) 344 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 314 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ 231 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 224 ລ້ານໂດລາສະຫະລັດ ແລະ ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…) 223 ລ້ານໂດລາສະຫະລັດ.

ສິນຄ້າທີ່ ສປປ ລາວ ນຳເຂົ້າສ່ວນໃຫຍ່ແມ່ນມາຈາກ ໄທ ປະມານ 3.334 ລ້ານໂດລາສະຫະລັດ, ຈີນ ປະມານ 2.393 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 349 ລ້ານໂດລາສະຫະລັດ, ສະຫະລັດອາເມຣິກາ 226 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ ປະມານ 159 ລ້ານໂດລາສະຫະລັດ.

https://www.laotradeportal.gov.la/lo-la/site/display/2790?fbclid=IwAR25V0e_KwQYa3gJXW8tp6Kcc_uBtAPr_wT6x2TPBR_OGu3QqPC3SomebHc

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/