ປີ 2023 ສປປ ລາວ ມີລາຍໄດ້ ຈາກການສົ່ງອອກກະສິກຳ 1.4 ຕື້ໂດລາ ເກີນຄາດໝາຍ 20%


ໃນປີ 2023 ທີ່ຜ່ານມາ ສປປ ລາວ ​ມີ​ລາຍ​ຮັບ​ຈາກ​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະສິກຳ​ຫຼາຍ​ກວ່າ 1,4 ຕື້​ໂດ​ລາ​ສະຫະລັດ, ລື່ນ​ຄາດໝາຍຂອງແຜນການປີ 20,18%.

ລາຍງານສະພາບການພັດທະນາຂອງຂະແໜງການດັ່ງກ່າວ ຖືກລາຍງານໂດຍ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້. ໂດຍທ່ານກ່າວວ່າ: ມູນຄ່າການຜະລິດກະສິກຳ ແລະ ປ່າໄມ້ ໃນປີ 2023 ເພີ່ມຂຶ້ນ 3,4% ກວມເອົາ 21,4% ຂອງລວມຍອດຜະລິດຕະພັນພາຍໃນ.

ການເກັບກ່ຽວຜົນຜະລິດກະສິກຳໄດ້ປະມານ 9,74 ລ້ານໂຕນ, ລື່ນຄາດໝາຍ 3,7%, ໃນນັ້ນ, ຜົນຜະລິດມັນຕົ້ນ ເພີ່ມຂຶ້ນ 28,62%, ກາເຟ 7,5%, ໝາກກ້ວຍ 16,7% ແລະ ອ້ອຍ 10,1%.

ປັດຈຸບັນ ສປປ ລາວ ມີຟາມລ້ຽງສັດ 2,261 ແຫ່ງ, ມີສັດລ້ຽງຫຼາຍກວ່າ 6,5 ລ້ານໂຕ, ເພີ່ມຂຶ້ນ 123 ຟາມ ເມື່ອທຽບໃສ່ປີ 2022. ໃນນັ້ນລວມມີ ຟາມລ້ຽງງົວ 55 ຟາມ, ຟາມລ້ຽງໝູ 34 ຟາມ ແລະ ຟາມສັດປີກ 18 ຟາມ ເຊິ່ງກວມເອົາ 41% ຂອງຊີ້ນທັງໝົດຂອງປະເທດ.

ລັດຖະບານ​ໄດ້​ສືບ​ຕໍ່​ເຈລະຈາ​ດ້ານ​ການ​ຄ້າ​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ ​ແລະ ປັດຈຸ​ບັນ​ສາມາດ​ສົ່ງ​ອອກ​ສິນຄ້າ​ໄດ້ 64 ຊະນິດ, ​ເພີ່ມ​ຂຶ້ນ 16 ກ່ວາ​ຊະນິດ ທຽບໃສ່​ປີ 2022. ໃນ​ນັ້ນ, ສິນຄ້າ​ສົ່ງ​ອອກ​ໄປ​ຈີນ 33 ຊະນິດ, ​ໃນ​ນັ້ນ​ມີ 30 ຊະນິດ​ແມ່ນ​ພືດ ແລະ ອີກ 3 ຊະນິດ​ແມ່ນ​ສັດ. ນອກຈາກນີ້, ລາວຍັງໄດ້ຂາຍພືດ 16 ຊະນິດໃຫ້ຫວຽດນາມ ແລະ ພືດ 15 ຊະນິດ ແລະ ໃຫ້ໄທ.

ໃນ​ດ້ານ​ການ​ນຳ​ເຂົ້າ, ພືດ ​ແລະ ຜະລິດ​ຕະພັນ​ພືດ​ຂອງ ສປປ ລາວ ໃນປີ 2023 ນັ້ນມີ​ມູນ​ຄ່າ 109 ລ້ານ​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 22,7 ລ້ານ​ໂດ​ລາ​ສະຫະລັດ ​ແລະ 26% ​ເມື່ອ​ທຽບ​ໃສ່​ຕົວ​ເລກ​ຂອງ​ປີ 2022.

ສິນຄ້າກະສິກຳທີ່ສົ່ງອອກຕົ້ນຕໍແມ່ນໝາກກ້ວຍ, ຢາງພາລາ, ມັນຕົ້ນ, ອ້ອຍ, ງົວ ແລະ ຄວາຍ, ໂດຍຈີນເປັນຜູ້ຊື້ລາຍໃຫຍ່ທີ່ສຸດ.

ແນວໃດກໍຕາມ, ຊາວກະສິກອນ ແລະ ຜູ້ຜະລິດໃນລາວ ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກລາຄາການຜະລິດທີ່ເພີ່ມຂຶ້ນສູງ, ຕົ້ນຕໍແມ່ນຍ້ອນລາຄານໍ້າມັນທີ່ເພີ່ມຂຶ້ນ. ນອກຈາກນັ້ນ ກໍຍັງມີເລື່ອງຂອງເງິນກີບທີ່ອ່ອນຄ່າລົງຢ່າງໜັກໜ່ວງ ສົ່ງຜົນໃຫ້ຄ່າໃຊ້ຈ່າຍຂອງເຄື່ອງຈັກ, ຝຸ່ນ, ອາຫານສັດກໍເພີ່ມຂຶ້ນຢ່າງຫຼວງຫຼາຍເນື່ອງຈາກວ່າສິນຄ້າເຫຼົ່ານີ້ ແມ່ນຕ້ອງນໍາເຂົ້າ ແລະ ຕ້ອງຈ່າຍເປັນເງິນຕາຕ່າງປະເທດ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/