ປະເທດຫວຽດນາມ ຈິງຈັງ ສ້າງພະນັກງານບໍ່ໃຫ້ມີການສໍ້ລາດບັງຫຼວງ ຫາວິທີປ້ອງກັນປາກົດການຫຍໍ້ທໍ້


ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 19 ມິຖຸນາ ຜ່ານມານີ້ ຢູ່ ຮ່າໂນ້ຍ, ໄດ້ຈັດກອງປະຊຸມທາງໄກກັບ 63 ສະຖານທີ່ໃນທົ່ວປະເທດ ເພື່ອສະຫຼຸບ 1 ປີແຫ່ງການເຄື່ອນໄຫວຂອງຄະນະຊີ້ນຳຂັ້ນແຂວງ ກ່ຽວກັບການປ້ອງກັນ, ຕ້ານສໍ້ລາດບັງຫຼວງ, ປາກົດການຫຍໍ້ທໍ້ ພາຍໃຕ້ການເປັນປະທານຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານສູນກາງພັກ ຄອມມິວນິດ ຫວຽດນາມ ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ປາກົດການຫຍໍ້ທໍ້.

ທ່ານ ຫງວຽນຝູຈ້ອງ ກ່າວຄຳເຫັນຊີ້ນຳກອງປະຊຸມ ວ່າ: ຄະນະຊີ້ນຳບັນດາຄະນະພັກແຂວງ, ນະຄອນ ຈົ່ງສືບຕໍ່ເຊື່ອມຊຶມ, ຮັບຮູ້ເລິກເຊິ່ງກວ່າເກົ່າກ່ຽວກັບທີ່ຕັ້ງ, ບົດບາດ, ພາລະໜ້າທີ່, ສິດອຳນາດຂອງຄະນະຊີ້ນຳຂັ້ນແຂວງ; ການເຄື່ອນໄຫວຂອງຄະນະຊີ້ນຳຕ້ອງມີລັກສະນະວິທະຍາສາດ, ແໜ້ນແຟ້ນ, ມີແບບມີແຜນ, ຮັບປະກັນຄວາມແທດຈິງ, ບັນລຸປະສິດທິຜົນລະອຽດ. ຫວນຄືນການເຄື່ອນໄຫວຂອງຄະນະຊີ້ນຳຂັ້ນແຂວງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ປາກົດການຫຍໍ້ທໍ້.

ພາຍຫຼັງສ້າງຕັ້ງເປັນເວລາ 1 ປີ, ທ່ານ ຫງວຽນຝູຈ້ອງ ຢັ້ງຢືນວ່າ: ທັງ 63 ທ້ອງຖິ່ນໄດ້ສ້າງຕັ້ງຄະນະຊີ້ນຳຂັ້ນແຂວງ; ສ້າງການຫັນປ່ຽນໃໝ່ໃນວຽກງານ ໄດ້ພົບເຫັນ ແລະ ແກ້ໄຂການສໍ້ລາດບັງຫຼວງ, ປາກົດການຫຍໍ້ທໍ້ ຢູ່ທ້ອງຖິ່ນ ແລະ ຢູ່ຮາກຖານ. ສາມາດເຫັນໄດ້ວ່າໝາກຜົນຂອງການພົບເຫັນ, ແກ້ໄຂການສໍ້ລາດບັງຫຼວງ ແລະ ປາກົດການຫຍໍ້ທໍ້ຢູ່ທ້ອງຖິ່ນ ໄດ້ມີການຫັນປ່ຽນຢ່າງຈະແຈ້ງ, ນັບແຕ່ພາຍຫຼັງບັນດາຄະນະຊີ້ນຳຂັ້ນແຂວງ ໄດ້ຮັບການສ້າງຕັ້ງ ແລະ ນຳເຂົ້າເຄື່ອນໄຫວ.

ຂໍ້ມູນຈາກ: https://cutt.ly/zwtjgwxJ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/