ປະເທດຝຣັ່ງ ລົງທຶນ 500 ລ້ານຢູໂຣ ເພື່ອຊຸກຍູ້ອຸດສາຫະກຳອະວະກາດ ແຂ່ງກັບສະຫະລັດອາເມຣິກາ-ອາຊີ


ເອັມມານູເອວ ມາຄົງ ປະທານາທິບໍດີປະເທດຝຣັ່ງເປີດເຜີຍວ່າ ຝຣັ່ງຈະຈັດສັນການລົງທຶນ ມູນຄ່າ 500 ລ້ານຢູໂຣ ເພື່ອກະຕຸ້ນນະວັດຕະກຳໃນອຸດສາຫະກຳອະວະກາດ ເພື່ອໃຫ້ສາມາດສູ້ກັບຄູ່ແຂ່ງຄືສະຫະລັດອາເມຣິກາ ແລະ ກ້າວໜ້າກວ່າປະເທດອາຊີ.

ຂະນະທີ່ໄດ້ເຂົ້າຢ້ຽມຢາມ ເອລ້ຽນກຣຸບ (Ariane Group) ບໍລິສັດການບິນ ແລະ ອະວະກາດໃນເມືອງແວນົງທາງຕອນເໜືອຂອງຝຣັ່ງ, ເອັມມານູເອວ ມາຄົງໄດ້ກ່າວວ່າ ແຜນການລົງທຶນເບື້ອງຕົ້ນໄລຍະ 2 ປີ “ຈະຄວບຄຸມນະວັດຕະກຳທີ່ກ່ຽວຂ້ອງກັບຈະຫຼວດຂົນສົ່ງ ເລັ່ງລັດໂຄງການຕ່າງໆຂອງປະເທດ ແລະ ຊ່ວຍໃຫ້ຝຣັ່ງກ້າວໜ້າໄວຂຶ້ນໃນການແຂ່ງຂັນລະດັບໂລກ”

ເອັມມານູເອວ ມາຄົງ ກ່າວວ່າ ເງິນ 30 ລ້ານຢູໂຣ ຈະຖືກລົງທຶນໃນການພັດທະນາເຄື່ອງຈະຫຼວດ ແລະ ເຕັກໂນໂລຊີການຂັບເຄື່ອນດ້ວຍເຊື້ອເພີງໄຮໂດເຈນຊະນິດໃໝ່ ພ້ອມເນັ້ນວ່າ “ຝຣັ່ງຕ້ອງຮັກສາສະຖານະການປະເທດແຫ່ງນະວັດຕະກຳ ແລະ ການຜະລິດດ້ານອະວະກາດທີ່ມີໃນອະນະຄົດຕໍ່ໄປ”

“ຖືວ່ານີ້ເປັນພາກສ່ວນອຸດສາຫະກຳທີ່ຄູ່ແຂ່ງຄືສະຫະລັດອາເມຣິກາ ແລະ ປະເທດອາຊີມີການຈະເລີນເຕີບໃຫຍ່ໃນຊ່ວງ 2 – 3 ປີທີ່ຜ່ານມາ ເຊິ່ງເປັນເຫດຜົນວ່າເປັນຫຍັງເຮົາຈຶ່ງຈຳເປັນຕ້ອງລົງທຶນໃນເອີຣົບຕໍ່ໄປ ຕະຫຼອດຈົນຄິດຄົ້ນຫານະວັດຕະກຳໃໝ່ໃຫ້ໄດ້ຫຼາຍຂຶ້ນ”  ເອັມມານູເອວ ມາຄົງ ໄດ້ກ່າວປິດທ້າຍ.

ທີ່ມາ: https://www.xinhuathai.com/inter/168424_20210113