ແພດພົບວ່າຄົນທີ່ປ່ວຍເປັນໂຄວິດ-19 ຊຳເຮື້ອຈະໄດ້ກິ່ນຄ້າຍກັບ “ປາເຄັມ” ຢູ່ຕະຫຼອດເວລາ!


“Long COVID” ເປັນຄຳທີ່ໃຊ້ອະທິບາຍອາການທີ່ເກີດຂຶ້ນຈາກການຕິດເຊື້ອ, ເຊິ່ງບາງຄົນພົບວ່າຕົນເອງຍັງເປັນຢູ່ຫຼາຍເດືອນຫຼັງຈາກຕິດເຊື້ອ ລວມເຖິງອາການອາການສູນເສຍຣົດຊາດ ແລະ ການຮັບຮູ້ກິ່ນ ອາການແບບນີ້ເອີ້ນວ່າ “ສະໝອງໝອກ” (Brain fog)

ຕອນນີ້ມີການຄົ້ນພົບອາການໃໝ່ທີ່ຢູ່ໃນກຸ່ມຜູ່ຕິດເຊື້ອ ນັ້ນແມ່ນອາການໄດ້ກິ່ນທີ່ບໍ່ປົກກະຕິ, ເຊິ່ງລາຍງານທີ່ໄດ້ຮັບທັງຈາກຜູ່ທີ່ຕິດໂຄວິດຫຼາຍຊ່ວງອາຍຸ ລວມເຖິງແພດໝໍບາງຄົນທີ່ສູນເສຍການໄດ້ຮັບກິ່ນ ປາກົດວ່າກິ່ນທີ່ພວກເຂົາໄດ້ຮັບສ່ວນຫຼາຍແມ່ນ: ກິ່ນປາເນົ່າ,​ປາເຄັມ, ກິ່ນກຳມະຖັນ ລວມເຖິງກິ່ນໄໝ້ຕະຫຼອດເວລາ ແຕ່ບໍ່ມີສິ່ງຂອງເຫຼົ່ານັ້ນຢູ່ໃກ້ຕົວເລີຍ.

ສາສະດາຈານສັນຍະແພດ Nirmal Kumar ໃຫ້ສຳພາດຕໍ່ສຳນັກຂ່າວວ່າ “ເປັນເລື່ອງທີ່ແປກປະຫຼາດຫຼາຍ ແລະ ແຕ່ລະຄົນກໍຈະໄດ້ກິ່ນສະເພາະຂອງໃຜລາວ” ເຊິ່ງແພດຄົນນີ້ເປັນຄົນທຳອິດທີ່ລະບຸວ່າ ອາການສູນເສຍກິ່ນເປັນຜົນຂ້າງຄຽງຂອງໄວຣັສໂຄວິດ-19 ແລະ ເຮັດໃຫ້ເຮົາບໍ່ສາມາດດົມກິ່ນໄດ້ ນັ້ນເອີ້ນວ່າ “Anosmia”

ຜູ່ປ່ວຍແຕ່ລະຄົນສາມາດໄດ້ກິ່ນທີ່ຜິດພ້ຽນໄປຈາກປົກກະຕິ ສ່ວນໃຫຍ່ເປັນກິ່ນທີ່ບໍ່ດີ ແລະ ສະພາບດັ່ງກ່າວອາດມີຜົນກະທົບຕໍ່ຄຸນະພາບຊີວິດ ແລະ ຈິດໃຈ.

“ໄວຣັສໂຕນີ້ມີຄວາມສຳພັນກັບເສັ້ນປະສາດໃນຫົວ ໂດຍສະເພາະເສັ້ນປະສາດທີ່ຄວບຄຸມຄວາມຮູ້ສຶກຂອງກິ່ນ” Kumar ໄດ້ກ່າວໄວ້.

ທີ່ມາ: https://www.facebook.com/WomenBeautyCommunity/posts/3108413732722321