ປະເທດປານາມາ ສ້າງເຮືອນທີ່ເຮັດຈາກ ຕຸກນ້ຳພລາສຕິກ


Robert Bezeau ນັກທຸລະກິດຊາວແຄນາດາຜູ້ໄດ້ຮັບສາຍາ “Plastic King” ຜູ້ເປັນຈຸດເລີ່ມຕົ້ນໃນການຄິດຄົ້ນການສ້າງເຮືອນຈາກຕຸກນ້ຳພລາສຕິກໃນຊື່ “Plastic Bottle Village” ທີ່ເມືອງໂບຄາສ ເດສ ໂຕໂຣ ປະເທດປານາມາ.

ໜຶ່ງໃນບັນຫາຂີ້ເຫຍື້ອທີ່ເປັນບັນຫາໃຫຍ່ທີ່ຍັງແກ້ໄຂບໍ່ໄດ້ນັ້ນກໍຄືບັນຫາຕຸກນ້ຳພລາສຕິກທີ່ຕ້ອງໃຊ້ເວລາຍ່ອຍສະຫຼາຍດົນກວ່າ 450 ປີ. Robert ເບິ່ງເຫັນຄວາມສຳຄັນຂອງບັນຫາດັ່ງກ່າວ ລາວຈຶ່ງໄດ້ຄິດຄົ້ນຫາວິທີເພື່ອລົດບັນຫາສິ່ງແວດລ້ອມດ້ວຍການເນລະມິດເຮືອນຈາກຕຸກນ້ຳພລາສຕິກ ແລະ ມຸ່ງຫວັງວ່າມັນຈະເປັນສ່ວນໜຶ່ງທີ່ເຮັດໃຫ້ຜູ້ຄົນໄດ້ເຫັນບັນຫາທີ່ເກີດຂຶ້ນໃນສິ່ງແວດລ້ອມ.

Robert ໄດ້ລົງທຶນຊື້ດິນເປົ່າວ່າງເທິງເກາະແຫ່ງໜຶ່ງໃນລາຄາ 19.000 ຫຼຽນ ເພື່ອສ້າງເຮືອນຈາກຕຸກນ້ຳພາສຕິກ ແລະ ຕັ້ງຊື່ວ່າ ‘Plastic Bottle Village’ ຈາກການເກັບຕຸກນ້ຳພລາສຕິກກວ່າລ້ານຕຸກທີ່ມີຢູ່ທຸກທີ່ໃນເມືອງໂບຄາສ ເດສ ໂຕໂຣມາໃຊ້ເປັນວັດສະດຸໜຶ່ງໃນການສ້າງເຮືອນແທນດິນຈີ່ ຕໍ່ເຮືອນ 1 ຫຼັງທີ່ມີເນື້ອທີ່ 100 ຕາລາງແມັດ ນຳໃຊ້ຕຸກພລາສຕິກເຖິງ 14.000 ຕຸກ.

ອີກຈຸດໜຶ່ງທີ່ໜ້າສົນໃຈກໍຄືຜາສາດພລາສຕິກ (Plastic castle) ຜາສາດ 4 ຊັ້ນໃຊ້ຕຸກນ້ຳປະມານ 40.000 ຕຸກ ທີ່ຖືກອອກແບບໃຫ້ທັນສະໄໝ ແລະ ເປັນບ່ອນພັກຂອງນັກທ່ອງທ່ຽວ. ໃນສະຖານທີ່ບ້ານພລາສຕິກແຫ່ງນີ້ຍັງມີຄຸກພລາສຕິກທີ່ໃຫ້ຄວາມຮູ້ກ່ຽວກັບຜົນກະທົບອັນຮ້າຍແຮງຂອງພລາສຕິກທີ່ມີຕໍ່ໂລກນີ້.

ມັນບໍ່ພຽງແຕ່ມີປະໂຫຍດເພື່ອລົດຜ່ອນຕຸກນ້ຳພາສຕິກເທົ່ານັ້ນ, ມັນຍັງສາມາດທົນຕໍ່ແຜ່ນດິນໄຫວ ແລະ ຊ່ວຍປັບອຸນຫະພູມອາກາດພາຍໃນເຮືອນໃຫ້ເຢັນຂຶ້ນໄດ້ອີກດ້ວຍ, ເວົ້າໄດ້ວ່າການສ້າງເຮືອນຈາກຕຸກນ້ຳພລາສຕິກນີ້ລ້ວນແຕ່ເກີດປະໂຫຍດໃນທຸກດ້ານ ທັງເປັນແຫຼ່ງທ່ອງທ່ຽວໃຫ້ມາພັກຜ່ອນ ພ້ອມທັງຍັງໄດ້ຄວາມຮູ້ແນວຄິດ recycle ປ່ຽນຂີ້ເຫຍື້ອໃຫ້ເປັນສິ່ງທີ່ມີຄ່າ. ດ້ວຍເຫດນີ້ຈຶ່ງເຮັດໃຫ້ Robert Bezeau ເປັນຄົນຕ່າງປະເທດຄົນທຳອິດທີ່ໄດ້ຮັບຮາງວັນ Environmental Excellence Award ໃນປະເທດປານາມາ.

ເຮືອນພລາສຕິກແຫ່ງນີ້ຖືກສ້າງຂຶ້ນເພື່ອໃຫ້ຫຼາຍໆປະເທດໄດ້ຄຳນຶກເຖິງຜົນກະທົບຈາກຕຸກນ້ຳພາສຕິກຕໍ່ສະພາບແວດລ້ອມ ແລະ ຫັນມາໃສ່ໃຈຊ່ວຍກັນລົດປະລິມານການນຳໃຊ້ຂີ້ເຫຍື້ອ ຫຼື ການນຳຂີ້ເຫຍື້ອມາໃຊ້ໃຫ້ເກີດປະໂຫຍດ. ພວກເຮົາທຸກຄົນມາຮ່ວມກັນເປັນສ່ວນໜຶ່ງໃນການລົດການນຳໃຊ້ພາສຕິກ ລົດຂີ້ເຫຍື້ອເພື່ອສະພາບແວດລ້ອມອັນສວຍງາມຂອງພວກເຮົາ.

ຂໍຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/