ຮູ້ບໍ່ວ່າ ຄົນໃສ່ຊຸດ Mascots ຫຼື ຕົວກາຕູນ ໃນເສິກ NBA ມີລາຍໄດ້ສູງສຸດເຖິງ ເດືອນລະປະມານ 990 ລ້ານກີບ


ໃນວົງການກິລາລະດັບໂລກ ເຊັ່ນ ເສິກບານບ້ວງ NBA ຂອງສະຫະລັດອາເມຣິກາ ນັບເປັນອີກໜຶ່ງວົງການ ແລະ ໜຶ່ງອຸດສາຫະກຳທີ່ມີເມັດເງິນມະຫານໝຸນວຽນຢູ່ ບໍ່ຕ້ອງເວົ້າເຖິງນາຍທຶນ ຫຼື ເຈົ້າຂອງທີມ ເອົາສະເພາະນັກກິລາເອງ ຫຼື ນັກກິລາທີ່ມີຊື່ສຽງກໍມີລາຍໄດ້ສູງກວ່າຄົນເຮັດວຽກທຳມະດາຫຼາຍເທົ່າແລ້ວ.

ແລ້ວທຸກຄົນຮູ້ບໍ່ວ່າ ຄົນທີ່ບໍ່ແມ່ນນັກກິລາ ແຕ່ໃສ່ຊຸດ Mascots ຫຼື ຕົວກາຕູນ ນໍາໂຊກປະຈຳທີມ ທີ່ມາສ້າງສີສັນ ດຶງດູດສາຍຕາ ໃນລະຫວ່າງການເປີດ, ການພັກ ຫຼື ການປິດຂອງການແຂ່ງຂັນນັ້ນ ມີຄົນທີ່ມີລາຍໄດ້ສູງສຸດເຖິງ ປີລະ 625.000 ໂດລາ ຫຼື ປະມານ 11.901 ລ້ານກີບຕໍ່ປີ ຫຼື ຕົກຢູ່ປະມານ ເດືອນລະ 990 ລ້ານກີບ.

ໂດຍສຳນັກຂ່າວ ຕ່າງປະເທດ ໄດ້ເປີດເຜີຍ 5 ອັນດັບ Mascots ປະຈໍາທີມ ບານບ້ວງໃນລີກ NBA ທີ່ມີລາຍໄດ້ສູງສຸດຕໍ່ປີ ໂດຍມີ Rocky The Mountain Lion ສິງພູສີເຫຼືອງ ຂອງທີມ Denver Nuggets ກວາດລາຍໄດ້ໄປປີລະ 625.000 ໂດລາ ນໍາມາເປັນອັນດັບ 1, ອັນດັບ 2 ໄດ້ແກ່ Harry The Hawk ນົກອິນຊີ ສີແດງ ຈາກທີມ Atlanta Hawk ກວາດລາຍໄດ້ໄປ 600.000 ໂດລາຕໍ່ປີ.

ອັນດັບ 3​ ເປັນຂອງ Benny The Bull ກະທິງສີແດງ ຜູ້ມີຜົມເປັນສີສາຍຮຸ້ງຂອງທີມ Chicago Bulls ກວາດລາຍໄດ້ໄປປີລະປະມານ 400.000 ໂດລາ, ອັນດັບ 4 ​ເປັນຂອງ Go The Gorilla ລີງຍັກ ຈາກທີມ Phoenix Suns ມີລາຍໄດ້ປີລະ 200.000 ໂດລາ ແລະ ອັນດັບ 5 ເປັນຂອງ Hugo The Hornet ແຕນສີຟ້າ ຈາກທີມ Charlotte Hornets ທີ່ມີລາຍໄດ້ 100.000 ໂດລາ ຕໍ່ປີ.

ແຕ່ຢ່າງໃດກໍຕາມ ຈາກອັນດັບ 1 ຫາ ອັນດັບ 2 ຢ່າງ Rocky The Mountain Lion ແລະ Harry The Hawk ຖືວ່າເປັນ 2 Mascots ທີ່ມີລາຍໄດ້ສູງກວ່າຄ່າສະເລ່ຍປົກກະຕິຫຼາຍ. ເພາະຄ່າສະເລ່ຍລາຍໄດ້ຂອງ Mascots ໃນ NBA 30 ທີມລວມກັນຢູ່ທີ່ປະມານ 60.000 ໂດລາຕໍ່ປີ ຫຼື ຕົກຢູ່ປະມານ ເດືອນລະ 92 ລ້ານກີບ.

ສຸດທ້າຍການຈະເປັນ Mascots ແລ້ວໄດ້ເງິນປີລະ 6 ແສນກວ່າ ໂດລາ ຄືກັບ Rocky ກໍຄົງຕ້ອງບອກວ່າບໍ່ແມ່ນທຸກຄົນຈະສາມາດເຮັດໄດ້ ເພາະ Rocky ຂອງ Denver Nuggets ບໍ່ແມ່ນແຕ່ອອກມາໂຊຕົວຢືນໂບກມື ຫຼື ຖ່າຍຮູບກັບແຟນໆ ເທົ່ານັ້ນ. ແຕ່ Rocky ມີຄວາມສາມາດທີ່ລົ້ນເຫຼືອ ປານໜຶ່ງໃນນັກກິລາ ທັງໂດດ ຕີລັງກາ ທັກສະກາຍະກຳຕ່າງໆ ມີບົດບາດ ເປັນອີກໜຶ່ງນັກສະແດງສ້າງສີສັນໃນການແຂ່ງຂັນ ແລະ ຕົວຕົນທີ່ຊັດເຈນ ໂດດເດັ່ນ ຈົນບາງຄັ້ງ ການແຂ່ງຂັນໃນສະໜາມ ຍັງຖືກ ບົດບາດຂອງ Rocky The Mountain Lion ບົດບັງໄປແບບ ລືມການແຂ່ງຂັນໃນສະໜາມໄປເລີຍ.

ຂອບໃຈຂໍ້ມູນຈາກ: en, basketballinsider

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/