ປະເທດຍີ່ປຸ່ນ ເພີ່ມຄວາມລະວັງ ເນື່ອງຈາກຝົນຕົກໜັກເປັນປະຫວັດສາດ


ສຳນັກຂ່າວຕ່າງປະເທດລາຍງານວ່າ ສຳນັກງານອຸຕຸນິຍົມແຫ່ງຊາດຂອງຍີ່ປຸ່ນ ເຕືອນໄພການເກີດຝົນຕົກໜັກ ເຊິ່ງຈະເພີ່ມຄວາມສ່ຽງຂອງການເກີດນ້ຳຖ້ວມ ແລະ ດິນເຈື່ອນ ໃນເຂດຂອງຟຸກຸໂອກະ ແລະ ໂອອິຕະ ໂດຍສະເພາະໃນຟຸກຸໂອກະ ເຊິ່ງຕ້ອງພົບກັນບັນຫາ ຝົນຕົກໜັກທີ່ບໍ່ເຄີຍເກີດຂຶ້ນມາກ່ອນ.

ຝົນຍັງຄົງຕົກໜັກຢ່າງຕໍ່ເນື່ອງໃນພາກຕາເວັນຕົກຂອງປະເທດຍີ່ປຸ່ນ ທາງໜ່ວຍງານດ້ານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ ຮຽກຮ້ອງໃຫ້ປະຊາຊົນທີ່ອາໄສໃນເຂດທີ່ມີຄວາມສ່ຽງຕື່ນຕົວລະວັງໄພອັນຕະລາຍທີ່ຈະເກີດຂຶ້ນເຊັ່ນ ດິນເຈື່ອນ ແລະ ເຕືອນໃຫ້ອອກຈາກພື້ນທີ່ໄປຫາບ່ອນທີ່ປອດໄພ.

ພື້ນທີ່ຕິດທະເລປະສົບພາວະຝົນຕົກໜັກເປັນໄລຍະ ເລີ່ມຕົກຕັ້ງແຕ່ວັນທີ 8​ ກໍລະກົດ 2023 ທີ່ຜ່ານມາ ໂດຍໃນແຂວງ ຍາມາງຸຈິ, ແຂວງ ຮິໂລຊິມາ, ແຂວງ ຊິມາເນະ, ແຂວງ ຟຸກຸໂອກະ ແລະ ແຂວງ ໂອອິດະ ໄດ້ມີປະກາດເຕືອນໄພໃຫ້ລະວັງ. ທາງດ້ານສຳນັກງານອຸຕຸນິຍົມແຫ່ງຊາດຂອງຍີ່ປຸ່ນ ເຕືອນໄພລະດັບຕ່ຳ ຄອບຄຸມປະຊາກອນຫຼາຍກວ່າ 2 ລ້ານຄົນ ໂດຍຂໍຄວາມຮ່ວມມືໃຫ້ອົບພະຍົບອອກຈາກພື້ນທີ່ທີ່ມີຄວາມສ່ຽງ. ທັງນີ້ກໍຍັງມີການເຕືອນໄພອົບພະຍົບ 5 ລະດັບ ແຕ່ບໍ່ແມ່ນການບັງຄັບວ່າ ຜູ້ຢູ່ອາໄສຕ້ອງອົບພະຍົບອອກຈາກພື້ນທີ່.

ໂດຍທາງເຈົ້າໜ້າທີ່ດັບເພີງຂອງແຂວງ ຟຸກຸໂອກະ ໄດ້ລາຍງານວ່າເຫດດິນເຈື່ອນໃນພື້ນທີ່ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 1 ຄົນ ເປັນເພດຍິງອາຍຸ 77 ປິ ສ່ວນເຈົ້າໜ້າທີ່ໃນແຂວງ ຊາກະ ເຊິ່ງຢູ່ຕິດກັບແຂວງ ຟຸກຸໂອກະ ຍົງຄົງຄົ້ນຫາຜູ້ສູນຫາຍຈາກເຫດດິນເຈື່ອນອີກຢ່າງໜ້ອຍ 3 ຄົນ.

ຝົນຕົກໜັກທີ່ແຂວງ ຊິມາເນະ ແລະ ແຂວງ ຍາມາງຸຈິ ມີປະລິມານເກິນ 200 ມິນລີລິດໃນ 48 ຊົ່ວໂມງທີ່ຜ່ານມາ ແມ່ນ້ຳຈຳນວນຫຼາຍມີປະລິມານນ້ຳເພີ່ມສູງຂຶ້ນ ສ່ຽງກໍ່ໃຫ້ເກີດໄພນ້ຳຖ້ວມ ພ້ອມມີການຄາດການວ່າ ແນວປະທະອາກາດທີ່ກໍ່ໃຫ້ເກີດຝົນຕະຫຼອດເວລານັ້ນຈະບໍ່ເຄື່ອນຕົວໄປຈາກທ້ອງຟ້າຈົນຮອດວັນອັງຄານທີ 11 ກໍລະກົດ 2023.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/