ປະຫວັດຄວາມເປັນມາຂອງງານມະຫະກຳກິລາແຫ່ງຊາດລາວ ທີ່ເລີ່ມຈັດການແຂ່ງຂັນມາຕັ້ງແຕ່ປີ 1985

ປະຫວັດຄວາມເປັນມາ

ພາຍຫຼັງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ອີກຫຼາຍປັດໄຈ ໄດ້ເຮັດໃຫ້ງານມະຫະກຳກິລາແຫ່ງຊາດ ຂອງ ສປປ ລາວຕ້ອງເລື່ອນມາເປັນເວລາຫຼາຍປີ. ໃນທີ່ສຸດ ໃນຕອນບ່າຍຂອງວັນທີ 13 ທັນວາ 2022 ທີ່ສະໜາມກິລາແຂວງຊຽງຂວາງ ໄດ້ມີພິທີການເປີດງານມະຫະກຳກິລາແຫ່ງຊາດຄັ້ງທີ XI ຫຼື ຊຽງຂວາງເກມ ຂຶ້ນຢ່າງເປັນທາງການ. ມື້ນີ້ ທີມງານ Lao X ຈະພາມາຮູ້ຈັກກັບ ງານມະຫະກຳກິລາແຫ່ງຊາດນີ້ ໃຫ້ຫຼາຍຂຶ້ນ.

ງານມະຫະກໍາກິລາແຫ່ງຊາດ ຈັດຂຶ້ນຄັ້ງທໍາອິດວັນທີ 21 ພະຈິກ ປີ 1985 ເພື່ອຄັດເລືອກເອົານັກກິລາທີ່ມີຄວາມສາມາດ, ນັກກິລາ ທີ່ດີເດັ່ນ, ນັກກິລາທີ່ມີຜົນສໍາເລັດຈາກການເຝິກຊ້ອມເພື່ອເປັນຕົວແທນທີມງານເຂົ້າຮ່ວມແຂ່ງຂັນລາຍການສໍາຄັນຕ່າງໆທັງພາຍໃນ ແລະ ຕ່າງປະເທດກໍຄືເວທີສາກົນ ເພື່ອສ້າງຊື່ສຽງມາໃຫ້ແກ່ປະເທດຊາດ. ໂດຍຈະມີການຈັດຂຶ້ນໃນທຸກໆ 2 ປີ ຫຼື ເລື່ອນໄປຕາມເງື່ອນໄຂ ແລະ ຈະມີການຜັດປ່ຽນກັນເປັນເຈົ້າພາບ.

ປະຫວັດຄວາມເປັນມາ

ທ່ານ ສອນເພັດ ວອນມາລາ ຫົວຫນ້າຂະແໜງໂຄສະນາ ແຂວງຊຽງຂວາງ ໃຫ້ຮູ້ວ່າ ການແຂ່ງຂັນກິລາລະດັບທົ່ວປະເທດ  ຈຸດປະສົງກໍເພື່ອສົ່ງເສີມ,​ ຊຸກຍູ້ຂະບວນການກິລາຢູ່ພາຍໃນປະເທດລາວຢ່າງຕໍ່ເນື່ອງ, ທັງເປັນການປຸກລະດົມມະຫາຊົນໃຫ້ເຂົ້າຮ່ວມງານກິລາໃຫ້ນັບມື້ນັບກວ້າງຂວາງ, ເພື່ອສົ່ງເສີມສຸຂະພາບຈິດ, ສຸຂະພາບຮ່າງກາຍ, ສ້າງພົນລະເມືອງລາວທຸກຄົນໃຫ້ມີສຸຂະພາບແຂງແຮງ. ປະຕິບັດທິດຊີ້ນໍາທີ່ວ່າ: “ຫັນກິລາກາຍເປັນທົ່ວປວງຊົນ, ກາຍເປັນຄວາມຮັບຜິດຊອບ ຂອງສັງຄົມ” ງານມະຫະກຳກິລາແຫ່ງຊາດແຕ່ລະຄັ້ງ ມີຄວາມສໍາຄັນຫຼາຍເພາະວ່າມັນເປັນການປຸກລະດົມຈິດໃຈ ຟົດຟື້ນປະຕິວັດ, ນໍ້າໃຈຮັກຊາດ, ຮັກລະບອບໃໝ່, ສ້າງຄວາມເຊື່ອໝັ້ນຂອງມະຫາຊົນຕໍ່ການນໍາພາຂອງພັກ, ເຊື່ອໝັ້ນຕໍ່ລະບອບໃໝ່ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວຢ່າງໜັກແໜ້ນ.

ປະຫວັດຄວາມເປັນມາ

  ທ່ານກ່າວອີກວ່າ, ງານມະຫະກໍາກິລາແຫ່ງຊາດແຕ່ລະຄັ້ງ ແມ່ນເພື່ອປຸກລະດົມຊາວໜຸ່ມເຍົາວະຊົນ, ​ນັກຮຽນ, ນັກສຶກສາ, ທະຫານ, ພະນັກງານ ແລະ ປະຊາຊົນບັນດາເຜົ່າໃຫ້ຫັນມາຫຼິ້ນກິລາ, ໃຊ້ເວລາວ່າງໃຫ້ເປັນປະໂຫຍດ ເຝິກຝົນຮ່າງກາຍໃຫ້ສົມບູນແຂງແຮງ ເພື່ອສືບຕໍ່ພາລະກິດປ່ຽນແປງໃໝ່ອັນມີກຽດສະຫງ່າຂອງພັກ.

ປະຫວັດຄວາມເປັນມາ

ງານມະຫະກຳກິລາແຫ່ງຊາດຄັ້ງທີ I ແມ່ນເຂດ 5 ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 21 ພະຈິກ ຫາວັນທີ 2 ທັນວາ ປີ 1985, ແຂ່ງຂັນ 10 ປະເພດກິລາ, ມີນັກກິລາ 620 ​ຄົນ ຈາກ 5 ເຂດ ແລະ 8 ກະຊວງເຂົ້່າຮ່ວມແຂ່ງຂັນ,  ມີຊິງໄຊກັນທັງໝົດ 34 ຫຼຽນຄໍາ, 34 ຫຼຽນເງິນ ແລະ 37 ຫຼຽນທອງ, ລວມທັງໝົດ 105​ ຫຼຽນ, ຜ່ານການແຂ່ງຂັນແມ່ນເຂດ 5 ນະຄອນ ຫຼວງວຽງຈັນ ເປັນ ເຈົ້າຫຼຽນຄໍາ.

ປະຫວັດຄວາມເປັນມາ

ງານມະຫະກຳກິລາແຫ່ງຊາດຄັ້ງທີ II ແຂວງສະຫວັນນະເຂດເປັນເຈົ້າພາບ ຈັດຂຶ້ນລະຫວ່າງວັນທີ 22 ພະຈິກ ຫາວັນທີ 2 ທັນວາ ປີ 1987 , ແຂ່ງຂັນ 12 ປະເພດກິລາ, ມີນັກກິລາເຂົ້າຮ່ວມ 1.376​ ຄົນ ຈາກ 7 ເຂດ ແລະ 9​ ກະຊວງ, ມີຊິງໄຊທັງໝົດ 54 ຫຼຽນຄໍາ, 58​ ຫຼຽນເງິນ ແລະ 54 ຫຼຽນທອງ, ລວມທັງໝົດ 166 ​ຫຼຽນ, ​ຜ່ານການແຂ່ງຂັນແມ່ນເຂດ 5​ນະຄອນຫຼວງເປັນເຈົ້າຫຼຽນຄໍາ.

ຄັ້ງທີ  III  ແຂວງຄໍາມ່ວນເປັນເຈົ້າພາບ ຈັດຂຶ້ນລະຫວ່າງວັນທີ 21-29 ທັນວາ 1991 ແຂ່ງຂັນກັນໃນ 11 ປະເພດກິລາ,  ມີນັກກິລາ 950 ຄົນ ຈາກ 9 ເຂດເຂົ້າຮ່ວມແຂ່ງຂັນ ມີຊິງໄຊກັນທັງໝົດ 56 ຫຼຽນຄໍາ, 52 ຫຼຽນເງິນ ແລະ 59 ຫຼຽນທອງ, ລວມທັງໝົດ 167 ​ຫຼຽນ, ຜ່ານການແຂ່ງຂັນແມ່ນເຂດ 5 ນະຄອນຫຼວງເປັນເຈົ້າຫຼຽນຄໍາ.

ງານມະຫະກຳກິລາແຫ່ງຊາດຄັ້ງທີ IV ແຂວງຈໍາປາສັກເປັນເຈົ້າພາບ ຈັດຂຶ້ນໃນປີ 1994 ໂດຍແຂ່ງຂັນກັນໃນ 14 ປະເພດກິລາ ມີນັກກິລາ 1.600 ຄົນ ຈາກ 9 ເຂດ ເຂົ້າຮ່ວມ, ຜ່ານການແຂ່ງຂັນແມ່ນເຂດ 5 ນະຄອນຫຼວງເປັນເຈົ້າຫຼຽນຄໍາ.

ຄັ້ງທີ V ແມ່ນແຂວງຫຼວງພະບາງເປັນເຈົ້າພາບ ຈັດຂຶ້ນລະຫວ່າງວັນທີ 9-18 ເດືອນກຸມພາ 1997 ໂດຍແຂ່ງຂັນກັນໃນ 14 ປະເພດກິລາ ມີນັກກິລາເຂົ້າຮ່ວມ 1.668 ຄົນ ຈາກ 9 ເຂດ ຊິງໄຊທັງໝົດ 107 ຫຼຽນຄໍາ, 106 ​ຫຼຽນເງິນ ແລະ 332 ​ຫຼຽນທອງ ຜ່ານການແຂ່ງຂັນ ນະຄອນຫຼວງເຂດ 5 ເປັນເຈົ້າຫຼຽນຄໍາ.

ຄັ້ງທີ VI ນະຄອນຫຼວງວຽງຈັນເປັນເຈົ້າພາບ ຈັດຂຶ້ນລະຫວ່າງວັນທີ 1-9 ທັນວາ 2000 ໂດຍແຂ່ງຂັນກັນໃນ 22 ປະເພດກິລາ ມີນັກກິລາ 3.210 ຄົນ ຈາກ 18 ແຂວງ ແລະ 16 ກະຊວງເຂົ້າຮ່ວມ. ຊິງໄຊກັນທັງໝົດ 150 ຫຼຽນຄໍາ, 150 ຫຼຽນເງິນ  ແລະ 156​ ຫຼຽນທອງ ຜ່ານການແຂ່ງຂັນນະຄອນຫຼວງເປັນເຈົ້າຫຼຽນຄໍາ.

ຄັ້ງທີ VII ແຂວງສະຫວັນນະເຂດເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 13-21 ທັນວາ 2005 ໂດຍແຂ່ງຂັນກັນໃນ 22 ປະເພດກິລາ ມີນັກກິລາ 3.257 ຄົນ ຈາກ 15 ແຂວງ  ແລະ 13 ກະຊວງເຂົ້າຮ່ວມ. ຊິງໄຊກັນທັງໝົດ 172 ຫຼຽນຄໍາ, 172 ຫຼຽນເງິນ ແລະ 230 ຫຼຽນທອງ ລວມທັງໝົດ 574 ຫຼຽນ. ນະຄອນຫຼວງວຽງຈັນເປັນເຈົ້າຫຼຽນຄໍາ

ຄັ້ງທີ VIII ແມ່ນແຂວງຈໍາປາສັກເປັນເຈົ້າພາບ ຈັດຂຶ້ນລະຫວ່າງວັນທີ 13-22 ທັນວາ 2008 ໂດຍແຂ່ງຂັນກັນໃນ 24 ປະເພດກິລາ ມີ 16 ແຂວງ ແລະ 13​ ກະຊວງ ເຂົ້າຮ່ວມແຂ່ງຂັນ. ຊິງໄຊກັນທັງໝົດ 234 ຫຼຽນຄໍາ, 233 ​ຫຼຽນເງິນ ແລະ 351 ​ຫຼຽນທອງ, ລວມທັງໝົດ 818 ຫຼຽນ. ແຂວງຈໍາປາສັກເປັນເຈົ້າຄອງຫຼຽນຄໍາ.

ປະຫວັດຄວາມເປັນມາ

ງານມະຫະກຳກິລາແຫ່ງຊາດ ຄັ້ງທີ IX ແຂວງຫຼວງພະບາງເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 13-22 ທັນວາ 2011, ມີ 25 ປະເພດກິລາ, ມີນັກກິລາຈາກ 17​ ແຂວງ ແລະ 3 ກະຊວງເຂົ້າຮ່ວມແຂ່ງຂັນ. ຊິງໄຊກັນທັງໝົດ 293 ຫຼຽນຄໍາ, 293 ຫຼຽນເງິນ ແລະ 422 ​ຫຼຽນທອງ, ຜ່າກການແຂ່ງຂັນນະຄອນຫຼວງວຽງຈັນເປັນເຈົ້າຫຼຽນຄໍາ.

ຄັ້ງທີ X ແມ່ນແຂວງອຸດົມໄຊເປັນເຈົ້າພາບ ຈັດຂຶ້ນລະຫວ່າງວັນທີ 13-21 ທັນວາ 2014  ມີນັກກິລາເຂົ້າຮ່ວມ 3.970 ຄົນ ຈາກ 18 ແຂວງ ແລະ 7 ກະຊວງ, ແຂ່ງຂັນທັງໝົດ 25 ປະເພດກິລາ, ມີຊິງໄຊກັນທັງໝົດ 324 ຫຼຽນຄໍໍາ, 324​ ຫຼຽນເງິນ ແລະ 427 ​ຫຼຽນທອງ, ຜ່ານການແຂ່ງຂັນນະຄອນຫຼວງວຽງຈັນເປັນເຈົ້າຫຼຽນຄໍາ.

ຄັ້ງທີ XI ແມ່ນແຂວງຊຽງຂວາງເປັນເຈົ້າພາບ ຈັດຂຶ້ນລະຫວ່າງວັນທີ 13-22 ທັນວາ 2022 ມີນັກກິລາເຂົ້າຮ່ວມລວມ22ພາກສວ່ນ, ແຂ່ງຂັນທັງໝົດ 25 ປະເພດກິລາ.

ໂດຍໃນງານມະຫະກຳກິລາແຫ່ງຊາດຄັ້ງນີ້ ມີກິລາບາງປະເພດໄດ້ດຳເນີນການແຂ່ງຂັນແລ້ວແລະສະຫຼຸບຫຼຽນຮາງວັນ ປະຈຳວັນທີ 12 ທັນວາ 2022 ເວລາ 18:00 ມະຫະກຳກິລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ 2022 ອັນດັບທີ 1 ຊຽງຂວາງ ຄວ້າມາແລ້ວ 35 ຫຼຽນຄໍາ, ອັນດັບທີ 2 ນະຄອນຫຼວງວຽງຈັນ 30 ຫຼຽນຄຳແລະ ອັນດັບທີ 3 ກະຊວງປ້ອງກັນປະເທດ 23 ຫຼຽນຄຳ

ງານນີ້ຈະສືບຕໍ່ດໍາເນີນໄປຈົນຮອດວັນທີ 22 ທັນວາ 2022 ຈຶ່ງຈະອັດລົງ.

ຂອບໃຈຂໍ້ມູນຈາກ: https://bit.ly/3BvIIna

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/