ປະທານຢິມນາສຕິກໂລກ ຢ້ຽມຢາມ ສປປ ລາວ ພ້ອມລົງຕິດຕາມພື້ນຖານໂຄງລ່າງການພັດທະນາກິລາຢິມນາສຕິກລາວ

ສປປ ລາວ

ທ່ານ ໂມຣິນາຣິ ວາຕານາເບ ປະທານສະຫະພັນຢິມນາສຕິກໂລກ ແລະ ທ່ານ ອາ ຣາມານ ອາວຊາຕຣີ ປະທານສະຫະພັນຢີມນາສຕິກອາຊີ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ພ້ອມທັງລົງຕິດຕາມຊົມພື້ນຖານໂຄງລ່າງສະໜາມກິລາຂອງປະເທດລາວ ທີ່ຈະສ້າງນັກກິລາຢີມນາສຕິກ ຮຸ່ນສືບທອດໃຫ້ມີຄຸນະພາບ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ແລະ ທ່ານ ເຂັມຊາດ ພິລາພັນເດຊ ປະທານສະຫະພັນກິລາຢິມນາສຕິກແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານໂອລິມປິກແຫ່ງຊາດຢ່າງອົບອຸ່ນ.

ສປປ ລາວ

ພາຍຫຼັງທີ່ທ່ານປະທານສະຫະພັນຢິມນາສຕິກໂລກ ແລະ ທ່ານປະທານສະຫະພັນຢິມນາສຕິກອາຊີ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໃນຄ່ຳຄືນວັນທີ 1 ກັນຍາ ທີ່ຜ່ານມາ ຢ່າງເປັນທາງການ ກ່ອນເຂົ້າພັກທີ່ໂຮງແຮມ ຄຣາວພາຊ່າ ແລະ ໃນວັນທີ 2 ກັນຍາ ມື້ຖັດມາ ປະທານສະຫະພັນຢິມນາສຕິກໂລກ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຢ້ຽມຄຳນັບທ່ານ ລັດຖະມົນຕີ ສສກ ເພື່ອປຶກສາຫາລືວາງແຜນຄວາມເປັນໄປໄດ້ໃນການພັດທະນາກິລາຢິມນາສຕິກລາວ ໃຫ້ເຕີບໃຫຍ່ກວ້າງຂວາງກວ່າເກົ່າ. ກ່ອນຈະໄດ້ໄປທ່ຽວຊົມໂຄງການພັດທະນາພື້ນຖານໂຄງລ່າງກິລາຢິມນາສຕິກລາວ ທີ່ສະຖານທີ່ຕ່າງໆ ໃນນະຄອນຫຼວງວຽງຈັນ ໂດຍສະເພາະເຂົ້າຢ້ຽມຢາມຫ້ອງການສະຫະພັນກິລາຢິມນາສຕິກແຫ່ງຊາດລາວ ທີ່ສູນບູໂດເຊັນເຕີ, ສະໂມສອນໂຮງກາຍະສິນແຫ່ງຊາດ, ສະໂມສອນວິທະຍາໄລພະລະສຶກສາ ແລະ ໃນຕອນເຊົ້າວັນທີ 3 ກັນຍາ 2022 ຜ່ານມານີ້ ໄດ້ສືບຕໍ່ເຂົ້າຊົມການສະແດງກິລາ ຢິມນາສຕິກລາວ ຢູ່ທີ່ສູນເຝິກຊ້ອມ ວຽງຈັນເຊັນເຕີ.

ສປປ ລາວ

ໂອກາດທີ່ໄດ້ມາຢ້ຽມຢາມ ສປປ ລາວ ເປັນທາງການ ທ່ານປະທານສະຫະພັນຢິມນາສຕິກໂລກ ພ້ອມດ້ວຍຄະນະ ກໍໄດ້ຕີລາຄາສູງຕໍ່ຄວາມເອົາໃຈໃສ່ຂອງລັດຖະບານລາວ ກໍຄື ສະຫະພັນຢິມນາສຕິກແຫ່ງຊາດລາວ ທີ່ໄດ້ພະຍາຍາມພັດທະນາກິລາດັ່ງກ່າວ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ ເຮັດໃຫ້ສັງຄົມລາວຮູ້ຈັກກິລາຢິມນາສຕິກຫຼາຍຂຶ້ນ ໂດຍສະເພາະການເຂົ້າຮ່ວມແຂ່ງຂັນຄັ້ງທຳອິດຂອງລາວ ໃນງານກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ນັກກິລາລາວ ສາມາດສ້າງຜົນງານໄດ້ເກີນຄາດໝາຍທີ່ວາງໄວ້. ແນວໃດກໍດີ, ທາງສະຫະພັນຢິມນາສຕິກໂລກ ກໍຈະພະຍາຍາມຢ່າງສຸດຄວາມສາມາດ ສະໜັບສະໜູນການພັດທະນາກິລາຢິມນາສຕິກລາວ ໃຫ້ພົ້ນເດັ່ນໃນເວທີສາກົນ.

ສປປ ລາວ

ຂອບໃຈຂໍ້ມູນຈາກ:

https://cutt.ly/0Cdhh55

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply